ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກກູ້ໄພແຜ່ນດິນໄຫວ ໃນຈີນ ທໍາຄວາມຄືບໜ້າ ໃນການເຂົ້າເຖິງເຂດຫ່າງໄກ (ວີດິໂອ)


ທະຫານກອງທັບປົດປ່ອຍຈີນ ກໍາລັງເຈ່ຍແມ່ຕູ້ ອາຍຸ 60 ປີ ທີ່ລອດຊີວິດ ອອກຈາກເຂດແຜ່ນດິນໄຫວ
ທະຫານກອງທັບປົດປ່ອຍຈີນ ກໍາລັງເຈ່ຍແມ່ຕູ້ ອາຍຸ 60 ປີ ທີ່ລອດຊີວິດ ອອກຈາກເຂດແຜ່ນດິນໄຫວ
ທີ​ມຊອກຄົ້ນແລະ​ກູ້ໄພ ກໍາລັງ​ທໍາ​ຄວາມ​ຄືບໜ້​າ​ໃນ​ການ​ເຂົ້າ​ໄປ​
ຫາເຂດ​ສອກຫລີກ​ຫ່າງ​ໄກ​ຂອງ​ແຂວງ Sichuan ຂອງ​ຈີນບ່ອນ
​ທີ່​ເກີດແຜ່ນ​ດິນ​ໄຫ​ວຮ້າຍ​ແຮງ ທີ່​ໄດ້​ສັງຫານປະມານ 200 ຄົນ ​
ແລະ​ເຮັດໃຫ້​ໄດ້​ຮັບ​ບາດ​ເຈັບ ຫລາຍ​ກວ່າ11,000 ຄົນ.

ຫລັງ​ຈາກ​ແຜ່ນດິນ​ໄຫວໃນເຊົ້າ​ວັນ​ເສົາ​ທີ່​ຜ່ານ​ມາ ສື່​ຂອງລັດ
ກ່າວ​ວ່າ​ ບ່ອນ​ທີ່​ຖືກກະທົບຮ້​າຍ​ແຮງ​ທີ່​ສຸດຂອງເມືອງ Lushan
ນັ້ນ ຍັງເຂົ້າ​ຫາ​ໂດຍ​ທາງຖະໜົນບໍ່​ໄດ້ ​ໂທລະ​ສັບ​ກໍຖືກ​ຕັດ
ຂາດ. ​ແຕ່ວ່າ ນັບ​ແຕ່​ນັ້ນ​ມາ ພວກ​ກູ້​ໄພ​ກໍໄດ້​ລະ​ເບີດທາງຫລວງ
​ເພື່ອ​ແປງ​ທາ​ງເອົາ​ຊາກ​ຫັກ​ພັງອອກ ເພື່ອ​ໃຫ້​ອຸປະກອນໝັກ​ເຂົ້າ
​ໄປເຖິງ​ເຂດ​ທີ່​ຖືກກະທົບ. ​ໄຟຟ້າແລະ​ການ​ບໍລິການໂທລະສັບ
ໄດ້​ຕິດ​ຕັ້ງ​ຄືນໃຫ້​ແກ່ຫລາຍພັນ​ຄົນ.

ຫລາຍພັນ​ຄົນ​ທີ່​ບໍ່​ມີ​ທີ່ຢູ່​ອາ​ໄສ ພາກັນ​ຢູ່​ຕາມ​ເຕ້ນ ທີ່​ຕັ້ງຂຶ້ນ​ໂດຍສະພາກາ​ແດງ. ອາຫານ​ ​ແລະ​ນໍ້າ​ກໍາລັງ​ນໍາ​ໄປ ບໍລິການ​ໃຫ້​ແກ່​ຜູ້​ບໍ່​ມີ​ເຮືອນ​ຊານທີ່ຢູ່​ອາ​ໄສ.

ອົງການ​ຂ່າວຊິນ​ຫົວຂອງທາງ​ການ​ຈີນ ກ່າວ​ວ່າ ບັນດາ​ພະນັກງານ​ກູ້​ໄພ ​ໄດ້​ຊ່ວຍເຫລືອ​
ຊາວບ້ານ​ເກົ້າ​ຄົນ​ ທີ່​ຖືກ​ຕັນໃນຢູ່​ເຂດ​ພູຜາ​ຂອງ​ເມືອງ Lushan ອອກ​ມາ ຊຶ່ງ​ພວກ​ທີ່​ໄດ້
ນັບ​ການ​ຊ່ວຍ​ຊີວິດ​ໄວ້​ນັ້ນແມ່ນຜູ້​ເຖົ້າ ​ແລະ​ເດັກນ້ອຍ ຊຶ່ງ​ເຖົ້າສຸດແມ່ນອາຍຸ 85 ປີ ​ແລະ​ນ້ອຍ​ສຸດ ສອງ​ປີ.

ນາຍົກລັດຖະມົນຕີ ຈີນ ທ່ານ Li Keqiang ​ໄດ້​ໄປ​ຢ້ຽມຢາມ​ໂຮງໝໍ West China ຊຶ່ງ​
ເປັນ​ໂຮງໝໍ​ໃຫຍ່​ໃນ​ Chengdu ເມືອງ ​ຫລວງ​ຂອງ​ແຂວງ Sichuan ທີ່​ໄດ້​ຮັບເອົາ​ຄົນ​
ທີ່​ໄດ້​ຮັບ​ບາດ​ເຈັບ​ໜັກ ທີ່​ຖືກ​ສົ່ງ​ມາ​ຈາກບ່ອນ​ເກີດແຜ່ນດິນ​ໄຫວທີ່​ຮ້າຍ​ແຮງ.

ປະທານາທິບໍດີ Xi Jinping ​ໄດ້​ສັ່ງ​ໃຫ້ເອົາມາດ​ຕະການ​ກູ້​ໄພ​ຢ່າງ​ສຸດ​ຂີດ ​ເພື່ອ​ຊ່ວຍຊີວິດ
ຜູ້​ເຄາະ​ຮ້າຍ ​ແລະຫ​ລຸດຜ່ອນຈໍານວນ​ຜູ້​ບາດ​ເຈັບ ​ແລະ​ເສຍ​ຊີວິດ.​

China Qurake
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG