ເຈົ້າໜ້າທີ່ອິນໂດເນເຊຍ ກໍາລັງຊອກຄົ້ນຫາພວກທີ່ອາດລອດຊີວິດມາໄດ້ ຫຼັງຈາກເຮືອທີ່ມຸ້ງໜ້າໄປຍັງອອສເຕຣເລຍລໍານຶ່ງ ຊຶ່ງເຕັມໄປດ້ວຍພວກສະແຫວງຫາການລີ້ໄພ ໄດ້ຫຼົ້ມລົງຢູ່ນອກຝັ່ງທະເລກໍ້າຕາເວັນຕົກສຽງໃຕ້ ຂອງເກາະ Java.
ເຈົ້າໜ້າທີ່ ກ່າວໃນວັນພຸດມື້ນີ້ວ່າ ມີຢ່າງນ້ອຍ 150 ຄົນ ໄດ້ຖືກຊ່ອຍຊີວິດໄວ້ ແລະມີລາຍງານວ່າ ມາຮອດດຽວນີ້ ແມ່ນມີຢ່າງນ້ອຍ 3 ຄົນເສຍຊີວິດ ຊຶ່ງຮວມທັງເດັກນ້ອຍ 2 ຄົນ ແລະຍັງບໍ່ຊາບຈໍານວນຂອງຜູ້ຄົນ ທີ່ຍັງຫາບໍ່ພົບເທື່ອນັ້ນ.
ເຈົ້າໜ້າທີ່ຮັກສາຄວາມປອດໄພທາງທະເລຂອງອອສເຕຣເລຍກ່າວວ່າ ເຮືອລໍາດັ່ງກ່າວໄດ້ອອກຈາກໝູ່ບ້ານຊາວປະມົງແຫ່ງນຶ່ງຂອງອິນໂດເນເຊຍໃນວັນອັງຄານວານນີ້ ເພື່ອຈະໄປຍັງເກາະຄຣີສມັສຂອງອອສເຕຣເລຍ ແລະໄດ້ຫຼົ້ມລົງໃນເວລາຕໍ່ມາ ບໍ່ດົນຫຼັງຈາກທີ່ອອກເດີນທາງ ຍ້ອນຖືກລົມເເຮງຈາກພາກຕາເວັນອອກ ພັດມາປະທະ.
ພວກທີ່ຖືກຊ່ອຍຊີວິດມາໄດ້ນັ້ນ ບາງຄົນກ່າວວ່າ ພວກຕົນມາຈາກ ອີຣ່ານແລະອີຣັກ.
ຄົນອື່ນໆອີກເວົ້າວ່າ ພວກຕົນມາຈາກປະເທດ ໃນເຂດເອເຊຍຕາເວັນອອກສຽງໃຕ້.
ພວກສະແຫວງຫາການລີ້ໄພຫລາຍຮ້ອຍຄົນ ຊຶ່ງຫຼາຍໆຄົນ ມາຈາກອັຟການີສຖານ ແລະ
ປະເທດອື່ນໆໃນເຂດເອເຊຍໃຕ້ ໄດ້ຈົມນໍ້າຕາຍ ຍ້ອນເຮືອຫຼົ້ມໃນຫຼາຍໆປີຜ່ານມານີ້
ໃນຂະນະທີ່ພະຍາຍາມຈະເດີນທາງໄປໃຫ້ເຖິງອອສເຕຣເລຍຈາກອິນໂດເນເຊຍ ໂດຍ
ຂີ່ເຮືອທີ່ບໍ່ແໜ້ນໜາ ທີ່ພວກລັກລອບເອົາຄົນເຂົ້າເມືອງ ຈັດຫາໃຫ້ນັ້ນ.
ທາງລັດຖະບານອອສເຕຣເລຍ ກ່າວວ່າ ປີນີ້ ມາຮອດປະຈຸບັນ ແມ່ນໄດ້ມີອົບພະຍົບຫຼາຍ
ກວ່າ 15 ພັນຄົນ ໄດ້ເດີນທາງມາເຖິງອອສເຕຣເລຍ ໂດຍທາງເຮືອນັ້ນ.