ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນທ້າຍອາທິດແລ້ວນີ້, ທາງໜ່ວຍງານຊ່ວຍເຫຼືອກ່າວວ່າ ໄດ້ຊ່ວຍຊີວິດ 700 ຄົນຈາກທະເລ ເມດີເຕີຣານຽນ


ລູກເຮືອຈາກເຮືອກູ້ໄພຜູ້ອົບພະຍົບຍ້າຍຖິ່ນຂອງອົງການສະຫະປະຊາຊາດຂອງເຢຍລະມັນ ຊີ ວັອສ໌3 ໄດ້ແຈກຢາຍເສື້ອຊູຊີບໃຫ້ກັບຊາວອົບພະຍົບໃນເຮືອໄມ້ລໍານ້ອຍໃນນ່ານນໍ້າສາກົນ ນອກຊາຍຝັ່ງລິເບຍ ໃນທະເລ ເມດີເຕີຣານຽນຕາເວັນຕົກ, ວັນທີ 1 ສິງຫາ, ປີ 2021.
ລູກເຮືອຈາກເຮືອກູ້ໄພຜູ້ອົບພະຍົບຍ້າຍຖິ່ນຂອງອົງການສະຫະປະຊາຊາດຂອງເຢຍລະມັນ ຊີ ວັອສ໌3 ໄດ້ແຈກຢາຍເສື້ອຊູຊີບໃຫ້ກັບຊາວອົບພະຍົບໃນເຮືອໄມ້ລໍານ້ອຍໃນນ່ານນໍ້າສາກົນ ນອກຊາຍຝັ່ງລິເບຍ ໃນທະເລ ເມດີເຕີຣານຽນຕາເວັນຕົກ, ວັນທີ 1 ສິງຫາ, ປີ 2021.

ເຮືອກູ້ໄພໄດ້ຊ່ວຍເຫລືອ 700 ຄົນທີ່ພະຍາຍາມຈະຂ້າມທະເລ ເມດີເຕີຣານຽນ (Mediterranean) ດ້ວຍເຮືອຊົ່ວຄາວໃນທ້າຍອາທິດແລ້ວນີ້, ສ່ວນໃຫຍ່ແມ່ນຢູ່ເຂດຊາຍຝັ່ງທະເລ ລິເບຍ (Libya) ແລະ ມອລຕາ (Malta), ກຸ່ມຜູ້ຊ່ວຍເຫຼືອຊາວອົບພະຍົບໄດ້ກ່າວໃນວັນອາທິດວານນີ້.

ຈໍານວນໂຕເລກຫຼ້າສຸດມີຂຶ້ນໃນຂະນະທີ່ເຈົ້າໜ້າທີ່ສໍາລັບຜູ້ອົບພະຍົບແຫ່ງອົງການສະຫະປະຊາຊາດຮຽກຮ້ອງໃຫ້ມີກົນໄກທີ່ຍຸດຕິທໍາຫຼາຍຂຶ້ນ ໃນການແບ່ງປັນຄວາມຮັບຜິດຊອບໃນການເບິ່ງແຍງພວກເຂົາເຈົ້າ, ແທນທີ່ຈະປະພວກເຂົາເຈົ້າໄວ້ໃນບັນດາປະເທດ ເມດີເຕີຣານຽນ ນັ້ນ.

ສູນສັນຍານຂໍຄວາມຊ່ວຍໃນທະເລ ເມດີເຕີຣານຽນ ກ່າວວ່ານັ້ນແມ່ນເຮືອ, ເຊິ່ງເຮືອ ໂອຊຽນ ໄວກິ້ງ (Ocean Viking) ໄດ້ດໍາເນີນງານໃນການຂົນສົ່ງເຖິງ 6 ຄັ້ງໃນໜ້ານໍ້າສາກົນໃນມື້ວັນເສົາທີ່ຜ່ານມາ.

ໃນການຍື່ນມືຊ່ວຍເຫຼືອຄັ້ງຫຼ້າສຸດ, ທາງເຮືອ ໂອຊຽນ ໄວກິ້ງ ໄດ້ຊ່ວຍເຫຼືອ 106 ຄົນຢູ່ນອກຊາຍຝັ່ງຂອງ ມອລຕາ ຫຼັງຈາກໄດ້ຮັບການແຈ້ງເຕືອນຈາກກຸ່ມຊ່ວຍເຫຼືອ ຊີ ວັອຈ໌ (Sea Watch) ຂອງ ເຢຍລະມັນ ຊາບ, ອີງຕາມການກ່າວຂອງອົງການທີ່ມີຫ້ອງການຕັ້ງຢູ່ເມືອງ ມາກໄຊ, ປະເທດ ຝຣັ່ງ.

ສູນສັນຍານຂໍຄວາມຊ່ວຍເຫຼືອໃນທະເລ ເມດີເຕີຣານຽນ ກ່າວໃນທະວິດເຕີ້ວ່າ “ຜູ້ລອດຊີວິດທີ່ອາຍຸນ້ອຍທີ່ສຸດທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ມີອາຍຸພຽງ 3 ເດືອນເທົ່ານັ້ນ.”

ໃນຄືນວັນເສົາ ເຖິງວັນອາທິດ, ເຮືອ ໂອຊຽນ ໄວກິ້ງ ໄດ້ເຂົ້າຮ່ວມກັບບັນດາເຮືອຈາກ ຊີ ວັອຈ໌ ແລະ ເຣັສຄິວຊິບ (ResQship) ເຊິ່ງເປັນກຸ່ມເຢຍລະມັນອີກກຸ່ມນຶ່ງ, ໄດ້ຊ່ວຍເຫຼືອ 400 ຄົນທີ່ປະສົບກັບບັນຫາໃນເຂດພາກກາງຂອງທະເລ ເມດີເຕີຣານຽນ, ອີງຕາມການກ່າວຂອງກຸ່ມນັ້ນ.

ພວກເຂົາເຈົ້າໄດ້ຮັບການຊ່ວຍເຫຼືອຈາກເຮືອໃນຂະນະທີ່ແລ່ນຢູ່ເທິງໜ້ານໍ້າ, ອີງຕາມທີ່ໂຄສົກຂອງໜ່ວຍງານດັ່ງກ່າວບອກກັບອົງການຂ່າວ AFP ວ່າເປັນການປະຕິບັດງານທີ່ອັນຕະລາຍທີ່ສຸດ.

ບັນດາຜູ້ຄົນທີ່ໄດ້ຮັບການຊ່ວຍເຫຼືອເລົ່ານັ້ນ ແມ່ນໄດ້ຮັບການຊ່ວຍເຫຼືອຈາກທັງສອງເຮືອລະຫວ່າງເຮືອ ໂອຊຽນ ໄວກິ້ງ ແລະເຮືອ ຊີ ວັອຈ໌ 3.

ສະເພາະເຮືອ ໄວກິ້ງ ລໍາດຽວ ມີຜູ້ໂດຍສານເຖິງ 555 ຄົນຈາກການປະຕິບັດການໃນທ້າຍອາທິດແລ້ວນີ້, ເຊິ່ງລວມມີແມ່ຍິງຢ່າງໜ້ອຍ 28 ຄົນ ເຊິ່ງໃນນັ້ນສອງຄົນແມ່ນກໍາລັງຖືພາ. ທາງໜ່ວຍງານຍັງບໍ່ໄດ້ກໍານົດວ່າ ມີທ່າເຮືອໃດທີ່ຈະປອດໄພ ແລະຈະສາມາດເອົາພວກເຂົາເຈົ້າໄປໄວ້ທີ່ນັ້ນໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG