ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ການ​ກູ້​ໄພ ແລະ ບັນ​ເທົາ​ທຸກ ​ພວມ​ດຳ​ເນີນ​ຢູ່ ໃນ​ພາກ​ໃຕ້ອາ​ຟ​ຣິ​ກາ ທີ່​ຖືກ​ລົມ​ພາ​ຍຸ ພັດ​ເຂົ້າ​ຖະ​ຫຼົ່ມ


ປະ​ຊາ​ຊົນ​ພາ​ກັນ​ລັກ​ເອົາ​ເປົາ​ເຂົ້າ​ຈາກ​ສາງ ທີ່​ກຳ​ລັງ​ຈະ​ຖືກ​ນ້ຳ​ຖ້ວມ ຍ້ອນ​ລົມ​ພາ​ຍຸ​ອີ​ແດ ທີ່​ເມືອງ​ທ່າ​ແບ​ຣາ ໃນ​ປະ​ເທດ​ໂມ​ຊຳ​ບິກ ເມື່ອ​ວັນ​ທີ 20 ມີ​ນາ 2019.
ປະ​ຊາ​ຊົນ​ພາ​ກັນ​ລັກ​ເອົາ​ເປົາ​ເຂົ້າ​ຈາກ​ສາງ ທີ່​ກຳ​ລັງ​ຈະ​ຖືກ​ນ້ຳ​ຖ້ວມ ຍ້ອນ​ລົມ​ພາ​ຍຸ​ອີ​ແດ ທີ່​ເມືອງ​ທ່າ​ແບ​ຣາ ໃນ​ປະ​ເທດ​ໂມ​ຊຳ​ບິກ ເມື່ອ​ວັນ​ທີ 20 ມີ​ນາ 2019.

ສະ​ພາ​ກາ​ແດງ​ກ່າວ​ວ່າ ​ຕົນ​ໄດ້​ສົ່ງ​ໜ່ວຍ​ປະ​ຕິ​ບັດ​ງານ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ 2 ໜ່ວຍ​ໄປ​ຍັງ​ເມືອງ​ທ່າ​ແບ​ຣາໃນ​ປະ​ເທດ​ໂມ​ຊຳ​ບິກ ເພື່ອ​ໃຫ້​ຄວມ​ຊ່ວຍ​ເຫຼືອ​ແກ່​ປະ​ຊາ​ຊົນ​ຫຼາຍໆ​ພັນ​ຄົນ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄຊ​ໂຄ​ລນ​ອີ​ແດໃນ​ອາ​ທິດ​ແລ້ວນີ້ ຊຶ່ງ​ເປັນ​ລົມ​ພາ​ຍຸ​ທີ່​ແຮງ​ສຸດ ທີ່​ໄດ້​ພັດ​ເຂົ້າ​ຖະ​ຫຼົ່ມ​ພາກ​ໃຕ້​ທະ​ວີບ​ອາ​ຟ​ຣິ​ກາ​ໃນຮອບ​ຫຼາຍໆ​ທົດ​ສະ​ວັດ.

ເປັນ​ທີ່​ຄາດ​ກັນ​ວ່າ ໜ່ວຍ​ປະ​ຕິ​ບັດ​ງານ​ນຶ່ງ ແມ່ນ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ກ່ຽວ​ກັບ​ສະ​ຖານ​ທີ່​ສຸ​ຂາ​ພິ​ບານ​ພື້ນ​ຖານ ສຳ​ລັບ​ປະ​ຊາ​ຊົນ​ຫຼາຍ​ເຖິງ 20,000 ຄົນ ໃນຂະ​ນະ​ທີ່​ໜ່ວຍ​ປະ​ຕິ​ບັດ​ງານ​ອີກ​ໜ່ວຍ​ນຶ່ງນັ້ນ ຈະ​ຜະ​ລິດ​ນ້ຳ​ສະ​ອາດ​ຫຼາຍ​ເຖິງ 225,000 ລິດ​ໃນ​ແຕ່​ລະ​ມື້ ພຽງ​ພໍ​ສຳ​ລັບ​ປະ​ຊາ​ຊົນ​ຫຼາຍ​ເຖິງ 15,000 ຄົນ ທີ່ກຳ​ລັງ​ດີ້ນ​ຮົນ​ຕໍ່​ສູ້​ກັບ​ໄພ​ນ້ຳ​ຖ້ວມ​ຮ້າຍ​ແຮງ ທີ່​ເກີດ​ຈາກ​ລົມ​ພາ​ຍຸ​ດັ່ງ​ກ່າວ.

ທ່ານນາງ​ເຈມ​ມີ ລາ​ເຊີ ຫົວ​ໜ້າ​ປະ​ຕິ​ບັດ​ງານ​ ຂອງ​ສະ​ພາ​ກາ​ແດງ​ໃນ​ໂມ​ຊຳ​ບິກ ກ່າວຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ພວກ​ເຈົ້າ​ໜ້າ​ທີ່​ໃຫ້​ການຊ່ວຍ​ເຫຼືອມີ​ຄວາມ​ເປັນຫ່ວງ​ທີ່​ສຸດ ກ່ຽວ​ກັບ​ການ​ປ້ອງ​ກັນບໍ່​ໃຫ້​ມີ​ການ​ແຜ່​ຜາຍ​ຂອງ​ພະ​ຍາດ​ທີ່​ມາ​ນຳ​ນ້ຳ. ທ່ານ​ນາງ​ກ່າວ​ວ່າ ການ​ຊ່ວຍ​ເຫຼືອ​ສຸກ​ເສີນຈະ​ຊ່ວຍ​ປ້ອງ​ກັນ​ຕໍ່​ການ​ລະ​ບາດດັ່ງ​ກ່າວ.

ທ່ານ​ນາງ​ກ່າວ​ວ່າ “ການ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ ແມ່ນ​ຍັງ​ມີ​ຄວາມ​ຈຳ​ເປັນ ແລະ​ພວກເຮົາ​ ຈະ ສືບ​ຕໍ່​ດຳ​ເນີນ​ການເທົ່າ​ທີ່​ພວກ​ເຮົາ​ສາ​ມາດ ເພື່ອ​ຈັດ​ສົ່ງ​ຊັບ​ພະ​ຍ​າ​ກອນ​ຕ່າງໆ​ໃນ​ປະລິ​ມານ​ເພີ້ມ​ຂຶ້ນ​ໄປ​ໃຫ້ ແລະ​ເຂົ້າ​ເຖິງ​ຜູ້​ຄົນ​ໃນ​ຈຳ​ນວນ​ຫຼາຍ​ຂຶ້ນ.”

ມີ​ການ​ສົ່ງ​ເຮືອ​ບິນ​ເຮ​ຣີ​ຄອບ​ເຕີ້​ໄປ​ຖິ້ມ​ອາ​ຫານ​ລົງ​ຕາມ​ບ້ານ​ຕ່າງໆ ທີ່​ຖືກ​ທຳ​ລາຍ​ແລະ​ຕັດ​ຂາດ​ຈາກ​ໂລກ​ພາຍ ຫຼັງ​ຈາກ​ລົມ​ພາ​ຍຸ​ໄຊ​ໂຄ​ລນ​ ພັດ​ເຂົ້າ​ຖະ​ຫຼົ່ມ​ເມືອງ​ແບ​ຣາ ແລະ​ຫຼັງ​ຈາກນັ້ນ ກໍ​ພັດ​ທຳ​ລາຍ​ປະ​ເທດ​ຊິມ​ບັບ​ເວ ແລະ​ມາ​ລາ​ວີ ທີ່​ເປັນເພື່ອນ​ບ້ານ. ເຈົ້າ​ໜ້າ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ກ່າວ​ວ່າ ມີ​ພວກ​ທີ່​ລອດ​ຊີ​ວິດ​ມາ​ໄດ້​ຈຳນວນ​ນຶ່ງ ຍັງ​ງອຍ​ຢູ່​ຕາມ​ກົກ​ໄມ້ ຫຼື​ບໍ່​ກໍ​ຢູ່​ຕາມ​ຫຼັງ​ຄາ​ເຮືອນ ທີ່​ຍັງ​ຖືກ​ນ້ຳ​ຖ້ວມ​ຢູ່.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ ໃນ​ໂມ​ຊຳ​ບິກ ຊິມ​ບັບ​ເວ ແລະ​ມາ​ລາ​ວີ ໄດ້​ເພີ້ມ​ຂຶ້ນເປັນ​ຢ່າງ​ໜ້ອຍ 437 ຄົນ ຊຶ່ງ​ເປັນ​ໂຕ​ເລກ​ທີ່​ຄາດ​ວ່າ ຈະ​ສູງ​ຂຶ້ນ​ຕື່ມ ໃນ​ຂະ​ນະທີ່​ລະ​ດັບ​ນ້ຳ​ພວມ​ລົດ​ລົງ ແລະ​ເຈົ້າ​ໜ້າ​ທີ່​ສາ​ມາດ​ເຂົ້າ​ໄປ​ເຖິງ​ເຂດ​ທີ່​ໄດ້​ຮັບ​ຄວາມເສຍ​ຫາຍ​ຕ່າງໆ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ໂຕ​ເລກ​ຜູ້​ເສຍ​ຊີ​ວິດ​ຈາກ​ລັດ​ຖະ​ບານ​ຂອງປະ​ເທດ​ຕ່າງໆ​ມີ​ດັ່ງ​ກ່າວ ໂມ​ຊຳ​ບິກ 242 ຄົນ ຊິມ​ບັບ​ເວ 139 ຄົນ ແລະ​ມາ​ລາ​ວີ 56 ຄົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG