ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍຄົ້ນຫາ ແລະ ກູ້ໄພ ເຮັດວຽກຢູ່ໃນພາກຕາເວັນອອກຂອງລີເບຍ ທີ່ຖືກໄພນໍ້າຖ້ວມ


ຜົນໄດ້ຮັບຈາກໄພນໍ້າຖ້ວມໄດ້ຖືກພົບເຫັນຢູ່ໃນເມືອງເດີນາ ຂອງລີເບຍ, ວັນທີ 14 ກັນຍາ 2023. ໜ່ວຍຄົ້ນຫາ ກຳລັງຄົ້ນຫາຢ່າງລະອຽດຕາມຖະໜົນຫົນທາງ,​ ອາຄານທີ່ເປ້ເພ ແລະ ແມ້ແຕ່ໃນທະເລ ເພື່ອຊອກຫາສົບຜູ້ເສຍຊີວິດ ເຊິ່ງການແຕກຂອງ 2 ເຂື່ອນ ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນຂະໜາດໃຫຍ່ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍພັນຄົນ
ຜົນໄດ້ຮັບຈາກໄພນໍ້າຖ້ວມໄດ້ຖືກພົບເຫັນຢູ່ໃນເມືອງເດີນາ ຂອງລີເບຍ, ວັນທີ 14 ກັນຍາ 2023. ໜ່ວຍຄົ້ນຫາ ກຳລັງຄົ້ນຫາຢ່າງລະອຽດຕາມຖະໜົນຫົນທາງ,​ ອາຄານທີ່ເປ້ເພ ແລະ ແມ້ແຕ່ໃນທະເລ ເພື່ອຊອກຫາສົບຜູ້ເສຍຊີວິດ ເຊິ່ງການແຕກຂອງ 2 ເຂື່ອນ ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນຂະໜາດໃຫຍ່ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍພັນຄົນ

ໜ່ວຍ​ຄົ້ນ​ຫາ ​ແລະ​ກູ້​ໄພ​ໄດ້​ເຮັດ​ວຽກ ​ໃນ​ວັນ​ພະຫັດວານ​ນີ້​ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ລີເບຍ, ບ່ອນ​ທີ່​ໄພ​ນ້ຳ​ຖ້ວມຮ້າຍ​ແຮງ​ໄດ້​ເຮັດ​ໃຫ້​ຫລາຍ​ພັນ​ຄົນ​ເສຍ​ຊີ​ວິດ ​ແລະ​ຫາຍ​ສາບ​ສູນ​ອີກຫຼາຍ​ພັນ​ຄົນ.

ອົງການສະພາກາແດງລີເບຍ ກ່າວໃນວັນພະຫັດວານນີ້ວ່າ ຈຳນວນຜູ້ເສຍຊີວິດຈາກໄພນໍ້າຖ້ວມໃນວັນອາທິດໃນເມືອງເດີນາ (Derna) ໄດ້ເພີ່ມຂຶ້ນເປັນ 11,300 ຄົນ ແລະ ມີລາຍງານຜູ້ຫາຍ​ສາບ​ສູນອີກ 10,100 ຄົນ.

ອົງການຂ່າວ ເອພີ ໄດ້ອ້າງຄຳເວົ້າຂອງລັດຖະມົນຕີສາທາລະນະສຸກ ພາກຕາເວັນອອກຂອງລີເບຍ ທ່ານ ອອທມານ ອັບດຸລຈາລີລ (Othman Abduljaleel) ທີ່ກ່າວວ່າ ມີສົບ 3,000 ສົບໄດ້ຖືກຝັງແລ້ວ, ຍັງມີອີກ 2,000 ສົບ ຍັງຢູ່ໃນຂັ້ນຕອນການດຳເນີນການ.

ທ່ານອັບດຸລເມນາມ ອັລ-ໄກທີ (Abdulmenam al-Ghaithi), ເຈົ້າເມືອງເດີນາ ກ່າວ​ຕໍ່​ໂທລະພາບອັລ-ອາຣາເບຍ (al-Arabia) ວ່າ ຈຳນວນ​ຜູ້​ເສຍ​ຊີວິດອາດສູງ​ເຖິງ 20,000 ຄົນ.

ເມືອງເດີນາ ເປັນພື້ນທີ່ ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ, ໂດຍມີຝົນຕົກໜັກ ແລະເຂື່ອນແຕກ ເຮັດໃຫ້ຕຶກອາຄານຕ່າງໆພັງທະລາຍລົງ, ຝັງພື້ນທີ່ຢູ່ໃນຕົມ ແລະພັດພາຄົນອອກສູ່ທະເລ.

ເຈົ້າ​ໜ້າ​ທີ່​ໃນພາກ​ຕາ​ເວັນ​ອອກ​ຂອງ​ລີ​ເບຍ​ ໄດ້​ອອກ​ຄຳ​ເຕືອນ, ​ແລະ​ໃນ​ວັນ​ເສົາ​ ​ໄດ້​ສັ່ງ​ໃຫ້​ປະຊາຊົນ​ ອົບ​ພະຍົບ​ອອກ​ຈາກ​ເຂດ​ແຄມ​ທະ​ເລ. ​ແຕ່​ບໍ່​ມີ​ການ​ແຈ້ງ​ເຕືອນ​ກ່ຽວ​ກັບເລື້ອງ​ເຂື່ອນ​ແຕກ.

ພາຍຸ​ດັ່ງກ່າວ​ຍັງ​ໄດ້​ສັງຫານ​ປະຊາຊົນ​ປະມານ 170 ຄົນ​ໃນ​ເຂດ​ອື່ນໆ​ຂອງ​ພາກ​ຕາ​ເວັນ​ອອກ​ລີ​ເບຍ, ລັດຖະມົນຕີ​ສາທາລະນະ​ສຸກ​ກ່າວ.

ເລຂາທິການໃຫຍ່ ອົງການອຸຕຸນິຍົມໂລກ ທ່ານເພຕເຕຣີ ຕາລາສ (Petteri Taalas) ກ່າວຕໍ່ບັນດານັກຂ່າວ ໃນວັນພະຫັດວານນີ້ ທີ່ນະຄອນເຈນີວາວ່າ "ການເສຍຊີວິດຂອງມະນຸດສ່ວນໃຫຍ່" ສາມາດຫລີກລ້ຽງໄດ້ຖ້າລີເບຍມີການບໍລິການສະພາບອາກາດ ທີ່ມີປະໂຫຍດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG