ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໜ່ວຍ​ກູ້​ໄພທີ່​ຊອກ​​ຫາຜູ້​ລອດ​ຊີ​ວິດ ​ໃນ​ເຫດແຜ່ນ​ດິນ​ໄຫວ ຢູ່​ເທີ​ກີ ແລະ​ຊີ​ເຣຍ ເວົ້າ​ວ່າ ມີ​ຜູ້​ເສຍ​ຊີ​ວິດ ​ຮອດ 9,400 ຄົນ ​ແລ້ວ


ຜູ້​ຄົນ​ພາ​ກັນ​ຊອກ​ຄົ້ນ​ກອງ​ຊ​າກ​ຫັກ​ພັງ​ຫລັງ​ຈາກ​ມີ​ແຜ່ນ​ດິນ​ໄຫວໃນ​ເມືອງ Kahramanmaras ຂອງ​ເທີ​ກີ, ວັນ​ທີ 8 ກຸມ​ພາ, 2023
ຜູ້​ຄົນ​ພາ​ກັນ​ຊອກ​ຄົ້ນ​ກອງ​ຊ​າກ​ຫັກ​ພັງ​ຫລັງ​ຈາກ​ມີ​ແຜ່ນ​ດິນ​ໄຫວໃນ​ເມືອງ Kahramanmaras ຂອງ​ເທີ​ກີ, ວັນ​ທີ 8 ກຸມ​ພາ, 2023

ໜ່ວຍກູ້ໄພໃນເທີກີ ແລະຊີເຣຍ ໄດ້ຮີບ​ເຮັ່ງແຂ່ງກັບເວລາ ແລະອາກາດໜາວ ໃນວັນພຸດມື້ນີ້ ເພື່ອ ຊອກຫາຜູ້ລອດຊີວິດ ທີ່ຖືກ​ຖົມຢູ່ໃນຊາກຫັກພັງຂອງຕຶກອາຄານ ທີ່ພັງລົງ ຍ້ອນແຜ່ນດິນໄຫວຂະ​ໜາດແຮງ ທີ່ເກີດຂຶ້ນໃນວັນຈັນຜ່ານ​ມາ ແລະ ເຮັດໃຫ້ ມີຜູ້ເສຍຊີວິດຫຼາຍກວ່າ 9,400 ຄົນນັ້ນ.

ອົງການ​ຄຸ້ມ​ຄອງ​ເຫດ​ສຸກ​ເສີນ​ຂອງ​ປະ​ເທດ​ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ​ການ​ດຳ​ເນີນຄວາມ​ພະຍາຍາມ ​ຊ່ວຍ​ກູ້​ໄພ​ໃນ​ເທີ​ກີ ແມ່ນມີ​ພະນັກງານ 96,000 ຄົນເຂົ້​າ​ຮ່ວມ.

ສະ​ຖານ​ທີ່ ທີ່ມີ​ການຄົ້ນຫາ ໄດ້ເປັນບ່ອນ​ທີ່ໜ້າ​ຊົມ​ຊື່ນ​ດີ​ໃຈ ໃນລະ​ດັບ​ໃດ​ນຶ່ງ ຍ້ອນວ່າ ມີຜູ້​ຄົນທີ່​ຍັງ​ມີ​ຊີ​ວິດຖືກ​ພົບ​ເຫັນ ແລະຖືກນໍາສົ່ງໄປຮັບການປິ່​ນ​ປົວທາງການແພດ. ​ແຕ່​ການຂຸດ​ຊາກ​ຫັກ​ພັງອອກ ກໍ​ຍັງ​ໝາຍ​ເຖິງ​ການ​ມີ​ຈຳນວນ​ຜູ້ໄດ້​ຮັບ​ບາດ​ເຈັບ ແລະ​ເສຍ​ຊີ​ວິດເພີ້ມ​ສູງຂຶ້ນ​ໄປ​ເລື້ອຍໆ.

ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ເທີ​ກີກ່າວ​ວ່າ ມີ​ຢ່າງຫ​ນ້ອຍ 6,957 ຄົນ ​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 38,000 ຄົນ​ໄດ້​ຮັບ​ບາດ​ເຈັບ. ຢູ່​ໃນ​ຊີ​ເຣຍນັ້ນ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 2,470 ຄົນ, ອີງ​ຕາມ​ຕົວ​ເລກ​ຂອງ​ລັດຖະບານດາ​ມາ​ສ​ກັ​ສ​ ແລະ​ກຸ່ມ​ກູ້​ໄພ.

ແຜ່ນດິນ​ໄຫວ​ເທື່ອ​ນີ້ ​ແມ່ນ​ເຫດການ​ແຜ່ນດິນ​ໄຫວ ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ ​ນັບຕັ້ງ​ແຕ່ ​ມີແຜ່ນດິນ​ໄຫວ ​ແລະ​ຄື້ນຊຸນາ​ມິ ໃນ​ປີ 2011 ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເກືອບຮອດ 20,000 ຄົນ​ ຢູ່ໃນ​ຍີ່ປຸ່ນ ເປັນ​ຕົ້ນ​ມາ.

ຈຸດ​ສູນ​ກາງ​ຂອງ​ແຜ່ນ​ດິນ​ໄຫວ​ໃນ​ວັນ​ຈັນ​ຜ່ານ​ມາ ແມ່ນ​ຢູ່ໃນ​ເມືອງພາ​ຊາ​ຊິກ (Pazarcik) ທີ່​ຢູ່ໃກ້​ກັບ​ເມືອງກາ​ຊຽນ​ເທັບ (Gaziantep) ທີ່​ຢູ່ໃກ້​ຊາຍ​ແດນ​ເທີ​ກີ ກັບຊີ​ເຣຍ. ປະທານາທິບໍດີ​ເທີ​ກີ, ທ່ານຣີ​ເຊັບ ຕາ​ຢິບ ເອີ​ດວນ (Recep Tayyip Erdogan) ມີ​ກຳນົດ​ຈະ​ເດີນທາງ​ໄປ​ຍັງ​ເຂດ​ດັ່ງກ່າວ​ໃນ​ວັນ​ພຸດ​ມື້​ນີ້.

ທ່ານເອີ​ດວນ ໄດ້ປະກາດວ່າ ​ໃຫ້​ມີການໄວ້ອາໄລແຫ່ງຊາດເປັນເວລາ 7 ວັນ ແລະ ມີພາວະສຸກເສີນ ເປັນເວລາ 3 ເດືອນ ໃນ 10 ແຂວງ ທີ່ໄດ້ຮັບຜົນກະທົບໂດຍກົງ ຈາກແຜ່ນດິນໄຫວນີ້.

ທ່ານເອີ​ດວນ ພັນ​ລະ​ນາເຖິງແຜ່ນດິນ​ໄຫວ​ດັ່ງກ່າວວ່າ “ເປັນ​ສິ່ງ​ທີ່ບໍ່ມີ​ອັນ​ໃດຄືເລີຍ ​ໃນ​ໂລກນີ້,” ແລະ ​ທ່ານ​ໄດ້​ຂອບ​ໃຈປະ​ເທດ​ກາ​ຕາ ທີ່​ໄດ້​ສະ​ໜອງ​ເຮືອນ​ຕູ້​ຄອນ​ເທັນ ເນີ 10,000 ຫຼັງ ​ໃຫ້​ແກ່​ຜູ້ທີ່​ຂາດບ່ອນຢູ່​ອາ​ໄສ.

ໜ່ວຍ​ຊອກ​ຄົ້ນຫາຄົນ ​ແລະ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນ​ຈາກ​ທົ່ວ​ໂລກ​ ໄດ້​ຫລັ່ງ​ໄຫລ​ເຂົ້າ​ໄປ ​ໃນ​ເທີ​ກີ ​ແລະ​ຊີ​ເຣຍ ​ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ກູ້​ໄພ​ ໄດ້​ຂຸດຊາກ​ຫັກ​ພັງອອກ ​ໃນ​ການ​ຊອກ​ຫາ​ຜູ້​ລອດ​ຊີ​ວິດ​ຢ່າງ​ຟ້າວ​ຟັ່ງ. ​ສຽງ​ທີ່​ຮ້ອງ​ຄວນ​ຄາງຂໍ​ຄວາມ​ຊ່ວຍ​ເຫຼືອ ຈຳ​ນວນ​ນຶ່ງ ໄດ້​ມິດງຽບ​ໄປ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG