ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໜ່ວຍກູ້ໄພ ໃນເທີກີ ຊອກພົບພວກທີ່ລອດຊີວິດ ໃນມື້ທີ 8 ຫຼັງຈາກເກີດແຜ່ນດິນໄຫວຂະໜາດແຮງ


ທ້າວ ມູຮາມເມດ ອີເນສ ເຢນີນາຣ (Muhammed Enes Yeninar), ໄວ 17 ປີ ຜູ້ລອດຊີວິດຈາກແຜ່ນດິນໄຫວ, ກຳລັງຖືກຊ່ອຍອອກມາຈາກຊາກຫັກພັງຂອງຕຶກ ທີ່ຕິດຄ້າງເປັນເວລາ 198 ຊົ່ວໂມງ ຫຼັງຈາກເກີດແຜ່ນດິນໄຫວທີ່ຮ້າຍແຮງເມື່ອອາທິດແລ້ວນີ້, ໃນເມືອງອາກີຢາແມນ ຂອງເທີກີ ໃນວັນທີ 14 ກຸມພາ 2023.
ທ້າວ ມູຮາມເມດ ອີເນສ ເຢນີນາຣ (Muhammed Enes Yeninar), ໄວ 17 ປີ ຜູ້ລອດຊີວິດຈາກແຜ່ນດິນໄຫວ, ກຳລັງຖືກຊ່ອຍອອກມາຈາກຊາກຫັກພັງຂອງຕຶກ ທີ່ຕິດຄ້າງເປັນເວລາ 198 ຊົ່ວໂມງ ຫຼັງຈາກເກີດແຜ່ນດິນໄຫວທີ່ຮ້າຍແຮງເມື່ອອາທິດແລ້ວນີ້, ໃນເມືອງອາກີຢາແມນ ຂອງເທີກີ ໃນວັນທີ 14 ກຸມພາ 2023.

ພວກນັກກູ້ໄພໃນເທີກີ ສາມາດດຶງເອົາພວກຄົນທີ່ລອດຊີວິດຈຳນວນນຶ່ງອອກມາຈາກຊາກຫັກພັງຂອງຕຶກ ໃນວັນອັງຄານມື້ນີ້ ເກືອບຮອດ 200 ຊົ່ວໂມງຫຼັງຈາກເກີດແຜ່ນດິນໄຫວຂະໜາດແຮງຫຼາຍຄັ້ງ ທີ່ໄດ້ກະທົບຕໍ່ພາກພື້ນນີ້.

ການຊ່ອຍເຫຼືອຄັ້ງຫຼ້າສຸດນີ້ ລວມມີ ນຶ່ງຄົນ ທີ່ໄດ້ດຶງອອກມາຈາກຊາກຫັກພັງຂອງຕຶກຢູ່ໃນແຂວງອາດີຢາແມນ ແລະອີກສອງຄົນ ດຶງອອກມາຈາກຕຶກທີ່ຖືກທຳລາຍຢູ່ໃນເມືອງ ຄາຣາມານມາຣາສ ຢູ່ພາກກາງ ໃກ້ກັບຈຸດສູນກາງຂອງແຜ່ນດິນໄຫວ.

ພາບຕ່າງໆຂອງການຊ່ອຍເຫຼືອ ໄດ້ຖືກຖ່າຍທອດອອກອາກາດໂດຍໂທລະພາບເທີກີ ແຕ່ບັນດານັກຊ່ຽວຊ່ານ ໄດ້ເຕືອນວ່າ ໄລຍະເວລາໃກ້ຈະໝົດລົງສຳລັບການຊອກຫາພວກຄົນທີ່ອາດຍັງມີຊີວິດຢູ່ໃນສິ່ງທີ່ຍັງຫລົງເຫຼືອຂອງຊາກຫັກພັງຂອງຕຶກທັງຫຼາຍ ພາຍຫຼັງຈາກທີ່ເວລາໄດ້ຜ່ານພົ້ນໄປຫຼາຍແລ້ວນັ້ນ.

ພົນລະເມືອງຊາມດາກຂອງເທີກີ ໃນແຂວງຮາເຕ ໄດ້ພາກັນຈົ່ມວ່າ ລັດຖະບານບໍ່ໄດ້ເຮັດພຽງພໍໃນການຊອກຄົ້ນຫາພວກທີ່ອາດລອດຊີວິດ.

ຜູ້ລອດຊີວິດຈາກແຜ່ນດິນໄຫວຄົນນຶ່ງ ໄດ້ກ່າວຕໍ່ວີໂອເອ ພະແນກພາສາເທີກີ ວ່າ ທຸກສິ່ງທຸກຢ່າງທີ່ໄດ້ເຮັດໄປແລ້ວນັ້ນ ໂດຍຜ່ານພວກອາສາສະໝັກ ແລະຄວາມພະຍາຍາມຂອງຊຸ່ມຊົນທັງນັ້ນ ບໍ່ແມ່ນໂດຍລັດຖະບານ.

ຜູ້ລອດຊີວິດເວົ້າວ່າ “ພວກເຮົາໄດ້ຊ່ອຍແມ່ຍິງ ແລະລູກຂອງນາງ ຈາກພາຍໃຕ້ຊາກຫັກພັງ. ຍັງມີຊີວິດຢູ່. ດ້ວຍຄວາມພະຍາຍາມຂອງພວກເຮົາເອງ. ດ້ວຍໄມ້ຄ້ອນຕີໃຫຍ່ຂອງພວກເຮົາເອງ, ດ້ວຍໄມ້ຄ້ອນຕີນ້ອຍຂອງພວກເຮົາເອງ. ຂ້າພະເຈົ້າມີໝູ່ເພື່ອນຫຼາຍຄົນນຳກັນ. ອັນນີ້ ແມ່ນບໍ່ສາມາດຮັບເອົາໄດ້.”

ຜູ້ລອດຊີວິດອີກຄົນນຶ່ງ ກໍໄດ້ກ່າວວ່າ “ພວກອາສາສະໝັກກຳລັງເຮັດວຽກຢູ່ທີ່ນີ້ ທັງເວັນແລະຄືນ, ບໍ່ຢຸດເລີຍ. ພວກເຂົາບໍ່ຢຸດກິດເຂົ້າເລີຍ. ພວກເຂົາບໍ່ລົງມາດື່ມນ້ຳເລີຍ. ອົງການຄຸ້ມຄອງໄພພິບັດຂອງເທີກີ ຫຼື AFAD ໄດ້ມາຊ່ອຍພວກເຮົາ ຫວະ. ທີມງານທີ່ໄດ້ມານະທີ່ນີ້ ເພື່ອເຮັດວຽກໃນການກວດຫາ. ພວກເຂົາໄດ້ມາພຽງບໍ່ດົນ ແລະກໍຫາຍໄປ. ພວກເຂົາເວົ້າວ່າ ‘ບໍ່ມີຫຍັງຢູ່ທີ່ນີ້,’ ແລ້ວພາກັນຫັນຫຼັງ ແລະກໍອອກໄປ.”

ທາງການຂອງເທີກີ ໄດ້ລາຍງານວ່າ ມີຢ່າງໜ້ອຍ 31,643 ຄົນເສຍຊີວິດຈາກ ເຫດແຜ່ນດິນໄຫວຂະໜາດໃຫຍ່ ທີ່ມີຈຸດສູນກາງຢູ່ໃນຂົງເຂດ ກາຊຽນເທບ.

ຢູ່ທົ່ງເຂດຊາຍແດນໃນພາກເໜືອຂອງຊີເຣຍ ຫ້ອງການດ້ານມະນຸດສະທຳຂອງອົງການສະຫະປະຊາຊາດ ໄດ້ກ່າວໃນວັນຈັນວານນີ້ ວ່າ ຈຳນວນຂອງການເສຍຊີວິດ ຢູ່ທີ່ນັ້ນ ໄດ້ສູງຂຶ້ນເຖິງ 4,300 ຄົນ ພ້ອມດ້ວຍອີກ 7,600 ຄົນໄດ້ຮັບບາດເຈັບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG