ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ພັກຣີພັບບລິກັນ ເຂົ້າຄວບຄຸມ ທັງ 2 ສະພາ ຂອງ ສຫລ ຢ່າງເປັນທາງການ


New US Congress Gavels in for First Day of Business
please wait

No media source currently available

0:00 0:02:51 0:00

ບັນດາສະມາຊິກ ລັດຖະສະພາສະຫະລັດຊຸດ​ໃໝ່ ​ໄດ້ປະຊຸມ
ກັນໃນ​ວັນ​ອັງຄານ​ວານນີ້ ຊຶ່ງ​ພັກຣີພັບ​ບລິ​ກັນຄວບ​ຄຸມ​ທັງ​ສະ
ພາ​ຕໍ່າ ​ແລະ​ສະພາ​ສູງ ​ແລະ​ບັນດາ​ສະມາຊິກນິຍົມແນວທາງ
ເດີມ ໄດ້ຕົກລົງໃຈ​ທີ່​ຈະ​ຕ່າວ​ປີ້ນ ນະ​ໂຍບາຍ​ຂອງປະ​ທາ​ນາ
​ທິບໍດີ Barack Obama ຈຳນວນ​ນຶ່ງ.

ດັ່ງ​ທີ່​ໄດ້ຄາດກັນ​ໄວ້ ບັນດາ​ສະມາຊິກ​ສະພາ​ສູງສັງກັດພັກ
ຣີພັບ​ບລິ​ກັນໄດ້ເລີ້ມສະໄໝການປະຊຸມຂອງສະພາຊຸດ​ໃໝ່
ໂດຍ​ການ​ນຳສະເໜີ​ຮ່າງ​ກົດໝາຍ ​ເພື່ອ​ໃຫ້ການອະນຸມັດ ຕໍ່
ໂຄງການສ້າງທໍ່​ນໍ້າມັນ Keystone XL ທີ່​ເປັນບັນຫາ​ໂຕ້​ແຍ້​ງ
ກັນ​ນັ້ນ. ບັນດາ​ຜູ້​ສະໜັບສະໜູນ ກ່າວ​ວ່າ ການວາງ​ທໍ່​ນຳ້ມັນ
ດັ່ງກ່າວ​ຈະ​ສ້າງ​ວຽກ​ເຮັດງານທຳ ​ແລະ​ນຳພາສະຫະລັດ ​ໄປ​ສູ່​ຄວາມ​ເປັນ​ເອກ​ກະລາດໃນ ດ້ານພະລັງງານ. ສ່ວນພັກເດ​ໂມ​ແຄຣັດທີ່ເປັນຝ່າຍຄ້ານຮ້ອງວ່າ ​ເປັນໄພພິບັດ ​ຕໍ່ສິ່ງ​ແວດ​ລ້ອມທີ່​ກຳລັງ​ລໍຖ້າ​ຈະເກີດຂຶ້ນ.

ທຳນຽບຂາວໄດ້ຕອບໂຕ້ຕໍ່ການ​ເຄຶ່ອນ​ໄຫວ​ນີ້ຢ່າງ​ວ່ອງ​ໄວ ດ້ວຍ​ການ​ຂົ່ມຂູ່​ທີ່​ຈະ​ໃຊ້​ສິດ
ຢັບຢັ້ງ.

US Congress, Balance of Power, Jan. 6, 2015
US Congress, Balance of Power, Jan. 6, 2015

ນອກນັ້ນ ບັນດາ​ສະມາຊິກ​ສ​ະພາ ຍັງໄດ້​ລົງ​ຄະ​ແນນ​ສຽງ ​ເລືອກ​
ເອົາປະທານສະພາ​ຕໍ່າ​ຊຶ່ງທ່ານ John Boehner ທີ່ກຳໜ້າ​ທີ່​ຢູ່ໃນ
ປັດ​ຈຸ​ບັນນີ້​ໄດ້​ຖືກ​ເລືອກ ໃຫ້ເຂົ້າກຳຕຳແໜ່ງທີ່ມີຄວາມສຳຄັນ​ສູງ
ດັ່ງກ່າວຄືນ​ໃໝ່ ​ເຖິງ​ແມ່ນ​ວ່າ​ມີ​ການ​ຄັດ​ຄ້ານຈາກບັນດາ​ສະມາຊິກ
ນິຍົມແນວທາງເດີມ 25 ຄົນ​ ທີ່​ຢູ່​ພາຍ​ໃນ​ພັກ​ຣີພັບ​ບລິ​ກັນເອງນັ້ນ
ກໍຕາມ.

ທ່ານ John Boehner ​ໄດ້​ຮັບ 216 ສຽງ​ຂອງ​ຈຳນວນ​ທັງ​ໝົດ
408 ສຽງ​ທີ່​ລົງ​ຄະ​ແນນສຽງ​ຢູ່​ໃນ​ສະພາ ໂດຍ​ໄດ້ໄຊຊະນະອ​ະ​ດີ​ດ
ປະທານ​ສະພາ​ຕໍ່າ​ ທ່ານ​ນາງ Nancy Pelosi ຜູ້​ທີ່​ໄດ້​ຮັບ​ຄະ​ແນນ 164 ສຽງ.

​ພັກຣີພັບ​ບລິ​ກັນ ກຳ 216 ບ່ອນ​ນັ່ງ​ ໃນ​ສະພາຕ່ຳທີ່ມີບ່ອນນັ່ງທັງໝົດ 425 ບ່ອນ ຊຶ່ງ​ເປັນ
​ການກຳສຽງສ່ວນ​ຫລາຍທີ່​ໃຫຍ່ທີ່​ສຸດ​ໃນຮອບ 70 ປີ ​ແລະກຳ 54 ບ່ອນ​ນັ່ງ ​ໃນສະພາສູງ
ທີ່ມີບ່ອນນັ່ງທັງໝົດ 100 ບ່ອນ ຫລັງ​ຈາກ​ໄດ້ຮັບ ໄຊຊະນະ ໃນການ​ເລືອກ​ຕັ້ງ​ກາງ​ສະໄໝ
ເມື່ອ​ເດືອນ​ພະຈິກ​ທີ່​ຜ່ານ​ມາ.

​ເຖິງ​ ແມ່ນ​ວ່າໄດ້ກຳ​ສຽງ​ສ່ວນ​ຫລາຍ​ຢູ່​ໃນທັງສອງ​ສະພາກໍຈິງ ແຕ່ພັກຣີພັບ​ບລິ​ກັນອາດຈະ
​ຍັງບໍ່​ມີຄະ​ແນນ​ສຽງຢ່າງ​ພຽງພໍ ​ເພື່ອຕ່ວ​ປິ້ນການໃຊ້ສິດ​ຢັບຢັ້ງຂອງ ປະທານາທິບໍດີ.

XS
SM
MD
LG