ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານມິດ ຣອມນີ ​ຈະຮັບເອົາ ການແຕ່ງຕັ້ງຂອງພັກ ໃນ​ວັນ​ພະຫັດ​ມື້​ນີ້ ​(ສະໄລດ໌ກັບວີດີໂອ)


ທ່ານມິດ ຣອມນີ ຈະກ່າວຄໍາປາໄສ ຮັບເອົາການແຕ່ງຕັ້ງ ໃນມື້ນີ້.
ທ່ານມິດ ຣອມນີ ຈະກ່າວຄໍາປາໄສ ຮັບເອົາການແຕ່ງຕັ້ງ ໃນມື້ນີ້.
ທ່ານມິດ ຣອມນີ ​ຈະຂຶ້ນ​ເວທີໃນວັນ​ພະຫັດ​ມື້​ນີ້ ​ເພື່ອ​ອະທິບາຍເຖິງເຫດຜົນຫຼັກຂອງ​ທ່ານວ່າດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງຄວນ​ຈະ​ຖືກ​ເລືອກ​ເປັນ​ປະທານາທິບໍດີ​ສະຫະລັດ​ຄົນ​ຕໍ່​ໄປ.

ທ່ານມິດ ຣອມນີຊຶ່ງໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ສະໝັກ​ແຂ່ງ​ຂັນເອົາ​ຕຳ​ແໜ່​ງ ປະທານາທິບໍ ດີ​ຂອງພັກຣີພັບ​ບລິ​ກັນ ຈະ​ກ່າວ​ຄໍາ​ປາ​ໄສ​ຕໍ່​ພວກຄົນ​ທີ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸມຫຼວງທີ່ ​ເມືອງ Tampa ລັດ Florida ​ແລະຕໍ່​ອີກ ຫຼາຍລ້ານ​ຄົນ​ທີ່​ເບິ່ງ​ທີ​ວີນັ້ນ​ນໍາ ຫຼັງຈາກ​ການ​ກ່າວ​ຄໍາ​ປາ​ໄສຫຼາຍວັນໂດຍ​ບຸກຄົນ​ສຳຄັນໆ​ທີ່​ມີ​ອິດ​ທິພົນ​ຂອງ​ພັກ​ທີ່​ແນ​ເປົ້າໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ວິທີ​ການ ​ທີ່​ທ່ານ​ຈະ​ປົກຄອງ​ປະ​ເທດ​ ແຕກ​ຕ່າງ​ໄປ​ຈາກ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ນັ້ນຢ່າງ​ໃດ.

ທ່ານ Paul Ryan ຜູ້​ສະ​ໜັກ​ເປັນ​ຮອງ​ປະທານາທິບໍດີຂອງ​ພັກຣີພັບ​ບລີ​ກັນ ໄດ້​ກ່າວ​ຄໍາ​ປາ​ໄສທີ່​ໜັກ​ແໜ້ນ​ເຂັ້ມ​ແຂງ​ເມື່ອ​ຄືນ​ວັນ​ພຸດ​ວານ​ນິ້ ​ໂດຍ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະຍຸຕິ ຄໍາ​ແກ້​ຕົວ ​ແລະ​ມີ​ແຕ່​ຄໍາ​ເວົ້າ ​ເວລາ​ເວົ້າ​ເຖິງ​ເລຶ່ອງ​ເສດຖະກິດ ຖ້າ​ຫາກ​ຜູ້​ປ່ອນ​ບັດ​ທັງຫຼາຍ ຈະປ່ອນ​ເອົາ ທ່ານ ຣອມນີ ໃນ​ການ​ເລືອກ​ຕັ້ງ​ເດືອນ​ພະຈິກ​ນີ້.

ທ່ານ ພອລ ຣາຍອັນ ​ໄດ້​ບອກ​ຕໍ່ກອງ​ປະຊຸມ​ວ່າ ມີ​ແຕ່ ຄວາມ​ຢ້ານ​ກົວ ​ແລະ​ການແບ່ງ​ແຍກ ​ເທົ່າ​ນັ້ນ​ທີ່​ພັກ​ເດ​ໂມ​ແດ​ຣທ ​ໄດ້​ປະ​ໄວ້​ໃຫ້ ພ້ອມ​ກັບ​ຕຳ​ໜິຢ່າງ​ແຮງ​ຕໍ່ທ່ານ​ໂອ​ບາ​ມາ ​ແລະ​ເພື່ອນ​ພັກ​ເດ​ໂມ​ແຄຣັທທັງຫຼາຍ ທີ່​ໃຊ້​ເວລາ​ສີ່​ປີຜ່ານມາ ​ຖິ້ມ​ໂທດ​ໃສ່​ຜູ້​ນັ້ນ​ຜູ້​ນີ້​ສໍາລັບ​ບັນຫາ​ຕ່າງໆ ​ແທນ​ທີ່​ຈະ​ຫາ​ວິທີ​ແກ້​ໄຂ.



ທ່ານ ຣາຍອັນ ກ່າວ​ອີກ​ວ່າ ທ່ານ ​ແລະທ່ານມິດ ຣອມນີ ຈະ​ປະ​ເຊີນ​ກັບ​ບັນຫາທ້າ​ທາຍ​ທີ່​ໜັກໜ່ວງຕ່າງໆ ດ້ວຍ​ວິທີ​ທາງທີ່​ເອົາ​ຈິງ​ເອົາ​ຈັງ ແຕ່​ກໍ​ເຕືອນ​ວ່າ ບັນຫາ​ເສດຖະກິດ​ຂອງ​ປະ​ເທດ​ແມ່ນ​ໃຫຍ່ຫຼາຍ ​ບໍ່​ມີ​ເວລາຍັງເຫຼືອຫຼາຍເພື່ອຈະ​ແກ້​ໄຂ.

ທ່ານ ຣາຍອັນ ​ໄວ 42 ປີ ​ເປັນ​ສະມາຊິກ​ສະພາ​ຕໍ່າ​ສະຫະລັດ​ຈາກ​ລັດ ວີສຄອນ​ຊິນ ​ໄດ້​ສ້າງ​ຄວາມ​ຄຶກຄັກ​ແກ່ບັນດາ​ນັກ​ເຄື່ອນ​ໄຫວ​ຫົວ​ອະນຸລັກ ນິຍົມ ​ເຖິງ​ແມ່ນ​ທ່ານ​ໄດ້​ຖືກ​ໂຈມ​ຕີ​ຢ່າງ​ໜັກ​ຍ້ອນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ເພື່ອ ຕັດ​ເງິນ​ໂຄງການສັງຄົມສົງ​ເຄາະ​ລົງຫຼາຍທີ່​ສຸດ ນັ້ນ ກໍ​ຕາມ.

ຕອນ​ຕົ້ນໆ​ຂອງລາຍການ​ປະຊຸມ​ວັນ​ພຸດ​ວານ​ນີ້ ທ່ານ​ນາງ ​Condoleezza Rice ອະດີດ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ກ່າວ​ຄໍາ​ປາ​ໄສ​ທີ່​ກອງ ປະຊຸມ ​ເຫັນ​ພ້ອມ​ກັບ​ການ​ຈໍາກັດ​ງົບປະມານ​ຂອງ​ພັກ ​ໂດຍ​ກ່າວ​ວ່າ ​ໂລກ ກໍ​ຮູ້​ດີ​ວ່າ ​ເວລາ​ປະ​ເທດໃດ​ນຶ່ງ​ສູນ​ເສຍ​ການ​ຄວບ​ຄຸມ​ການ​ເງິນ​ຂອງ​ຕົນນັ້ນ ​ຈົນໃນ​ທີ່​ສຸດ​ແລ້ວ​ ກໍ​ສູນ​ເສຍ​ການ​ຄຸ້ມ​ຄອງ​ຈຸດໝາຍ​ປາຍທາງ​ຂອງ​ຕົນ​ໄດ້.

XS
SM
MD
LG