ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ພັກ​ຣີ​ພັບ​ບ​ລີ​ກັນ ຢາກ​ໃຫ້ ຕັດ​ສິນ​ໃຈວ່າ ຜູ້​ກ່າວ​ຫາ ທ່ານ​ຄາ​ແວ​ນໍ ຈະ​ໄປ​ໃຫ້​ການ ຫ​ຼື​ບໍ່


ຜູ້​ພິ​ພາກ​ສ​ສາ ແບັດ ຄ​າ​ແວ​ນໍ ທີ່​ຖືກ​ສະ​ເໜີ​ແຕ່ງ​ຕັ້ງ ໃຫ້​ເປັນ​ຜູ້​ພິ​ພາກ​ສາ ສານ​ສູງ​ສຸດ ຂອງ​ສະ​ຫະ​ລັດ ໃນ​ລະ​ຫວ່າງ ການ​ຮັບ​ຟັງ ຄຳ​ໃຫ້​ການ ຕໍ່​ກຳ​ມະ​ການ​ຂອງ​ສະ​ພາ​ສູງ ກ່ຽວ​ກັບ​ການ​ແຕ່ງ​ຕັ້ງ ທ່ານ.
ຜູ້​ພິ​ພາກ​ສ​ສາ ແບັດ ຄ​າ​ແວ​ນໍ ທີ່​ຖືກ​ສະ​ເໜີ​ແຕ່ງ​ຕັ້ງ ໃຫ້​ເປັນ​ຜູ້​ພິ​ພາກ​ສາ ສານ​ສູງ​ສຸດ ຂອງ​ສະ​ຫະ​ລັດ ໃນ​ລະ​ຫວ່າງ ການ​ຮັບ​ຟັງ ຄຳ​ໃຫ້​ການ ຕໍ່​ກຳ​ມະ​ການ​ຂອງ​ສະ​ພາ​ສູງ ກ່ຽວ​ກັບ​ການ​ແຕ່ງ​ຕັ້ງ ທ່ານ.

ຫົວໜ້າຄະນະກຳມະການຕຸລາການຂອງສະພາສູງ​ສະ​ຫະ​ລັດ ກ່າວວ່າ ແມ່ຍິງ ທີ່ກ່າວ
ຫາທ່ານແບຣັດ ຄາແວນໍ ຜູ້ຖືກສະເໜີຊື່ໃຫ້ເປັນຜູ້ພິພາກສາສານສູງສຸດວ່າລວນລາມ
ທາງເພດຜູ້ກ່ຽວນັ້ນ ມີເວລາຮອດຕອນ​ເຊົ້າ ວັນສຸກມື້ອື່ນ ເພື່ອຈະ​ແຈ້ງ​ໃຫ້​ຊາບວ່າ ຜູ້
ກ່ຽວມີແຜນທີ່ຈະ​ໄປ​ໃຫ້​ການຕໍ່ໜ້າຄະນະກຳມະການ​ດັ່ງກ່າວໃນວັນຈັນອາ​ທິດ​ຈະ​ມາ
ນີ້​ຫຼື​ບໍ່.

ທ່ານນາງຄຣິສຕິນ ແບລຊີ ຝອດ (Christine Blasey Ford) ອາຈານສອນ ຈິດຕະ
ວິທະຍາ​ຢູ່ທີ່ລັດຄາລີຟໍເນຍ ໄດ້​ກ່າວ​ຫາ​ທ່ານ​ຄາ​ແວ​ນໍ​ວ່າ ​ລວນ​ລາມ​ທາງ​ເພດ​ຕໍ່​ທ່ານ​
ນາງ​ເມື່ອ 36 ປີ​ກ່ອນ ເວ​ລາ​ບຸກ​ຄົນ​ທັງ 2 ຍັງ​ເປັນ​ນັກ​ຮຽນ​ຢູ່​ມັດ​ທະຍົມ​ປາຍ ຊຶ່ງ​ການ​
ກ່າວ​ຫາໃນການ​ລວນ​ລາມ​ດັ່ງ​ກ່​າວ ໄດ້​ເຮັດ​ໃຫ້​ທ່ານ​ນາງຝອດ ​ມີ​ຄວາມ​ຢ້ານ​ກົວກ່ຽວ
​ກັບ​ຊີ​ວິດ​ຂອງ​ທ່ານ​ນາງ. ທ່ານ​ຄາ​ແວ​ນໍ​ໄດ້​ປະ​ຕິ​ເສດ​ຕໍ່​ການກ່າວ​ອ້າງທີ່​ວ່ານີ້.

Fate of Supreme Court Nominee Rests With a Divided Senate
please wait

No media source currently available

0:00 0:03:17 0:00

ທ່ານ​ຊັກ ແກ​ຣັ​ສ​ລີ (Chuck Grassley) ປະ​ທານ​ຄະ​ນຳ​ກຳ​ມະ​ການ​ຕຸ​ລາ​ການຂອງ​
ສະ​ພາ​ສູງ ກ່າວ​ຢູ່​ໃນ​ຈົດ​ໝາຍ​ສະ​ບັບ​ນຶ່ງວ່າ “ດັ່ງ​ທີ່​ທ່ານ​ຮູ້ ຂ້າ​ພະ​ເຈົ້າ​ ແມ່ນເປີດຄືນ ​
ການ​ຮັບ​ຟັງ​ຄຳ​ໃຫ້​ການ ກ່ຽວ​ກັບ​ການ​ສະ​ເໜີ​ແຕ່ງ​ຕັ້ງ​ຜູ້​ພິ​ພິ​ພາກ​ສາ​ຄາ​ແວ​ນໍ ​ໂດຍ​ຈະ
​ພິ​ຈາ​ລະ​ນາ​ ກ່ຽວ​ກັບ​ການ​ກ່າວ​ຫາ​ ຂອງ ດ​ຣ. ຝອດ. ການ​ຮັບ​ຟັງຄຳ​ໃຫ້​ການ​ດັ່ງ​ກ່າວ
ຈະ​ເລີ້ມ​ຄືນ​ອີກໃນ​ມື້​ວັນ​ຈັນ ທີ 25 ກັນ​ຍາໃນ​ເວ​ລາ 10 ໂມງ​ເຊົ້າ. ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ
​ເຊີນ ດ​ຣ. ຝອດ ​ມາ​ໃຫ້​ການ ກ່ຽວ​ກັບ​ການກ່າວ​ຫາ ​ຂອງ​ທ່ານ​ນາງ ຕໍ່​ຜູ້​ພິ​ພາກ​ສາ​ຄາ​
ແວ​ນໍ ແລະ​ເພື່ອ​ເປັນ​ການ​ຮັບ​ຮູ້ ກ່ຽວ​ກັບ​ວ່າ​ມັນ​ມີຄວາມ​ຫຍຸ້ງ​ຍາກ​ຫຼາຍ​ປານ​ໃດທີ່​ຈະ​
ສົນ​ທະ​ນາ​ກັນ​ ໃນ​ການ​ກ່າວ​ຫາ​ແບບນີ້​ ຕໍ່​ສາທາ​ລະ​ນະ ຂ້າ​ພະ​ເຈົ້າ​ຍັງ​ໄດ້​ສະ​ເໜີ​ໃຫ້​
ໂອ​ກາດ​ຕໍ່​ທ່ານ​ນາງ​ມາ​ໃຫ້​ການ​ຢ່າງ​ເປັນການ​ເປີດ​ເຜີຍ ຫຼື​ແບບ​ປິດ​ລັບ.”

ທ່ານ​ນາງ​ຝອດ​ບໍ່​ໄດ້​ສະ​ແດງ​ຮ່ອງ​ຮອຍ​ໃດໆ​ໃຫ້​ເຫັນ​ວ່າ ທ່ານ​ນາງ​ຈະ​ໄປ​ໃຫ້​ການຫຼື​ບໍ່.
ທະ​ນາຍ​ຄວາມ​ຂອງ​ທ່ານ​ນາງ ​ໄດ້​ຮຽກ​ຮ້ອງ ໃຫ້ອົງ​ການ​ສັນ​ຕິ​ບານ​ກາງຫຼື​ແອັ​ຟ​ບີ​ອາຍ
​ຂອງ​ສະ​ຫະ​ລັດ ທຳ​ການ​ສືບ​ສວນກ່ຽວ​ກັບ​ການ​ກ່າວ​ຫານີ້ ກ່ອນ​ທີ່​ທ່ານນາງ​ຈະ​ໄປ​ໃຫ້​
ການ​.

ທ່ານ​ນາງ​ລີ​ຊາ ແບັງ​ສ໌ ນຶ່ງ​ໃນ​ທະ​ນາຍ​ຄວາມ​ຂອງ​ທ່ານ​ນາງ​ຝອດ ກ່າວ​ຕໍ່​ໂທ​ລະພາບ
CNN ​ໃນ​ວັນ​ພຸດ​ວານນີ້​ວ່​າ “ການ​ເລັ່ງ​ລັດ​ເພື່ອ​ຮັບ​ຟັງ​ຄຳ​ໃຫ້​ການແມ່ນ​ບໍ່​ຈຳ​ເປັນແລະ
​ໃນ​ທາງ​ກົງ​ກັນ​ຂ້າມຄະ​ນະ​ກຳ​ມະ​ການ​ແມ່ນ​ກຳ​ລັງ​ຄົ້ນ​ພົບ​ຄວາມ​ຈິງ​ຢູ່​ແລ້ວ.”

ທ່ານ​ນາງ​ແບັງ​ສ໌ ກ່າວ​ວ່າ ທ່ານ​ນາງ​ຝອດ​ ແລະ​ຄອບ​ຄົວ​ຂອງ​ທ່ານ​ນາງ ແມ່ນ​ໄດ້ຮັບ
​ການ​ຂົ່ມ​ຂູ່ ຊຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ພາ​ກັນ​ໜີ​ອອກ​ຈາກ​ເຮືອນ​ໄປ.

ທ່ານ​ນາງ​ແບັງ​ສ໌ ກ່າວ​ວ່າ “ທ່ານ​ນາງ​ຍັງ​ສືບ​ຕໍ່ ​ເຊື່ອ​ໝັ້ນ​ວ່າ ການ​ສືບ​ສວນ​ຢ່າງເຕັມ​ທີ່
ແບ​ບ​ບໍ່​ກ່ຽວ​ຂ້ອງ​ ກັບ​ພັກ​ການ​ເມືອງ ໃນ​ເລື້ອງນີ້​ ແມ່ນ​ມີ​ຄວາມ​ຈຳ​ເປັນແລະ​ທ່ານ​ນາງ​
ກໍ​ເຕັມ​ໃຈ ​ທີ່​ຈະ​ໃຫ້​ຄວາມ​ຮ່ວມ​ມື ​ກັບ​ທາງ​ຄະ​ນະ​ນະ​ກຳ​ມະ​ການ. ແຕ່​ແນວ​ໃດ​ກໍ​ຕາມ
ທາງ​ຄະ​ນະ​ກຳ​ມະ​ການ ​ໄດ້​ກຳ​ນົດ​ແຜນ​ການ​ທີ່​ຈະ​ດຳ​ເນີນ​ຕໍ່ໄປ ໃນ​ການ​ຮັບ​ຟັງ​ຄຳ​ໃຫ້​
ການ ທີ່​ມີ​ພະ​ຍານ​ແຕ່​ພຽງ 2 ຄົນ​ເທົ່າ​ນັ້ນ ແມ່ນ​ເປັນການ​ສືບ​ສວນ​ທີ່​ບໍ່​ຍຸ​ຕິທຳ ​ຫຼືຈິງ​ໃຈ
​ເລີຍ ຖ້າ​ຫາກ​ມີ​ພະ​ຍານ​ ຫຼາຍໆ​ຄົນ ຊຶ່ງ​ຊື່​ຂອງພວກ​ເຂົາ​ເຈົ້າ​ ໄດ້​ປາ​ກົດ​ ໃຫ້​ສາ​ທາ​ລະ
​ນະ​ຊົນ​ຮູ້​ຢູ່​ແລ້ວ ແລະ​ກໍ​ຄວນ​ຈະ​ຮວມ​ຢູ່​ໃນການ​ດຳ​ເນີນ​ການ​ໃດໆ​ກໍ​ຕາມ.”

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ສູງ ກຳ​ລັງ​ພິ​ຈາ​ລະ​ນາ ການ​ສະ​ເໜີ​ແຕ່ງ​ຕັ້ງ​
ໃຫ້​ທ່ານ​ຄາ​ແວ​ນໍ ເປັນ​ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດ ຕະ​ຫຼອດ​ຊີ​ວິດ ​ຂອງ​ປະ​ເທດ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG