ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໝັກແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ສັງກັດພັກ ຣີພັບບລີກັນ 4 ທ່ານ ຈະໂຕ້ວາທີກັນ


ຜູ້ສະໝັກແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີ ສັງກັດພັກ ຣີພັບບລີກັນ ທ່ານ Donald Trump ໂບກມືໃຫ້ແກ່ພວກສະໜັບນະໜູນ ທີ່ ການເຕົ້າໂຮມຊຸມນຸມ ໂຄສະນາຫາສຽງ ໃນວັນ Super Tuesday ໃນນະຄອນ Louisville, ລັດ Kentucky, ວັນທີ 1 ມີນາ 2016.
ຜູ້ສະໝັກແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີ ສັງກັດພັກ ຣີພັບບລີກັນ ທ່ານ Donald Trump ໂບກມືໃຫ້ແກ່ພວກສະໜັບນະໜູນ ທີ່ ການເຕົ້າໂຮມຊຸມນຸມ ໂຄສະນາຫາສຽງ ໃນວັນ Super Tuesday ໃນນະຄອນ Louisville, ລັດ Kentucky, ວັນທີ 1 ມີນາ 2016.

ຜູ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ
ຣີພັບບລີກັນທີ່ຍັງເຫຼືອ 4 ທ່ານ ຈະທຳການໂຕ້ວາທີ ໃນວັນ
ພະຫັດມື້ນີ້ ຢູ່ທີ່ລັດ Michigan ໂດຍມີ ຜູ້ມີ​ຄະ​ແນນ​ສຽງນຳ
ໜ້າ ທ່ານ Donald Trump ທີ່ກຳລັງມີທ່າແຮງຈາກໄຊຊະ
ນະ ​ໃນລັດຕ່າງໆຕື່ມອີກ ແຕ່ກຳລັງຈະປະເຊີນໜ້າກັບຄວາມ
ພະຍາຍາມ ເພື່ອທີ່ຈະຢຸດຢັ້ງການໂຄສະນາຫາສຽງຂອງທ່ານ.

ກຸ່ມໜຶ່ງ ທີ່ປະກອບດ້ວຍ ຜູ້​ກຳນົດນະໂຍບາຍ ການຕ່າງປະເທດ
ອະວຸ​ໂສ 60 ຄົນ ສັງກັດພັກຣີພັບບລີກັນ ໄດ້ລົງນາມຮ່ວມກັນ
ໃນໜັງສືສະບັບໜຶ່ງ ທີ່ໄດ້ຖືກເປີດເຜີຍ ເມື່ອຕອນແລງວັນພຸດ
ວານນີ້ ທີ່ຄັດຄ້ານ ທ່ານ Trump ໂດຍກ່າວວ່າ ຜູ້ກ່ຽວຈະ “ປະພຶດໃນທາງທີ່ຈະເຮັດໃຫ້ອາເມຣິກາ ປອດໄພໜ້ອຍລົງ ແລະ ຊຶ່ງຈະຫລຸດຜ່ອນ
ບົດບາດຂອງພວກເຮົາ ຢູ່ໃນໂລກ.”
ໜັງສືນັ້ນ ໄດ້ລະບຸຂໍ້ຄັດຄ້ານຈຳນວນໜຶ່ງ ລວມ
ທັງການ​ໃຊ້​ໂວຫານຕໍ່ຕ້ານມຸສລິມ ການສະໜັບສະໜູນຕໍ່ການນຳໃຊ້ການທໍລະມານ
ສົ່ງເສີມສົງຄາມການຄ້າ ແລະ ຢືນຢັດໃຫ້ Mexico ສ້າງກຳແພງກັນ ຊາຍແດນ.

US Presidential
please wait
Embed

No media source currently available

0:00 0:01:20 0:00

ລາຍຊື່ຂອງບັນດາລາຍເຊັ່ນ ລວມມີ ອະດີດລັດຖະມົນຕີ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​
ພາຍ​ໃນ​ຂອງ​ສະຫະລັດ ທ່ານ Michael Chertoff ອະດີດ ປະທານທະນາຄານໂລກ
ແລະ ຮອງລັດຖະມົນຕີີຕ່າງປະເທດ ທ່ານ Robert Zoellick ແລະ ອະດີດເຈົ້າໜ້າທີ່
ຂັ້ນສູງ ທຳນຽບຫ້າແຈ ທ່ານ Dov Zakheim.

ໃນຂະນະດຽວກັນ 3 ກຸ່ມພາຍ​ນອກ ຄືກຸ່ມ Our Principles ກຸ່ມ American Future
Fund ແລະກຸ່ມ Club for Growth ແມ່ນພວມວາງແຜນທີ່ຈະໃຊ້ຈ່າຍ ຫຼາຍລ້ານໂດລາ
ໃນໂຄສະນາໃໝ່ ​ເພື່ອໂຈມຕີທ່ານ Trump.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ, ສະມາຊິກສະພາສູງ ທ່ານ Marco Rubio ຈາກລັດຟໍລີດາ ກ່າວຖະແຫລງ ຕໍ່ບັນດາຜູ້ສະໜັບສະໜູນ ຢູ່ທີ່ການເຕົ້າໂຮມຊຸມນຸມ ໂຄສະນາຫາສຽງ, ເມື່ອວັນອັງຄານ ທີ 1 ມີນາ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ, ສະມາຊິກສະພາສູງ ທ່ານ Marco Rubio ຈາກລັດຟໍລີດາ ກ່າວຖະແຫລງ ຕໍ່ບັນດາຜູ້ສະໜັບສະໜູນ ຢູ່ທີ່ການເຕົ້າໂຮມຊຸມນຸມ ໂຄສະນາຫາສຽງ, ເມື່ອວັນອັງຄານ ທີ 1 ມີນາ 2016.

ກຸ່ມ Conservative Solutions ທີ່ເປັນຄະນະກຳມະການ ປະຕິບັດການດ້ານການເມືອງ
ໃນ ອັນທີ່ເອີ້ນວ່າ “superPAC” ທີ່ສະໜັບສະໜູນ ສະມາສິກສະພາສູງ ຈາກລັດ
Florida ທ່ານ Marco Rubio ແລະ ຄັດຄ້ານທ່ານ Trump ໄດ້ຈັດສັນເງິນສຳຮອງ 6
ລ້ານໂດລາ ສຳລັບການອອກ​ອາກາດໂຄສະນາ ໃນລັດ Michigan ລັດ Florida ແລະ
ໃນສອງລັດໃຫຍ່ ທີ່ຈະລົງຄະແນນສຽງ ໃນໄວໆນີ້ ຄື ລັດ Illinois ແລະ Missouri.

ດ້ວຍການໂຄສະນາຫາສຽງ ທີ່ດຳເນີນໄປຢ່າງຂະຫຍັນຂັນແຂງ ຢູ່ໃນຫຼາຍໆລັດ ໃນລະ
ຫວ່າງສອງສັບປະດາຈະມາເຖິງນີ້ ບັນດາຜູ້ສະໝັກແຂ່ງຂັນ ໄດ້ເລີ້ມຕົ້ນ ເພີ້ມການໂຄ
ສະນາ ຂອງພວກເຂົາເຈົ້າ ເພື່ອສະແຫວງຫາ ຜູ້ລົງຄະແນນສຽງ ທີ່ອາດຫັນມາຫາພວກ
ຕົນ. ກ່ອນໜ້າ ການລົງຄະແນນສຽງ ໃນມື້ Super Tuesday ຢູ່ໃນ 11 ລັດ ການໂຄສະ
ນາ ການຕໍ່ຕ້ານທ່ານ Trump ຂອງພັກຣີພັບບລີກັນ ແມ່ນມີຈຳນວນ ໂຄສະນາການສະ
ໜັບສະໜູນ ທ່ານ Trump ຫຼາຍກວ່າ ເກືອບ 3 ຕໍ່ 1 ແລະ ອັດຕາສ່ວນນັ້ນ ແມ່ນເບິ່ງຄື
ວ່າ ຈະເພີ້ມຫຼາຍຂຶ້ນຕື່ມອີກ.

The four remaining Republicans in the presidential race hold a debate Thursday in Michigan with frontrunner Donald Trump carrying momentum from another batch of state wins but facing new efforts to halt his campaign.

A group of 60 Republican foreign policy veterans signed a joint letter released late Wednesday opposing Trump, saying he would "act in ways that make America less safe, and which would diminish our standing in the world." It lists a number of objections, including anti-Muslim rhetoric, a support for the use of torture, advocating trade wars and insisting Mexico build a border wall.

The list of signatories includes former U.S. Homeland Security Secretary Michael Chertoff, former World Bank President and Deputy Secretary of State Robert Zoellick and former top Pentagon official Dov Zakheim.

Meanwhile, three outside groups - Our Principles, American Future Fund and Club for Growth - are planning to spend millions of dollars in new ads attacking Trump.

Conservative Solutions, a "superPAC" political action committee that backs Florida Senator Marco Rubio and opposes Trump, has reserved $6 million of ad time for broadcast in Michigan, Florida and two other big states voting soon - Illinois and Missouri.

With active campaigning under way in so many states during the coming two weeks, candidates have begun increasing their advertising to woo potential voters. Before the Super Tuesday voting in 11 states, Republicans' anti-Trump ads outnumbered pro-Trump commercials nearly 3 to 1, and that ratio is likely to grow.

XS
SM
MD
LG