ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປິດ​ລັດ​ຖະ​ບານ ອາດ​ມີ​ຂຶ້ນ ໃນ​ຂະ​ນະ​ທີ່​ການຕໍ່ສູ້ກັນ ກ່ຽວກັບການໃຊ້ຈ່າຍ ຢູ່​ໃນ​ສະ​ພາ​ ຍັງ​ດຳ​ເນີນ​ຕໍ່​ໄປ


ແຟ້ມພາບ - ສະມາຊິກພັກຣີພັບບຣີກັນຈາກລັດເວີຈີເນຍ ທ່ານບັອບ ກູດ ແລະ ບັນດາສະມາຊິກຂອງກຸ່ມອະນຸລັກນິຍົມເສລີພາບຂອງສະພາຕໍ່າ ຈັດການຖະແຫຼງຂ່າວຢູ່ນອກຫໍສະພາ ໃນວໍຊິງຕັນ ວັນທີ 12 ກັນຍາ 2023, ໃນຂະນະທີ່ລັດຖະສະພາ ປະເຊີນກັບເສັ້ນຕາຍໃນການສະໜອງທຶນໃຫ້ແກ່ລັດຖະບານ ກ່ອນທ້າຍເດືອນ ຫຼື ສ່ຽງຕໍ່ການປິດລັດຖະບານ.
ແຟ້ມພາບ - ສະມາຊິກພັກຣີພັບບຣີກັນຈາກລັດເວີຈີເນຍ ທ່ານບັອບ ກູດ ແລະ ບັນດາສະມາຊິກຂອງກຸ່ມອະນຸລັກນິຍົມເສລີພາບຂອງສະພາຕໍ່າ ຈັດການຖະແຫຼງຂ່າວຢູ່ນອກຫໍສະພາ ໃນວໍຊິງຕັນ ວັນທີ 12 ກັນຍາ 2023, ໃນຂະນະທີ່ລັດຖະສະພາ ປະເຊີນກັບເສັ້ນຕາຍໃນການສະໜອງທຶນໃຫ້ແກ່ລັດຖະບານ ກ່ອນທ້າຍເດືອນ ຫຼື ສ່ຽງຕໍ່ການປິດລັດຖະບານ.

ຄວາມຂັດແຍ້ງລະຫວ່າງພັກຣີພັບບລີກັນໃນສະພາຕໍ່າ ກ່ຽວກັບຮ່າງກົດໝາຍການຈັດຫາເງິນທຶນຂອງລັດຖະບານໄດ້ເຮັດໃຫ້ສະຫະລັດ ຕົກຢູ່ພາຍໃຕ້ການປິດລັດຖະບານໃນ​ອີກ 10 ມື້​ຕໍ່​ໜ້າ, ເຮັດໃຫ້ເກີດບໍ່ແນ່ນອນ ​ຕໍ່ພະນັກງານລັດຖະບານກາງ ແລະພະນັກງານສັນຍາຈ້າງ ຫຼາຍແສນຄົນ ທີ່ຈະໄດ້ຮັບຜົນກະທົບ.

ເວັ້ນເສຍແຕ່ວ່າລັດຖະສະພາສາມາດຜ່ານຮ່າງກົດໝາຍ 12 ສະບັບທີ່ສະໜອງທຶນໃຫ້ແກ່ລັດຖະບານ - ຫຼືສາມາດຕົກລົງ ກ່ຽວກັບມາດຕະການໃຊ້ຈ່າຍສຸກເສີນເພື່ອສະໜອງທຶນຊົ່ວຄາວ - ອໍານາດຂອງຫຼາຍອົງການຂອງລັດຖະບານກາງໃນການໃຊ້ເງິນຈະຫມົດອາຍຸໃນເວລາທ່ຽງຄືນຂອງວັນທີ 30 ກັນຍານີ້.

ຈຸດໃຈກາງຂອງການຂັດແຍ້ງແມ່ນການຕັດສິນໃຈຂອງສະມາຊິກພັກຝ່າຍຂວາຈັດສ່ວນໃຫຍ່ໃນສະພາທີ່ຈະປະຕິເສດຂໍ້ຕົກລົງທີ່ປະທານສະພາຕໍ່າ ທ່ານເຄວິນ ເມັກຄາທີ ໄດ້ເຈລະຈາໄວ້ໃນຕົ້ນປີນີ້ກັບປະທານາທິບໍດີ ໂຈ ໄບເດັນ ເພື່ອຫຼີກລ້ຽງການຜິດນັດຊໍາລະໜີ້ສິນຂອງປະເທດຊາດ. ສະມາຊິກພັກຣີພັບບລີກັນຈຳ ນວນນຶ່ງຕ້ອງການຫຼຸດການໃຊ້ຈ່າຍໃຫ້ຕໍ່າກວ່າຈຳນວນທີ່ໄດ້ຕົກລົງກັນໄວ້ໃນຂໍ້ຕົກລົງດັ່ງກ່າວ.

ພວກ​ເຂົາ​ເຈົ້າ​ໄດ້​ຮຽກ​ຮ້ອງ​ ໃຫ້​ຫຼຸດ​ການ​ໃຊ້​ຈ່າຍ​ພາຍ​ໃນ​ປະ​ເທດ​ ລົງຢ່າງ​ຫຼວງ​ຫຼາຍ, ເຊັ່ນ​ດຽວ​ກັນ​ກັບ​ການ​ຊ່ວຍ​ເຫຼືອ​ທີ່​ສະ​ຫະ​ລັດ​ໄດ້​ສະ​ຫນອງ​ໃຫ້ຢູເຄຣນ​ໃນ​ການ​ຕໍ່​ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ. ເນື່ອງຈາກວ່າພັກຂອງທ່ານເມັກຄາທີ ມີອຳນາດຄວບຄຸມສະພາ ດ້ວຍຄະແນນສຽງພຽງບໍ່ເທົ່າໃດສຽງ, ການແປພັກໂດຍສະມາຊິກຂອງທ່ານ ແມ່ນແຕ່ສອງສາມຄົນກໍຫມາຍຄວາມວ່າທ່ານບໍ່ມີສຽງສ່ວນຫຼາຍ ທີ່ຈໍາເປັນເພື່ອຜ່ານມາດຕະການທີ່ເຫມາະສົມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG