ບັນດາສະມາຊິກພັກຣີພັບບລີກັນໃນສະພາຕໍ່າ ແມ່ນກຳລັງໃຫ້ສັນຍານໃນຄວາມໝາຍ
ໝັ້ນ ທີ່ຈະສືບຕໍ່ພະຍາຍາມ ປັບປຸງລະບົບປະກັນສຸຂະ ພາບຂອງປະເທດ, ຫຼັງຈາກການ
ຊຸກຍູ້ຂອງພວກເຂົາເຈົ້າ ໃຫ້ຍົກເລີກໂຄງການທີ່ເປັນສັນຍາລັກ ຂອງອະດີດປະທານາທິ
ບໍດີ ບາຣັກ ໂອບາມານັ້ນ ໄດ້ຮັບຄວາມລົ້ມແຫຼວ ແບບບໍ່ໜ້າເຊື່ອ ເມື່ອສັບປະດາແລ້ວນີ້.
ບັນດາຜູ້ນຳສະພາຕໍ່າ ໄດ້ເລືອກທີ່ຈະບໍ່ຈັດການລົງຄະແນນສຽງ ກ່ຽວກັບ ກົດໝາຍປະ
ກັນສຸຂະພາບຂອງພັກຣີພັບບລີກັນ ເມື່ອມີຄວາມກະ ຈ່າງແຈ້ງວ່າ ພວກເຂົາເຈົ້າບໍ່ໄດ້ຮັບ
ການສະໜັບໜູນເພື່ອຮອງຮັບກົດໝາຍດັ່ງກ່າວຢ່າພຽງພໍ. ຝ່າຍຄ້ານບາງຄົງຢ້ານວ່າ
ມາດຕະການດັ່ງກ່າວຈະເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍສູນເສຍປະກັນສຸຂະພາບ
ຂອງພວກເຂົາເຈົ້າ, ໃນຂະນະທີ່ຄົນອື່ນໆໄດ້ກ່າວວ່າ ການປະຕິຮູບກົດໝາຍປະກັນສຸຂະ ພາບລາຄາຖືກຂອງທ່ານ ໂອບາມາ ແມ່ນບໍ່ເປັນທີ່ພຽງພໍ.
ປະທານສະພາຕໍ່າ ທ່ານ Paul Ryan ໄດ້ກ່າວໃນວັນອັງຄານວານນີ້ຫຼັງຈາກການປະຊຸມ
ກັບສະມາຊິກສະພາພັກຣີພັບບລີກັນວ່າ ບັນດາສະມາຊິກທັງຫຼາຍແມ່ນພ້ອມແລ້ວທີ່ຈະ “ເຮັດວຽກຮ່ວມກັນ ແລະ ຮັບຟັງກັນ ແລະ ກັນ.”
ທ່ານໄດ້ກ່າວວ່າ “ມັນມີຄວາມສຳຄັນຫຼາຍ, ປະກັນສຸຂະພາບ Oba-macare ໄດ້ສ້າງ ຄວາມເສຍຫາຍ ໃຫ້ແກ່ຄອບຄົວຕ່າງໆຫຼາຍໂພດ. ແລະ ດັ່ງນັ້ນພວກເຮົາຈະເຮັດໃຫ້ ມັນມີຄວາມຍຸຕິທຳ ແລະ ໃນເວລາດຽວກັນ, ພວກເຮົາກໍຈະເຮັດວຽກອື່ນໆທັງໝົດ ຂອງພວກເຮົາ ທີ່ພວກເຮົາມາທີ່ນີ້ເພື່ອເຮັດໃຫ້ມັນແລ້ວ".
ຜູ້ນຳຄະແນນສຽງສ່ວນຫຼາຍ ໃນສະພາຕໍ່າ ທ່ານ Kevin McCarthy ກໍມີຄວາມຮູ້ສຶກໃນ
ແງ່ບວກເຊັ່ນກັນ, ທ່ານກ່າວວ່າ ພັກຣີພັບບລີກັນ ຈະປະຕິບັດຕາມຄຳສັນຍາຂອງພວກ
ເຂົາເຈົ້າເພື່ອຍົກເລີກ ແລະ ສັບປ່ຽນກົດໝາຍປະກັນສຸຂະພາບລາຄາຖືກ.
ທ່ານ McCarthy ກ່າວວ່າ “ເວລາອອກມາຈາກກອງປະຊຸມນັ້ນ ຂ້າພະເຈົ້າມີຄວາມ
ໝັ້ນໃຈຫຼາຍຂຶ້ນວ່າ ພວກເຮົາຈະເຮັດໃຫ້ສຳເລັດໄດ້.”
ປະທານາທິບໍດີ ທ່ານ ດໍໂນລ ທຣຳ ກ່ອນໜ້ານີ້ ໄດ້ສະແດງປະຕິກິລິ ຍາຕໍ່ຄວາມລົ້ມ
ແຫຼວ ໃນວັນສຸກທີ່ຜ່ານມາ ໂດຍກ່າວວ່າ ທ່ານພ້ອມແລ້ວທີ່ຈະແກ້ໄຂບັນຫາບູລິມະສິດ
ອື່ນໆເຊັ່ນ ການປະຕິຮູບພາສີ. ແຕ່ທ່ານກໍຍັງສືບຕໍ່ຕ້ອງຕິ ລະບົບທີ່ມີຢູ່ໃນປະຈຸບັນ ແລະ
ໃນວັນອັງຄານວານນີ້ ໄດ້ກ່າວວ່າ ທ່ານແນ່ໃຈວ່າ ຈະມີການປະຕິຮູບເກີດຂຶ້ນ.