ປະທານາທິບໍດີສະຫະລັດ ທ່ານ Donald Trump ໄດ້ຂົ່ມຂູ່ຕໍ່ສະມາຊິກຂອງພັກຣີ
ພັບບລິກັນດ້ວຍກັນ ທີ່ຈະປະໃຫ້ປະກັນໄພສຸຂະພາບ Obamacare ມີຜົນບັງຄັບ
ໃຊ້ຕໍ່ໄປ ແລະເພັ່ງເລັງໃສ່ບັນຫາອື່ນໆ ຖ້າຫາກເຂົາເຈົ້າບໍ່ໃຫ້ການສະ ໜັບສະໜູນ
ຕໍ່ການລົງຄະແນນສຽງໃນວັນສຸກມື້ນີ້ ກ່ຽວກັບຮ່າງກົດໝາຍຮັກສາສຸຂະພາບໃໝ່
ຊຶ່ງທ່ານໄດ້ໃຫ້ຄຳໝັ້ນສັນຍາໄວ້ ໃນລະຫວ່າງການໂຄສະນາຫາສຽງວ່າ ຈະຍົກ
ເລີກ ແລະທົດແທນກົດໝາຍປະກັນໄພສຸຂະພາບລາຄາຖືກ ທີ່ຮູ້ ກັນໃນອີກຊື່ນຶ່ງ
ວ່າ Obamacare ນັ້ນ.
ຍັງບໍ່ເປັນທີ່ແຈ້ງຂາວເທື່ອ ໃນຕອນກາງຄືນຂອງວັນພະຫັດວານນີ້ ຫລັງຈາກໄດ້ມີ
ການເຈລະຈາກັນຕະຫລອດມື້ ທັງຢູ່ສະພາແລະທີ່ທຳນຽບຂາວ ກ່ຽວກັບວ່າ ບັນດາ
ສະມາຊິກພັກຣີພັບບລິກັນ ໄດ້ຮັບການສະໜັບສະໜູນພຽງພໍຫລືບໍ່ທີ່ຈະຮັບຜ່ານຮ່າງກົດໝາຍຮັກສາສຸຂະພາບ ທີ່ໄດ້ໃຫ້ຄຳໝັ້ນສັນຍາມາເປັນເວລາດົນນານແລ້ວ.
ປະທານາທິບໍດີ Trump ໄດ້ໃຊ້ຄວາມຊຳນິຊຳນານຂອງທ່ານ ໃນນາມຜູ້ຕໍ່ລອງມາ
ເປັນເດີມພັນ ແຕ່ກໍບໍ່ສາມາດເອົາຊະນະສະມາຊິກສະພາຕໍ່າ ນິຍົມແນວທາງເດີມ
ຈາກກຸ່ມອິດສະຫຼະພາບຫຼື Freedom Caucus ແລະແມ່ນກະທັງເຮັດໃຫ້ສະມາ
ຊິກນິຍົມແນວທາງປານກາງຈຳນວນນຶ່ງຕີໂຕອອກຫ່າງຍ້ອນຢ້ານກົວກ່ຽວກັບອະນາ
ຄົດທາງການເມືອງຂອງເຂົາເຈົ້າ. ທ່ານ Trump ແລະປະທານສະພາຕໍ່າ ທ່ານ Paul
Ryan ບໍ່ສາມາດທີ່ຈະໄດ້ຮັບຄະແນນສຽງພຽງພໍເພື່ອໃຫ້ການ ສະໜັບສະໜູນຕໍ່ພັກ
ຣີພັບບລີກັນ ທີ່ຄັ້ງນຶ່ງມີຄວາມປຸ້ມລຸມສາມັກຄີກັນ ເຂົ້າສູ່ຕາຈົນທາງການເມືອງ ທີ່
ອາດຈະຍາກໃນການຫລົບຫລີກໄດ້ ເຖິງແມ່ນວ່າໃນທີ່ສຸດຮ່າງກົດໝາຍນີ້ຈະຜ່ານ
ສະພາກໍຕາມ.
“ນີ້ແມ່ນນຶ່ງຂອງເວລາທັງໝົດ ບ່ອນທີ່ທ່່ານຕ້ອງໄດ້ກ່າວວ່າ ທ່ານແມ່ນໃຜແທ້ໆຢູ່
ເລິກໃນໂຕຂອງທ່ານເອງ ທ່ານຈະສະໜັບສະໜູນ ປະທານາທິບໍດີ Trump ເພື່ອຍົກ
ເລີກ ແລະທົດແທນ Obamacare ຫລືວ່າທ່ານຕໍ່ຕ້ານປະທານາທິບໍດີ Trump ແລະ
ທ່ານຕໍ່ຕ້ານການຍົກເລີກ ແລະທົດແທນ Obamacare ມັນພຽງ ແຕ່ງ່າຍໆເທົ່ານັ້ນ”
ສະມາຊິກສະພາຕໍ່າ Bradley Byrne ທີ່ສັງກັດພັກຣີພັບບລິກັນ ຈາກລັດ
Alabama ໄດ້ກ່າວໃນຂະນະທີ່ທ່ານອອກມາຈາກກອງປະຊຸມຍຸດທະສາດສຸກເສີນ
ໃນຕອນບ່າຍ ຢູ່ໃນຫ້ອງການປະທານສະພາຕໍ່າ ຂອງທ່ານ Ryan ຫລັງຈາກກຸ່ມອິດສະຫຼະພາບຫຼື Freedom Caucus ໄດ້ປະຕິເສດຂໍ້ຕໍ່ຂໍ້ສະເໜີ.
ທ່ານ Byrne ໄດ້ກ່າວຕໍ່ວີໂອເອວ່າ “ນີ້ເປັນເວລາທີ່ເຄັ່ງຂຶມສຳລັບທຸກໆຄົນ ເພາະວ່າ
ພວກເຮົາກຳລັງມາເຖິງໄຊແລ້ວ ແຕ່ຂ້າພະເຈົ້າຄິດວ່າ ຍັງມີການພິຈາລະນາທີ່ຈະ
ເຮັດໃຫ້ເລື່ອງນີ້ຈົບສິ້ນລົງ ແລະຈົບສິ້ນລົງໃນທາງທີ່ຖືກຕ້ອງ.”
ປະທານສະພາຕໍ່າ ທ່ານ Paul Ryan ໄດ້້ກ່າວຖະແຫຼງໂດຍບໍ່ຕອບຄຳຖາມໃດໆ
ຂອງພວກນັກຂ່າວວ່າ “ເປັນເວລາເຈັດປີເຄິ່ງທີ່ຜ່ານມາ ພວກເຮົາໄດ້ໃຫ້ຄຳໝັ້ນສັນ
ຍາແກ່ປະຊາຊົນອາເມຣິກັນວ່າ ພວກເຮົາຈະຍົກເລີກ ແລະທົດແທນກົດ ໝາຍທີ່ເພ
ພັງດັ່ງກ່າວ ເພາະວ່າມັນກຳລັງພັງທະລາຍລົງ ແລະລົ້ມແຫລວຕໍ່ບັນ ດາຄອບຄົວ
ແລະມື້ອື່ນນີ້ພວກເຮົາຈະດຳເນີນການຕໍ່ໄປ.”
“ນີ້ແມ່ນນຶ່ງຂອງເວລາທັງໝົດ ບ່ອນທີ່ທ່່ານຕ້ອງໄດ້ກ່າວວ່າ ທ່ານແມ່ນໃຜແທ້ໆຢູ່
ເລິກໃນໂຕຂອງທ່ານເອງ ທ່ານຈະສະໜັບສະໜູນ ປະທານາທິບໍດີ Trump ເພື່ອຍົກ
ເລີກ ແລະທົດແທນ Obamacare ຫລືວ່າທ່ານຕໍ່ຕ້ານປະທານາທິບໍດີ Trump ແລະ
ທ່ານຕໍ່ຕ້ານການຍົກເລີກ ແລະທົດແທນ Obamacare ມັນພຽງ ແຕ່ງ່າຍໆເທົ່ານັ້ນ”
ສະມາຊິກສະພາຕໍ່າ Bradley Byrne ທີ່ສັງກັດພັກຣີພັບບລິກັນ ຈາກລັດ
Alabama ໄດ້ກ່າວໃນຂະນະທີ່ທ່ານອອກມາຈາກກອງປະຊຸມຍຸດທະສາດສຸກເສີນ
ໃນຕອນບ່າຍ ຢູ່ໃນຫ້ອງການປະທານສະພາຕໍ່າ ຂອງທ່ານ Ryan ຫລັງຈາກກຸ່ມອິດສະຫຼະພາບຫຼື Freedom Caucus ໄດ້ປະຕິເສດຂໍ້ຕໍ່ຂໍ້ສະເໜີ.
ທ່ານ Byrne ໄດ້ກ່າວຕໍ່ວີໂອເອວ່າ “ນີ້ເປັນເວລາທີ່ເຄັ່ງຂຶມສຳລັບທຸກໆຄົນ ເພາະວ່າ
ພວກເຮົາກຳລັງມາເຖິງໄຊແລ້ວ ແຕ່ຂ້າພະເຈົ້າຄິດວ່າ ຍັງມີການພິຈາລະນາທີ່ຈະເຮັດ
ໃຫ້ເລື່ອງນີ້ຈົບສິ້ນລົງ ແລະຈົບສິ້ນລົງໃນທາງທີ່ຖືກຕ້ອງ.”
ປະທານສະພາຕໍ່າ ທ່ານ Paul Ryan ໄດ້້ກ່າວຖະແຫຼງ ໂດຍບໍ່ຕອບຄຳຖາມໃດໆ
ຂອງພວກນັກຂ່າວວ່າ “ເປັນເວລາເຈັດປີເຄິ່ງທີ່ຜ່ານມາ ພວກເຮົາໄດ້ໃຫ້ຄຳໝັ້ນສັນ
ຍາແກ່ປະຊາຊົນອາເມຣິກັນວ່າ ພວກເຮົາຈະຍົກເລີກ ແລະທົດແທນກົດໝາຍທີ່ເພ
ພັງດັ່ງກ່າວ ເພາະວ່າມັນກຳລັງພັງທະລາຍລົງ ແລະລົ້ມແຫລວຕໍ່ບັນ ດາຄອບຄົວ
ແລະມື້ອື່ນນີ້ພວກເຮົາຈະດຳເນີນການຕໍ່ໄປ.”