ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພັກຣີພັບບລີກັນ ເປີດເຜີຍ ແຜນງົບປະມານ ທີ່ອາດຈະບໍ່ໄດ້ຮັບ ການສະໜັບສະໜຸນ ​ຈາກ ພັກເດໂມແຄຣັດ

ບັນດາສະມາຊິກ ສະພາຜູ້ຄວບຄຸມການສັນຈອນທາງອາກາດ ຂ​ອງລັດຖະບານກາງ ພາກັນອອກມາປະທ້ວງ ການປິດລັດຖະບານກາງ ເປັນບາງສ່ວນ ຢູ່ທີ່ການໂຮມຊຸມນຸມ ຢູ່ທີ່ລັດຖະສະພາສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ມັງກອນ 2019.
ບັນດາສະມາຊິກ ສະພາຜູ້ຄວບຄຸມການສັນຈອນທາງອາກາດ ຂ​ອງລັດຖະບານກາງ ພາກັນອອກມາປະທ້ວງ ການປິດລັດຖະບານກາງ ເປັນບາງສ່ວນ ຢູ່ທີ່ການໂຮມຊຸມນຸມ ຢູ່ທີ່ລັດຖະສະພາສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ມັງກອນ 2019.

ພັກຣີພັບບລີກັນ ໃນສະພາສູງ ໄດ້ເປີດເຜີຍຂໍ້ສະເໜີຮ່າງງົບປະມານ ທີ່ຈະຍຸຕິການປິດ
ລັດຖະບານເປັນບາງສ່ວນ ໂດຍຮັບເອົາການຊີ້ນຳ ຈາກການສະເໜີຂອງປະທານາທິບໍດີ
ດໍໂນລ ທຣຳ ທີ່ທ່ານເອີ້ນຂໍ້ສະເໜີນີ້ ວ່າ “ແຜນການປະນີປະນອມ” ແຕ່ພັກເດໂມແຄຣັດ
ກ່າວວ່າ ມັນຈະບໍ່ໄປໃສເລີຍ.

ສິ່ງທີ່ສຳຄັນສຸດ ທາງດ້ານການເມືອງ ກໍແມ່ນທຶນ 5 ພັນ 7 ຮ້ອຍລ້ານໂດລາ ເພື່ອສ້າງສິ່ງ
ກີດຂວາງ ຢູ່ເລາະຕາມຊາຍແດນ ລະຫວ່າງ ສະຫະລັດ ແລະເມັກຊິໂກ ຊຶ່ງເປັນສິ່ງທີ່
ປະທານາທິບໍດີ ທຣຳ ໄດ້ຍົກຂຶ້ນມາ ນັບຕັ້ງແຕ່ ທ່ານໄດ້ໂຄສະນາຫາສຽງ ເປັນປະທານາ
ທິບໍດີ ນັ້ນວ່າ ເປັນເລື້ອງທີ່ຈຳເປັນ ເພື່ອຢຸດຢັ້ງ ພວກຄົນເຂົ້າເມືອງຜິດກົດໝາຍ ແລະ
ການຫລັ່ງໄຫລເຂົ້າມາຂອງພວກຢາເສບຕິດ ຢູ່ຕາມຊາຍແດນ.

ພັກເດໂມແຄຣັດ ໂຕ້ແຍ້ງວ່າ ກຳແພງນັ້ນ ແມ່ນແພງ ແລະເປັນວິທີທາງ ທີ່ ບໍ່ມີປະສິດ
ທິພາບ ເພື່ອບັນລຸເປົ້າໝາຍດັ່ງກ່າວເຫຼົ່ານັ້ນ ແລະໄດ້ສະເໜີໃຫ້ທຶນ ໃຊ້ຈ່າຍ 1 ພັນ
3 ຮ້ອຍ​ລ້ານໂດລາ ​ສຳ​ລັບມາດຕະການອື່ນໆ ເຊັ່ນວ່າ ເພີ້ມ ບັນດາຜູ້ພິພາສາ ດ້ານ
ຄົນເຂົ້າເມືອງ ແລະຕິດຕັ້ງເຄື່ອງກວດທັນສະໄໝ ຢູ່ຕາມດ່ານຄົນເຂົ້າເມືອງແຫ່ງຕ່າງໆ.
ສະພາຕ່ຳທີ່ນຳພາໂດຍພັກເດໂມແຄຣັດ ໄດ້ ຮັບຜ່ານຮ່າງກົດໝາຍຫຼາຍສະບັບ ໂດຍມີ
ພາກສ່ວນຕ່າງໆ ທີ່ກ່າວມານັ້ນ ຮວມຢູ່ນຳດ້ວຍ ແລະມີແຜນທີ່ຈະລົງຄະແນນສຽງຕື່ມ​ອີກ
ໃນສັບປະດານີ້.

ສ່ວນຜູ້ນຳສຽງສ່ວນຫຼາຍ ໃນສະພາສູງ ທ່ານ ມິຈ ແມັກຄອນ​ແນລ ວາງແຜນ ທີ່ຈະຈັດ
ໃຫ້ມີການລົງຄະແນນສຽງ ຕໍ່ຂໍ້ສະເໜີຂອງພັກຣີພັບບລີກັນ ໃນສັບປະດານີ້ ເຊັ່ນກັນ.
ເບິ່ງຄືວ່າ ມັນອາດຈະບໍ່ເກີດຂຶ້ນໄດ້ ໃນວັນອັງຄານມື້ນີ້.

ພວກປະທ້ວງໂຮມຊຸມນຸມກັນ ໃນການສະໜັບສະໜຸນ ໂຄງ ການຍົກເລີກໃຊ້ມາດຕະການຕໍ່ພວກ​ເດັກ​ນ້ອຍ​ທີ່​ຖືກ​ພໍ່​ແມ່​ນຳເຂົ້າ​ມາ​ປະ​ເທດ ​ຢ່າງ​ຜິດ ກົດ​ໝາຍ ຫຼື DACA ຢູ່ດ້ານນອກຂອງ ລັດຖະສະພາ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 21 ມັງກອນ 2018.

ໃນການແລກປ່ຽນ ກັບການຮຽກຮ້ອງຂອງປະທານາທິບໍດີ ທຣຳ ສຳລັບ ທຶນເພື່ອສ້າງ
ກຳແພງ ກໍລວມທັງພາກສ່ວນຕ່າງໆ ທີ່ສະເພາະເຈາະຈົງ ເພື່ອດຶງດູດເອົາ ການສະໜັບ
ສະໜຸນຈາກພັກເດໂມແຄຣັດ ຊຶ່ງຮ່າງ​ກົດ​ໝາຍ​ດັ່ງ​ກ່​າວ ຈະໃຫ້ການປົກປ້ອງໃຫ້ແກ່
ພວກເດັກນ້ອຍອົບພະຍົບ ຜູ້ທີ່ໄດ້ເຂົ້າມາໃນປະເທດ ຢ່າງຜິດກົດໝາຍ ໃນເວລາທີ່
ພວກເຂົາເຈົ້າຍັງເຍົາໄວ ແລະຜູ້ທີ່ໄດ້ຂຶ້ນທະບຽນພາຍໃຕ້ ໂຄງການທີ່ຮູ້ກັນດີ ຄື ໂຄງ
ການຍົກເລີກໃຊ້ມາດຕະການຕໍ່ພວກ​ເດັກ​ນ້ອຍ​ທີ່​ຖືກ​ພໍ່​ແມ່​ນຳເຂົ້າ​ມາ​ປະ​ເທດ ​ຢ່າງ​ຜິດ
ກົດ​ໝາຍ ຫຼື DACA ໃນຍຸກສະໄໝຂອງທ່ານໂອບາມາ ໄລຍະ 3 ປີ ແລະເພື່ອຍຸຕິ
ການອະນຸມັດໃຫ້ຖານະການປົກປ້ອງຊົ່ວຄາວ ຫຼື TPS ໃຫ້ແກ່ພວກຄົນ ທີ່​ຫລົບ​ໜີ​
ຈາກ​ອາ​ເມ​ຣິ​ກາ​ລາ​ຕິນ ແລະ​ອາ​ຟ​ຣິ​ກາ ຍ້ອນ​ຄວາມ​ຮຸນ​ແຮງ ແລະ​ໄພ​ພິ​ບັດ​ທຳ​ມະ​ຊາດ.
ທ່ານ​ທ​ຣຳ ກ່ອນ​ໜ້າ​ນີ້​ໄດ້​ພະຍາ​ຍາມ​ທີ່​ຈະ​ຍົກ​ເລີກ​ທັງ​ໂຄງ​ການ DACA ແລະ TPS
ສຳ​ລັບ​ຜູ້​ຄົນ​ທີ່​ມາ​ຈາກບາງ​ປະ​ເທດ.

ພັກຣີພັບບລີກັນ ມີແຜນທີ່ຈະເພີ້ມ ເຈົ້າໜ້າທີ່ລາດຕະເວນຊາຍແດນ ຈຳນວນ 750 ຄົນ
ແລະ ເຈົ້າໜ້າທີ່ພາ​ສີ 375 ຄົນ ພ້ອມດ້ວຍການປັບປຸງໃນດ້ານເທັກ ໂນໂລຈີໃໝ່ ຢູ່ຕາມ
ດ່ານຄົນເຂົ້າເມືອງ.

ສະມາຊິກຂອງກຸ່ມຂະບວນຄາຣາວານ ຊາວອົບພະຍົບ ຈາກອາເມຣິກາກາງ ຄົນນຶ່ງ ທີ່ອຸ້ມລູກນ້ອຍ, ເບິ່ງຜ່ານປ່ອງຮົ້ວເຫຼັກ ເຂົ້າໄປໃນຟາກຂອງສະຫະລັດ ທີ່ມີກຸ່ມຄົນຈຳນວນນຶ່ງ ຢືນຢູ່ຊາຍຫາດທະເລ ບ່ອນທີ່ເຂດຊາຍແດນສຸດໃນທະເລ, ໃນເມືອງທີຮວນນາ ຂອງເມັກຊິິໂກ, ວັນທີ 29 ເມສາ 2018.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG