ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບລີກັນ ຈະເປີດ ກອງປະຊຸມຫຼວງຂອງພັກ ທີ່ເພັ່ງເລັງ ໃສ່ເລື່ອງ ຄວາມໝັ້ນຄົງ ແລະ ຄົນເຂົ້າເມືອງ


ສະໜາມກິລາ Quicken Loans ເຫັນໄດ້ວ່າ ເປັນທີ່ຖືກ
ຈັດຕັ້ງ ໄວ້ລ່ວງໜ້າ ສຳລັບກອງປະຊຸມຫຼວງແຫ່ງຊາດ ຂອງ
ພັກຣີພັບບຣີກັນຢູ່ທີ່ນະຄອນ Cleveland ໃນລັດ Ohio, ວັນທີ 16 ກໍລະກົດ 2016.
ສະໜາມກິລາ Quicken Loans ເຫັນໄດ້ວ່າ ເປັນທີ່ຖືກ ຈັດຕັ້ງ ໄວ້ລ່ວງໜ້າ ສຳລັບກອງປະຊຸມຫຼວງແຫ່ງຊາດ ຂອງ ພັກຣີພັບບຣີກັນຢູ່ທີ່ນະຄອນ Cleveland ໃນລັດ Ohio, ວັນທີ 16 ກໍລະກົດ 2016.

ໃນທ້າຍອາທິດນີ້, ພັກຣີພັບບລີກັນ ຈະໄດ້ສະເໜີຊື່ທ່ານ Donald Trump ເປັນຜູ້ລົງ ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຂອງຕົນຢ່າງເປັນທາງການ ແລະ ສະເໜີການເລີ່ມ ຕົ້ນຂອງພວກເຂົາເຈົ້າໃນການແຂ່ງຂັນເລືອກຕັ້ງທົ່ວໄປ ທີ່ຈະສິ້ນສຸດລົງ ດ້ວຍພວກຜູ້ ລົງຄະແນນສຽງ ສະຫະລັດ ທຳການຕັດສິນໃຈຂອງພວກເຂົາເຈົ້າໃນວັນທີ 8 ເດືອນ ພະຈິກນີ້.

ທ່ານ Donald Trump ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບຣີກັນ , ຂວາ, ແນະນຳ ຜູ້ປົກຄອງລັດ ທ່ານ Mike Pence, ສັງກັດພັກຣີພັບບຣີກັນ ຈາກລັດ Indiana, ໃນລະຫວ່າງງານໂຄສະນາຫາສຽງ ເພື່ອປະກາດໃຫ້ ທ່ານ Pence ລົງແຂ່ງຂັນຮ່ວມເປັນ ຮອງປະທານາທິບໍດີ ເມື່ອວັນເສົາ ທີ 16 ກໍລະກົດ 2016, ໃນນະຄອນ New York.
ທ່ານ Donald Trump ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບຣີກັນ , ຂວາ, ແນະນຳ ຜູ້ປົກຄອງລັດ ທ່ານ Mike Pence, ສັງກັດພັກຣີພັບບຣີກັນ ຈາກລັດ Indiana, ໃນລະຫວ່າງງານໂຄສະນາຫາສຽງ ເພື່ອປະກາດໃຫ້ ທ່ານ Pence ລົງແຂ່ງຂັນຮ່ວມເປັນ ຮອງປະທານາທິບໍດີ ເມື່ອວັນເສົາ ທີ 16 ກໍລະກົດ 2016, ໃນນະຄອນ New York.

ໃນວັນເລີ່ມຕົ້ນຂອງກອງປະຊຸມຫຼວງຂອງພັກໃນວັນຈັນມື້ນີ້ທີ່ນະຄອນ Cleveland ລັດ Ohio ແມ່ນຈະເພັ່ງເລັງໃສ່ບັນຫາຄວາມປອດໄພແຫ່ງຊາດ ແລະ ເລື້ອງຄົນເຂົ້າເມືອງ.

ບັນດາຜູ້ຈະຂຶ້ນກ່າວໃນກອງປະຊຸມຫຼວງແມ່ນລວມມີ ອະດີດຜູ້ປົກຄອງລັດ Texas ທີ່ມີ ເຂດຊາຍແດນຕິດກັບຕ່າງປະເທດ ທ່ານ Rick Perry, ແມ່ຂອງຄົນ ອາເມຣິກັນ ທີ່ຖືກ ຂ້າຕາຍໃນເມືອງ Benghazi ປະເທດ ລີເບຍ, ພວກຜູ້ສະໜັບສະໜູນ ການປະຕິຮູບ ການຍົກຍ້າຍຖິ່ນຖານຫຼາຍຄົນ, ອະດີດເຈົ້າຄອງນະຄອນນິວຢອກ ທ່ານ Rudy Giuliani ແລະ ພັນລະຍາຂອງທ່ານ Trump ທ່ານນາງ Melania.

ໃນການສຳພາດໃນລາຍການ 60 Minutes ຂອງໂທລະພາບ CBS ທີ່ຖ່າຍທອດອອກ ອາກາດ ໃນຕອນຄ່ຳ ຂອງວັນອາທິດວານນີ້, ທ່ານ Trump ໄດ້ຕອບຄຳຖາມຂໍ້ໜຶ່ງ ກ່ຽວ ກັບ ສະຖານະການຂອງໂລກ ດ້ວຍຄຳຕອບໜຶ່ງ ທີ່ເບິ່ງຄືວ່າຈະເປັນການຄາດໄວ້ກ່ອນ ກ່ຽວກັບ ການວິພາກວິຈານຕ່າງໆ ທີ່ຈະຖືກນຳຂຶ້ນຖາມໂດຍກົງ ໃນສັບປະດານີ້ ຕໍ່ ປະທານາທິບໍດີ ບາຣັກ ໂອບາມາ ແລະ ຜູ້ລົງແຂ່ງຂັນຈາກພັກເດໂມແຄຣັດ ທ່ານນາງ Hillary Clinton.

ທ່ານ Trump ກ່າວວ່າ “ພວກເຮົາຕ້ອງການຄວາມເຂັ້ມແຂງ,” ທ່ານ ໂອບາມາ ແມ່ນຄົນອ່ອນແອ, ທ່ານນາງ Hillary ກໍອ່ອນແອ. ແລະ ສ່ວນໜຶ່ງຂອງມັນແມ່ນ ສິ່ງທີ່ໃຫຍ່ຂອງມັນ, ພວກເຮົາຕ້ອງການຕົວບົດກົດໝາຍແລະຄວາມເປັນລະບຽບ ຕ້ອງການຄວາມເຂັ້ມແຂງຢູ່ຊາຍແດນ.”

ທ່ານ Trump ໄດ້ສະເໜີການສ້າງກຳແພງຕາມເຂດຊາຍແດນ ສະຫະລັດກັບເມັກຊິໂກ ພ້ອມກັບຫ້າມບໍ່ໃຫ້ຊາວມຸສລິມເດີນທາງເຂົ້າປະເທດ. ທ່ານໄດ້ອ່ອນນໍ້າສຽງລົງໜ້ອຍໜຶ່ງ ກ່ຽວກັບ ການຫ້າມຊາວມຸສລິມໃນການສຳພາດວັນອາທິດວານນີ້, ໂດຍສະເໜີວ່າ ທ່ານ ຈະເພັ່ງເລັງໃສ່ແຫຼ່ງກຳເນີດ ຂອງຄົນຫຼາຍກວ່າ.

ທ່ານກ່າວວ່າ “ມັນມີຫຼາຍເຂດແດນ ແລະ ລັດກໍ່ການຮ້າຍ ແລະ ປະເທດກໍ່ການຮ້າຍ ທີ່ພວກເຮົາຈະບໍ່ອະນຸຍາດຄົນພວກນັ້ນໃຫ້ເຂົ້າມາໃນປະເທດຂອງພວກເຮົາ. ພວກ ເຮົາຈະມີສິ່ງທີ່ເອີ້ນວ່າ “ການກວດກາລະດັບເຂັ້ມງວດສຸດຂີດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG