ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກຣີພັບບລີກັນ ພະຍາຍາມ ຄັ້ງສຸດທ້າຍ ເພື່ອ ຍົກເລີກ ປະກັນສຸຂະພາບ Obamacare


ສະພາຊິກສະພາສູງ ພັກຣີພັບບລີກັນ ຈາກລັດຫລຸຍເຊຍນາ ທ່ານ Bill Cassidy, ກາງ, ກ່າວຄຳປາໄສ ຕໍ່ສື່ສັງຄົມ, ພ້ອມກັບສະມາຊິກສະພາສູງ ລັດຄາໂຣລາຍນາໃຕ້ ທ່ານ Lindsey Graham, ຊ້າຍ, ສະມາຊິກສະພາສູງ ພັກຣີພັບບລີກັນ ຈາກລັດ ມິສຊູຣີ ທ່ານ John Thune ແລະ ຜູ້ນຳສຽງສ່ວນຫຼາຍ ທ່ານ Mitch McConnell ຈາກລັດເຄັນທັກກີ ຢູ່ລັດຖະສະພາ Capitol Hill, ນະຄອນຫຼວງ ວໍຊິງຕັນ. 19 ກັນຍາ, 2017.
ສະພາຊິກສະພາສູງ ພັກຣີພັບບລີກັນ ຈາກລັດຫລຸຍເຊຍນາ ທ່ານ Bill Cassidy, ກາງ, ກ່າວຄຳປາໄສ ຕໍ່ສື່ສັງຄົມ, ພ້ອມກັບສະມາຊິກສະພາສູງ ລັດຄາໂຣລາຍນາໃຕ້ ທ່ານ Lindsey Graham, ຊ້າຍ, ສະມາຊິກສະພາສູງ ພັກຣີພັບບລີກັນ ຈາກລັດ ມິສຊູຣີ ທ່ານ John Thune ແລະ ຜູ້ນຳສຽງສ່ວນຫຼາຍ ທ່ານ Mitch McConnell ຈາກລັດເຄັນທັກກີ ຢູ່ລັດຖະສະພາ Capitol Hill, ນະຄອນຫຼວງ ວໍຊິງຕັນ. 19 ກັນຍາ, 2017.

ດ້ວຍການໜູນຫຼັງທີ່ເຂັ້ມແຂງຈາກທຳນຽບຂາວ, ບັນດາສະມາຊິກສະ ພາສູງພັກຣີພັບ
ບລີກັນ ແມ່ນກຳລັງເພີ່ມຄວາມພະຍາຍາມຄັ້ງສຸດທ້າຍ ເພື່ອປະຕິຮູບກົດໝາຍປະກັນ
ສຸຸຂະພາບໃນ ອາເມຣິກາ, ໂດຍບັງຄັບໃຫ້ພັກເດໂມແຄຣັດຕ້ອງລວມຕົວກັນຢ່າງເຕັມ
ທີ່ເພື່ອຕໍ່ສູ້ກັບສິ່ງທີ່ເຂົາ ເຈົ້າຄິດວ່າໄດ້ຊະນະໄປແລ້ວ, ເຊິ່ງແມ່ນການຮັກສາກົດໝາຍ
ປະກັນ ສຸຂະພາບລາຄາຖືກ ຫຼືຶ Obamacare ໄວ້ຄືເກົ່າ.

​ໂດຍ​ທີ່​ເສັ້ນຕາຍ​ເພື່ອ​ຮັບ​ຜ່ານກົດໝາຍປະກັນສຸຂະພາບ​ໃນວັນທີ 30 ກັນຍາຫຍັບໃກ້
ເຂົ້າມານັ້ນ, ໃນວັນອັງຄານວານນີ້, ຄະນະນຳພາຂອງພັກຣີພັບບລີກັນໃນສະພາສູງໄດ້
ຮັບຮອງເອົາຂໍ້ສະເໜີໃໝ່ທີ່ຈະທັບມ້າງ Obamacare ແລະ ໂອນເງິນທຶນ ໄປໃຫ້ທົ່ວ
50 ລັດໃນ ສະຫະລັດ ເພື່ອສ້າງໂຄງການປະກັນສຸຂະພາບຂອງເຂົາເຈົ້າຂຶ້ນມາເອງ.

ຜູ້ນຳສຽງສ່ວນຫຼາຍ​ໃນ​ສະພາ​ສູງ ທ່ານ Mitch McConnell ຈາກລັດ ເຄັນທັກກີິ ໄດ້
ກ່າວວ່າ “ຂະພະເຈົ້າຈະຍົກເລີກຫຼັກການພື້ນຖານຂອງ Obamacare ແລະ ທົດແທນ
ວິທີການທີ່ໄດ້ຮັບຄວາມລົ້ມແຫຼວຂອງກົດໝາຍນັ້ນ ກັບ ອັນໃໝ່, ໂດຍອະນຸຍາດໃຫ້ແຕ່
ລະລັດ ແລະ ບັນດາຜູ້ປົກຄອງລັດສາມາດດຳເນີນແນວຄິດກ່ຽວກັບປະກັນສຸຂະພາບທີ່
ດີກວ່າ ດ້ວຍການ ເອົາອຳນາດໃນການຕັດສິນໃຈຫຼາຍຂຶ້ນອອກຈາກ ວໍຊິຕັນ.”

ກົດໝາຍດັ່ງກ່າວ, ເຊິ່ງຖືກສະເໜີໂດຍສະມາຊິກພັກຣີພັບບລີກັນຈາກລັດຄາໂຣລາຍນາ
ໃຕ້ ທ່ານ Lindsey Graham ແລະ ທ່ານ Bill Cassidy ຈາກລັດລຸຍເຊຍນາ ນັ້ນ, ໄດ້
ເຮັດໃຫ້ ຫລາຍຄົນຢູ່ລັດຖະສະພາ ຕົກໃຈ, ໃນເມື່ອສະພາສູງ ໄດ້ລົງຄະແນນສຽງຄັດ
ຄ້ານ ຂໍ້ສະເໜີປະກັນສຸຂະພາບຂອງພັກຣີພັບບລີກັນໃນຄັ້ງທີ່ຜ່ານມາ, ແລະ ກົດໝາຍ
ຂອງສອງພັກການເມືອງ ກໍໄດ້ຖືກຮ່າງຂຶ້ນ ເພື່ອເສີມຄວາມເຂັ້ມແຂງໃຫ້ແກ່
Obamacare ແທນທີ່ຈະທັບມ້າງກົດໝາຍປີ 2010 ນີ້.

ສະມາຊິກສະພາສູງພັກເດໂມແຄຣັດ ທ່ານ Dick Durbin ຈາກລັດ ອີລີນອຍ ໄດ້ກ່າວຕໍ່
ວີໂອເອວ່າ “ພວກເຮົາຄິດວ່າ ບັນຫານີ້ໄດ້ຈົບລົງ ແລ້ວ, ແລະ ມັນກໍໄດ້ຖືກຮື້ຟື້ນຂຶ້ນມາ
ອີກ. ພວກເຮົາຈະເອົາຈິງເອົາຈັງ ກັບມັນແທ້ໆ ເພາະວ່າກົດໝາບສະບັບນີ້ ສະບັບ
Graham-Cassidy ນີ້, ແມ່ນຂີ້ຮ້າຍກວ່າສິ່ງໃດໆທີ່ເຂົາເຈົ້າເຄີຍນຳມາສະເໜີມາກ່ອນ.
ມັນຈະເປັນຄວາມຫາຍານະ, ແລະ ພວກເຮົາຕ້ອງລວມ ກຳລັງຂອງພວກເຮົາອີກຄັ້ງນຶ່ງ.”

ໃນທ້າຍເດືອນກໍລະກົດທີ່ຜ່ານມາ, ສະມາຊິກສະພາສູງຈາກລັດ ອາຣິ ໂຊນາ ທ່ານ
John McCain ແມ່ນໜຶ່ງໃນບັນດາສະມາຊິກຣີພັບ ບລີກັນ 3 ຄົນ ຜູ້ທີ່ໄດ້ເຂົ້າຮ່ວມ ກັບ
ພັກເດໂມແຄຣັດ ໃນການເອົາຊະນະຄວາມພະຍາຍາມເພື່ອສັບປ່ຽນ Obamacare
ກ່ອນໜ້ານີ້. ດ້ວຍພັກຣີພັບບລີກັນ ຄອບຄອງ 52 ບ່ອນນັ່ງໃນສະພາສູງທີ່ມີສະມາຊິກ
100 ຄົນນັ້ນ, ພັກດັ່ງກ່າວອີກຄັ້ງນຶ່ງ ຈະສາມາດປ່ອຍໃຫ້ມີຜູ້ບໍ່ປະຕິບັດຕາມຂໍ້ສະເໜີ
ຂອງພັກໄດ້ແຕ່ພຽງສອງຄົນເທົ່ານັ້ນ ແລະຮອງປະທານາທິບໍດີ Mike Pence ຈະເປັນ
ຜູ້ອອກສຽງ ເພື່ອເອົາຊະນະຄະແນນທີ່ເທົ່າກັນນັ້ນ.

ສະມາຊິກສະພາສູງທ່ານ Rand Paul ຈາກລັດເຄັນທັກກີ ໄດ້ປະ ກາດແລ້ວວ່າ ທ່ານ
ຄັດຄ້ານກົດໝາຍດັ່ງກ່າວ, ແລະ ຮ້ອງມັນວ່າ Obamacare ນ້ອຍ. ສະມາຊິກພັກຣີພັບ
ບລີກັນອີກຄົນນຶ່ງ, ທ່ານນາງ Susan Collins ຈາກລັດ ເມນ, ໄດ້ສະແດງຄວາມເປັນ
ຫ່ວງ ຢ່າງເລິກເຊິ່ງ ກ່ຽວກັບຍັດຕິດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ີUS Senate Health Care
please wait

No media source currently available

0:00 0:01:02 0:00

XS
SM
MD
LG