ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ຍັງມີ ອຸບປະສັກ ຫລາຍຢ່າງ ທີ່ຈະຮັບຜ່ານ ປະກັນສຸຂະພາບ ສະພາສູງ ພັກຣີພັບບລີກັນ


ຕຳຫຼວດພວມເຄື່ອນໄຫວ ຂັບໄລ່ພວກປະທ້ວງ ຮ່າງກົດໝາຍ ປະກັນສຸຂະພາບ ພັກຣີພັບບລີກັນ ຢູ່ນອກຫ້ອງການສະມາຊິກ ສະພາສູງ Dean Heller ຈາກລັດເນວາດາ ທີ່ຕຶກລັດຖະສະພາ ສະຫະລັດ.

ພັກ​ຣີພັບ​ບລີ​ກັນ ​ທີ່​ກຳລັງໄດ້​ຮັບ​ຄວາມກົດ​ດັນ​ ໃຫ້ຮ່າງ​ກົດໝາຍປະກັນ​ສຸຂະພາບ
ເພື່ອ​ມາ​ແທນ​ປະກັນໄພສຸຂະພາບ​ລາຄາ​ຖືກຊຶ່ງ​ຍັງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ ​ໂອ​ບາ​ມາ​
ແຄນັ້ນ ​ໄດ້​ປະສົບ​ກັບ​ບັນຫາອີກ​ຄັ້ງນຶ່ງ ​ໃນ​ວັນ​ສຸກ​ວານ​ນີ້.

ມີ​ລາຍ​ງານ​ ​ສະພາ​ສູງ​ໄດ້​ຕັດສິນ​ວ່າ ພັກຣີພັບ​ບລີ​ກັນ​ຈະ​ຕ້ອງ​ໄດ້​ຮັບ 60 ສຽງຈຶ່ງ​ຈະ
​ສາມາດ​ບໍ່​ໃຫ້ນຳ​ເອົາ​ຂໍ້​ກຳນົດ​ຕໍ່​ຕ້ານ​ການ​ເຮັດ​ແທ້ງ​ຮວມຢູ່​ໃນ​ຮ່າງ​ກົດໝາຍໄດ້.

ພັກຣີພັບ​ບລີ​ກັນ ກຳ​ສຽງ​ສ່ວນ​ຫຼາຍ 52 ຕໍ່ 48​ ຢູ່​ໃນ​ສະ​ພາ​ສູງ. ມີ​ທ່າ​ທາງ​ວ່າ​ ເປັນ​
ໄປ​ໄດ້​ສູງທີ່​ພັກ​ເດ​ໂມ​ແຄຣັດ ຈະ​ບໍ່ລົງ​ຄະ​ແນນ​ສຽງ​ອະນຸຍາດ​ໃຫ້​ຮັກສາຂໍ້​ກຳນົດ​ທີ່
​ຈະ​ຂັດຂວາງ​ບໍ່​ໃຫ້​ພວກ​ແມ່ຍິງ​ສາມາດ​ເຮັດ​ແທ້ງ​ໄດ້​ນັ້ນ.

ບໍ່​ມີ​ທ່າ​ທາງ​ວ່າ ສະມາຊິກ​ພັກຣີພັບ​ບລີ​ກັນ​ບາງ​ຄົນ ຈະ​ໃຫ້ການ​ສະໜັບສະໜຸນ​ຕໍ່
ຮ່າງ​ກົດໝາຍ​ນີ້ ​ໂດຍ​ປາສະຈາກ​ການ​ຈຳກັດ​ຮັດ​ແຄບ ​ໃນ​ການ​ຕໍ່ຕ້ານ​ການ​ເຮັດ​
ແທ້ງ​.

ນອກ​ນັ້ນ ຍັງ​ມີ​ລາຍ​ງານ​ວ່າ ສະມາຊິກ​ສະພາ​ສູງ ​ພັກ​ເດ​ໂມ​ແຄຣັດ ກ່າວ​ວ່າ 60
ສຽງ​ແມ່ນ​ມີ​ຄວາມ​ຈຳ​ເປັນ ​ສຳລັບ​ຂໍ້​ກຳນົດ ທີ່​ຈະ​ສະໜອງ ​ການ​ປະຢັດ ​ໃນ​ການ
​ຈ່າຍເມ​ດີເຄດ ​ໃຫ້​ແກ່​ເຂດ​ເມືອງ​ຕ່າງໆ​ທາງ​ພາກ​ເໜືອ​ລັດ​ນິວຢອກ.

ສະມາຊິກ​ພັກ​ເດ​ໂມ​ແຄຣັດ ກ່າວ​ວ່າ ຂໍ້​ກຳນົດ ​ກ່ຽວ​ກັບ​ນິວຢອກ ​ໄດ້​ເຮັດ​ໃຫ້​ພາ
ສາ​ຄຳ​ເວົ້າ​ ໃນ​ຮ່າງ​ກົດໝາຍ​ສຳລັບ​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ລັດ​ອື່ນໆ​ນັ້ນ ຕົກ​ຢູ່​ໃນ
ອັນຕະລາຍ. ຜູ້ນຳ​ສຽງ​ສ່ວນ​ຫຼາຍ​ ໃນ​ສະພາ​ສູງທ່ານ Mitch McConnell ​ໄດ້
ຈັດ​ເອົາ​ຊື່ຂອງຫຼາຍໆ​ລັດ​ເຂົ້າ​ໃນ​ຮ່າງ​ກົດໝາຍ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​
ໄດ້ຮັບການສະໜັບສະໜູນ​ພວກ​ສະມາຊິກ​ສະພາ​ສູງ​ຂອງ​ລັດ​ເຫຼົ່ານັ້ນ.

ທ່ານ Bernie Sanders ສະມາຊິກ​ສະພາ​ສູງ ​ພັກ​ເດ​ໂມ​ແຄຣັດ ຂຽນ​ລົງ​ໃນ
Twitter ວ່າ ການ​ຕັດສິນ​ໃຈ​ຂອງ​ທາງ​ສະພາ​ສູງ​ໃນ​ມື້ນີ້ ພິສູດ​ໃຫ້​ເຫັນ​ອີກ​ຄັ້ງ
ນຶ່ງ​ວ່າ ຂັ້ນຕອນ​ຂອງ​ພັກຣີພັບ​ບລີ​ກັນ​ ທີ່​ໄດ້​ດຳ​ເນີນ​ການ​ເພື່ອ​ຍົກ​ເລີກ​ປະກັນ
ສຸຂະພາບ​ລາຄາ​ຖືກ​ນັ້ນ ​ແມ່ນ​ປະສົບ​ກັບ​ຄວາມ​ຫາ​ຍະ​ນະ.”

ພັກຣີພັບ​ບລີ​ກັນ​ກ່າວ​ວ່າ ວິ​ໄສ​ທັດ​ຂອງ​ສະພາ​ສູງ​ແມ່ນ​ເປັນ​ພຽງ​ແຕ່​ທິດ​ທາງ​ນຳ
ພາ​ແລະ​ສາມາດ​ປ່ຽນ​ແປງ​ໄດ້.

ນອກ​ນັ້ນ ພັກຣີພັບ​ບລີ​ກັນ​ຍັງ​ໄດ້​ປະ​ເຊີນ ​ກັບ​ອີກ​ບັນຫາ​ນຶ່ງກ່ຽວ​ກັບ​ປະກັນ​ສຸຂະ
ພາບ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ວັນ​ສຸກ​ວານ​ນີ້ ​ເວລາ​ສະມາຄົມ​ການ​ແພດ​ອາ​ເມຣິກັນ
ຊຶ່ງ​ເປັນ​ກຸ່ມ​ຈັດຕັ້ງທ່ານໝໍ ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ສະຫະລັດ ຮຽກຮ້ອງໃຫ້​ສະມາຊິກ
ສະພາ​ສູງ ຢຸດ​ເຊົາ​ການ​ຍົກ​ເລີກ​ແລະ​ທົດ​ແທນ ​ປະກັນ​ສຸຂະພາບລາຄາ​ຖືກ​ແລະ
ຫັນ​ມາ​ດຳເນີນ​ຄວາມ​ພະຍາຍາມ​ຂອງ​ທັງ​ສອງ​ພັກ​ການ​ເມືອງ​ເພື່ອ​ສ້າງ​ຄວາມ​ທຸ່ນ
ທ່ຽງ​ໃຫ້​ແກ່​ຕະຫລາດ​ປະກັນ​ສຸຂະພາບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG