ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກພັກຣີພັບບລິກັນ ມີການພົບປະ 'ທີ່ມີປະໂຫຍດຫລາຍ' ກັບທ່ານໄບເດັນ ກ່ຽວກັບ ເງິນບັນເທົາທຸກ ຈາກໄວຣັສໂຄໂຣນາຮອບໃໝ່


ທ່ານນາງ Susan Collins, ສະມາຊິກສະພາສູງສັງກັດພັກຣີພັບບລິກັນ ຈາກລັດເມນ ກ່າວຄໍາປາໄສຫລັງຈາກພົບກັບທ່ານ Joe Biden ແລະ ທ່ານນາງ Kamala Harris ເພື່ອຫາລືກັນກ່ຽວກັບຊຸດການຊ່ວຍເຫລືອບັນເທົາທຸກຈາກໄວຣັສໂຄໂຣນາ ທີ່ທໍານຽບຂາວ, ວັນທີ 1 ກຸມພາ, 2021 (ພາບໂດຍ AP Photo/Evan Vucci)
ທ່ານນາງ Susan Collins, ສະມາຊິກສະພາສູງສັງກັດພັກຣີພັບບລິກັນ ຈາກລັດເມນ ກ່າວຄໍາປາໄສຫລັງຈາກພົບກັບທ່ານ Joe Biden ແລະ ທ່ານນາງ Kamala Harris ເພື່ອຫາລືກັນກ່ຽວກັບຊຸດການຊ່ວຍເຫລືອບັນເທົາທຸກຈາກໄວຣັສໂຄໂຣນາ ທີ່ທໍານຽບຂາວ, ວັນທີ 1 ກຸມພາ, 2021 (ພາບໂດຍ AP Photo/Evan Vucci)

ທຳນຽບຂາວແລະສະມາຊິກສະພາສູງຂອງສະຫະລັດກຸ່ມນຶ່ງໄດ້ມີການເຈລະຈາທີ່ທັງສອງຝ່າຍຕ່າງກໍເອີ້ນວ່າ "ມີຄວາມສຳຄັນ ແລະມີປະສິດທິຜົນ" ແລະ "ເປີດ ເຜີຍແລະມີປະໂຫຍດຫຼາຍ" ໃນວັນຈັນວານນີ້ ກ່ຽວກັບການບັນເທົາທຸກດ້ານເສດຖະກິດຈາກໄວຣັສໂຄໂຣນາຮອບໃໝ່.

ສະມາຊິກສະພາສູງຊູແຊນ ໂຄລີນສ໌ (Susan Collins) ສັງກັດພັກຣີພັບບລິກັນຈາກລັດເມນ ກ່າວຕໍ່ບັນດານັກຂ່າວ ຫລັງຈາກການພົບປະກັນເປັນເວລາສອງຊົ່ວໂມງກັບປະທານາທິບໍດີໂຈ ໄບເດັນ ແລະຮອງປະທານາທິບໍດີຄາມາລາ ແຮຣີສ ແລ້ວວ່າ "ເປັນການແລກປ່ຽນຄວາມຄິດເຫັນທີ່ດີຫຼາຍ." ທ່ານນາງກ່າວວ່າ ທັງສອງຝ່າຍບໍ່ໄດ້ບັນລຸຂໍ້ຕົກລົງ ກ່ຽວກັບຊຸດການຊ່ວຍເຫລືອທີ່ໄດ້ຮັບການເຫັນດີຈາກທັງສອງພັກ, ແຕ່ວ່າການສົນທະນາກັນຈະດຳເນີນຕໍ່ໄປ.

ທ່ານນາງ ໂຄລີນສ໌ (Collins) ກ່າວວ່າ "ພວກເຮົາທຸກຄົນມີຄວາມກັງວົນໃຈກ່ຽວກັບບັນດາຄອບຄົວທີ່ມີບັນຫາ, ທຸລະກິດຂະໜາດນ້ອຍ ແລະລະບົບການຮັກສາສຸຂະພາບທີ່ໜັກໜ່ວງ, ການເອົາວັກຊີນອອກໄປສັກໃສ່ແຂນຂອງປະຊາ ຊົນ ແລະສ້າງຄວາມເຂັ້ມແຂງທາງເສດຖະກິດຂອງພວກເຮົາແລະແກ້ໄຂບັນຫາ ວິກິດການດ້ານສາທາລະນະສຸກທີ່ພວກເຮົາປະເຊີນຢູ່.

ທ່ານໄບເດັນໄດ້ສະເໜີແຜນການ 1 ພັນ 900 ຕື້ໂດລາ, ໃນຂະນະທີ່ພັກຣີພັບບລີກັນໂຕ້ຖຽງວ່າ ການບັນເທົາທຸກຄວນແນເປົ້າໝາຍໃຫ້ຖືກຄົນຫຼາຍຂຶ້ນໂດຍທີ່ມີຈໍານວນເກືອບຮອດ 600 ຕື້ໂດລາ.

ຖະແຫຼງການສະບັບນຶ່ງຂອງທຳນຽບຂາວໃນແລງວັນຈັນວານນີ້ກ່າວວ່າ ຜູ້ທີ່ມີສ່ວນກ່ຽວຂ້ອງກັບການເຈລະຈາ “ມີຄວາມປາດຖະໜາ ຢາກເອົາການຊ່ວຍ ເຫລືອໄປໃຫ້ແກ່ປະຊາຊົນອາເມຣິກັນ.” ແຕ່ກໍເວົ້າວ່າ ທ່ານ ໄບເດັນ “ຈະບໍ່ເຫັນດີນໍາຊຸດການຊ່ວຍເຫລືອທີ່ບໍ່ສາມາດຕອບສະໜອງຄວາມຕ້ອງການໄດ້ໃນເວລານີ້.”

ທ່ານໄບເດັນ ໄດ້ສະແດງຄວາມມັກໃນການໄດ້ຮັບການສະໜັບສະໜູນຈາກທັງສອງພັກ ສຳລັບການຊ່ວຍເຫຼືອດ້ານໄວຣັສໂຄໂຣນາຫລາຍກວ່າ, ແຕ່ທ່ານກໍໄດ້ກ່າວເນັ້ນຢໍ້າ ໃນວັນຈັນວານນີ້ວ່າ ການເດີນຕາມເສັ້ນທາງທີ່ມີການສະໜັບສະໜູນຈາກພັກເດໂມແຄຣັດທີ່ມີສຽງສ່ວນຫລາຍໃນສະພາກໍແມ່ນທາງເລືອກອັນນຶ່ງ.

ບັນດາຜູ້ນຳສະພາຕໍ່າ ແລະສະພາສູງກ່າວໃນວັນຈັນວານນີ້ວ່າ ພວກເພິ່ນຈະກ້າວເດີນຕໍ່ໄປ ເພື່ອອະນຸມັດຊຸດການຊ່ວຍເຫລືອຂອງທ່ານໄບເດັນດ້ວຍຂັ້ນຕອນທີ່ບໍ່ຂຶ້ນກັບການສະໜັບສະໜູນຂອງພັກຣີພັບບລິກັນໃນການຮັບຮອງເອົາ.

ທ່ານ ຈຊັກ ຊຸມເມີ (Chuck Schumer) ຜູ້ນໍາສຽງສ່ວນຫລາຍຂອງສະພາສູງ ແລະປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ (Nancy Pelosi) ກ່າວໃນຖະແຫຼງການສະບັບນຶ່ງວ່າ “ຄ່າເສຍຫາຍຂອງການບໍ່ເອົາບາດກ້າວກະທໍາການແມ່ນສູງ ແລະກຳລັງເພີ້ມຂຶ້ນ, ແລະເວລາສຳລັບໃນການກະທຳທີ່ເດັດດ່ຽວແມ່ນຕ້ອງໄດ້ເຮັດດຽວນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG