ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີໄບເດັນ ສົ່ງຂ່າວໄປຫາ ພວກຄົນເຂົ້າເມືອງ ໃຫ້ພາກັນຢູ່ບ້ານ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຢາກສົ່ງຂ່າວທີ່ເຂົ້າໃຈງ່າຍໆສຳ ລັບພວກ
ຄົນເຂົ້າເມືອງ ທີ່ມາຈາກອາເມຣິກາກາງ ໃນແນວຄິດທີ່ພະຍາຍາມ ຈະເຂົ້າມາໃນສະຫະ
ລັດນັ້ນວ່າ: ຈົ່ງຢູ່ບ້ານ.

ທ່ານໄບເດັນໄດ້ກ່າວຕໍ່ໂທລະພາບ ABC ໃນການໃຫ້ສຳພາດເມື່ອວັນອັງຄານ ທີ່ຜ່ານ
ມານີ້ວ່າ“ຂ້າພະເຈົ້າສາມາດເວົ້າໄດ້ຢ່າງຈະແຈ້ງວ່າ: ຢ່າມາເລີຍ.”

ທ່ານກ່າວເພີ້ມອີກວ່າ “ຢ່າໜີຈາກບ້ານ ຫຼືເມືອງ ຫຼືປະຊາຄົມຂອງພວກເຈົ້າ.”

ຈຳນວນພວກຊາວໜຸ່ມ ແລະເດັກນ້ອຍທີ່ບໍ່ມີຜູ້ປົກຄອງຕິດຕາມ ທີ່ຖືກເຈົ້າໜ້າທີ່ນຳມາ
ກັກຂັງຢູ່ຕາມຊາຍແດນສະຫະລັດຕິດກັບເມັກຊິໂກນັ້ນ ໄດ້ເພີ້ມຂຶ້ນເມື່ອ ບໍ່ເທົ່າໃດອາ
ທິດທີ່ຜ່ານມານີ້ເປັນເກືອບ 30,000 ຄົນ ໃນເດືອນກຸມພາ. ສະຫະ ລັດໄດ້ຖືກກົດດັນ
ໃຫ້ສະໜອງຕຽງນອນໃຫ້ພຽງພໍເພື່ອຮັບມືກັບການຫຼັ່ງໄຫຼເຂົ້າ ມາ ແລະ ໃນການຊອກ
ຫາຍາດພີ່ນ້ອງເຂົາເຈົ້າ ທີ່ຢູ່ໃນສະຫະລັດແລ້ວ ຫຼືຄົນທີ່ພໍໃຈທີ່ຈະເບິ່ງແຍງເຂົາເຈົ້າ.

ປະທານາທິບໍດີໄບເດັນ ທີ່ໄດ້ເຂົ້າຮັບຕຳແໜ່ງມາໄດ້ເກືອບສອງເດືອນ ໄດ້ຢຸດການກໍ່
ສ້າງກຳແພງຊາຍແດນ ທີ່ອະດີດປະທານາທິບໍດີ ດໍໂນລ ທຣໍາ ໄດ້ເປັນເຈົ້າກີ້ເຈົ້າການ
ແລະໃຫ້ການສະໜັບສະໜຸນຕໍ່ອັນທີ່ທ່ານເອີ້ນວ່າເປັນນະໂນບາຍຄົນເຂົ້າເມືອງ ທີ່ມີ
ມະນຸດສະທຳກວ່າ.

ພັກຣີພັບບລິກັນທີ່ເປັນຝ່າຍຄ້ານຂອງທ່ານໄບເດັນກ່າວວ່າ ທ່າທີຂອງທ່ານແມ່ນ ເທົ່າ
ກັບເປັນການເປີດຊາຍແດນ. ສະຫະລັດຍັງສືບຕໍ່ສົ່ງພວກຜູ້ໃຫຍ່ແລະຄອບ ຄົວ ທີ່ພະ
ຍາຍາມຂ້າມຊາຍແດນເມັກຊິໂກ ເຂົ້າມາໃນສະຫະລັດ ກັບຄືນໄປໃນຂະນະທີ່ຮັບເອົາ
ພວກເດັກນ້ອຍ ທີ່ບໍ່ມີຜູ້ປົກຄອງ.

ຜູ້ປະກາດຂ່າວຂອງໂທລະພາບ ABC ທ່ານຈອຣ໌ຈ ສະເຕັບຟາໂນປູໂລສ ໄດ້ ຖາມ
ທ່ານໄບເດັນວ່າ “ເປັນຄວາມຜິດພາດບໍ ທີ່ບໍ່ໄດ້ຄາດຄິດກ່ຽວກັບການເພີ້ມ ຂຶ້ນດັ່ງ
ກ່າວ?”

ປະທານາທິບໍດີ ກ່າວວ່າ “ກ່ອນອື່ນໝົດ ມີການເພີ້ມຂຶ້ນໃນໄລຍະສອງປີຜ່ານ ມາ. ໃນປີ
2019 ແລະ 2020 ໄດ້ມີການເພີ້ມຂຶ້ນເຊັ່ນກັນ.”

ຜູ້ປະກາດຂ່າວໄດ້ໃຫ້ຂໍ້ສັງເກດວ່າ “ເທື່ອນີ້ອາດຮ້າຍແຮງກວ່າເກົ່າ” ຊຶ່ງທ່ານໄບ ເດັນເອງ
ກໍໄດ້ຮັບຮູ້.

ທ່ານກ່າວວ່າ “ເອີ ເປັນໄປໄດ້” ແຕ່ທ່ານໄບເດັນໄດ້ປະຕິເສດ ຕໍ່ແນວຄິດທີ່ວ່າພວກຄົນ
ເຂົ້າເມືອງພະຍາຍາມທີ່ຈະເຂົ້າມາໃນປະເທດ ເພາະເຂົາເຈົ້າເຫັນວ່າ “ທ່ານເປັນຄົນໃຈດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG