ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເລືອກຕັ້ງ ມື້ນີ້ ອາດອຳນວຍໃຫ້ ພັກຣີພັບບລິກັນ ເຂົ້າຄວບຄຸມ ທັງສອງສະພາ


US ELECTION VOSOT
please wait
Embed

No media source currently available

0:00 0:01:15 0:00

ຊາວ​ອາ​ເມຣິກັນກໍາ ລັງ​ພາກັນ​ລົງ​ຄະ​ແນ​ນສຽງ​ປ່ອນ​ບັດໃນ​
ວັນ​ອັງຄານ​ມື້​ນີ້ ທີ່​ບັນດາ​ນັກວິ​ເຄາະ​ ທຳນາຍ​ວ່າ ພັກ​ຣີພັບ
​ບລິ​ກັນຈະ​ເຂົ້າຄວບຄຸມລັດຖະສະພາ ​ເປັນ​ເທຶ່ອ​ທຳ​ອິດ​ໃນ​
ຮອບ​ສິບ​ປີ ຊຶ່ງມີທ່າທາງວ່າຈະກໍ່ໃຫ້ເກີດການຂັດແຍ້ງທາງ
ດ້ານການ​ເມືອງຄັ້ງ​ໃໝ່ກັບປະທານາທິບໍດີ Barack Oba-
ma ​ໃນ​ລະຍະ​ສອງ​ປີ ​ທີ່ພັກ​ເດ​ໂມ​ແຄຣັດຍັງກຳ​ຕໍາ ​ແໜ່​ງຢູ່​
ນັ້ນ.

​ພັກຣີພັບ​ບລິ​ກັນໂດຍ​ທົ່​ວ​ໄປ​ແລ້ວ​ແມ່ນຖືກັນວ່າ ​ເປັນ​ພັກ​ການ
​ເມືອງທີ່ນິຍົມແນວ ທາງເດີມຢູ່ໃນສະຫະລັດນັ້ນ ຊຶ່ງໃນເວລານີ້
ໄດ້ຄວບຄຸມສະພາຕ່ຳ ທີ່ມີສະ​ມາ​ຊິກ 435 ຄົນ​ແລະ​ອາດ​ຈະ
​ເພີ້​ມຈຳນວນບ່ອນນັ່ງ​ທີ່​ເຂົາເຈົ້າ​ມີ​ຢູ່​ແລ້ວນັ້ນ 233 ບ່ອນ ​ຕື່ມເຂົ້າ​ໄປອີກ. ພັກຣີພັບ​ບລິ​ກັນ
ຍັງ​ອາດຈະ​ເຂົ້າຄວບ​ຄຸມສະພາສູງທີ່ມີບ່ອນນັ່ງ ທັງໝົດ100 ບ່ອນ ​ທີ່​ພັກ​ເດ​ໂມ​ແຄຣັດຊຶ່ງ
ມີຫົວເສລີຫຼາຍກວ່ານັ້ນກຳສຽງສ່ວນ ຫລາຍ 55ບ່ອນ​ນັ່ງ ຢູ່​ໃນ​ປັດ​ຈຸ​ບັນນີ້.

US Candidates Make Final Pitches Ahead of Midterm Elections
please wait

No media source currently available

0:00 0:02:50 0:00

ບ່ອນ​ນັ່ງ​ທັງ​ໝົດ​ຂອງ​ສະພາ​ຕໍ່​າ ​ແລະ​ນຶ່ງ​ສ່ວນ​ສາມ​ ​ຂອງສະພາ​ສູງ ແມ່ນມີການແຂ່ງຂັນ
ກັນ ໃນ​ການ​ເລືອກ​ຕັ້ງຄັ້ງນີ້. ທ່ານ Obama ຜູ້​ທີ່​ໄຊຊະນະການ​ເລືອກ​ເຂົ້າຮັບຕຳແໜ່ງ
ເປັນສະໄໝທີ​ສອງ ​ເປັນ​ເວລາ​ສີ່​ປີ​ໃນ​ປີ 2012 ນັ້ນ ບໍ່​ໄດ້​ຢູ່​ໃນ​ລາຍ​ຊື່​ຂອງຜູ້ສະມັກເລືອກ
ຕັ້ງ ​ແຕ່​ທ່ານ​ກ່າວ​ວ່າ ມີ​ແຕ່ນະ​ໂຍບາຍ​ຂອງ​ທ່ານເທົ່າ ນັ້ນ ທີ່ໃຫ້ຜູ້ປ່ອນບັດໄດ້ເລືອກ.

​ແຕ່​ຄະ​ແນນນິຍົມຂອງປະທາ​ນາທາ​ບໍດີ ຕົກ​ຕໍ່າ ຢູ່​ໃນລະດັບຕົ້ນໆຂອງ 40 ​ເປີ​ເຊັນ ບັນດາ
​ຜູ້​ສະມັກຂອງພັກຣີ​ພັບ​ບລິ​ກັນ​ ຈຶ່ງອາດ​ຈະ​ສາມາດຊະນະບ່ອນ​ນັ່ງ ຢູ່​ໃນ​ສະພາ​ສູງ ໃນລັດ​ທີ່ທ່ານ Obama ໄດ້​ເສຍ​ໄຊໃນການ​ເລືອກ​ຕັ້ງເມື່ອ​ສອງ​ປີ​ກ່ອນ ​ເຖິງ​ແມ່ນ​ວ່າ ທ່ານ​ໄດ້
​ຊະນະ​ການ​ເລືອກ​ຕັ້ງ ຢູ່​ໃນທົ່ວ​ປະ​ເທດກໍຕາມ

US Muslim Congressman Faces Reelection/ISIS
please wait

No media source currently available

0:00 0:03:17 0:00

XS
SM
MD
LG