ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກ ສັງກັດພັກຣີພັບບລີກັນ ສະຫຼອງ ໄຊຊະນະ ໃນການປະຕິຮູບພາສີ ສຫລ


ປະທານາທິບໍດີ ດໍໂນລ ທຣຳ ຖະແຫລງ ໃນລະຫວ່າງ ງານ
ສະຫຼອງ ຢູ່ເດີ່ນຫຍ້າ ກ້ຳໃຕ້ຂອງທຳນຽບຂາວ ຢູ່ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 20 ທັນວາ 2017.
ປະທານາທິບໍດີ ດໍໂນລ ທຣຳ ຖະແຫລງ ໃນລະຫວ່າງ ງານ ສະຫຼອງ ຢູ່ເດີ່ນຫຍ້າ ກ້ຳໃຕ້ຂອງທຳນຽບຂາວ ຢູ່ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 20 ທັນວາ 2017.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ບັນດາຜູ້ສະໜັບສະໜູນ ສັງກັດ
ພັກຣີພັບບລີກັນ ຂອງທ່ານ ໃນລັດຖະສະພາ ກຳລັງສະເຫຼີມສະຫຼອງ ການຮັບຜ່ານ
ຮ່າງກົດໝາຍປັບປຸງພາສີ ຂອງສະຫະລັດ ອັນເປັນໄຊຊະນະຂອງການອອກກົດໝາຍ
ທີ່ສຳຄັນຄັ້ງທຳອິດ ຂອງການເປັນປະທານາທິບໍດີ ຂອງທ່ານທຣຳ.

ປະທານາທິບໍດີ ດໍໂນລ ທຣຳ ຍົກຍ້ອງ ການຮັບຜ່ານຮ່າງກົດໝາຍປັບປ່ຽນ ພາສີ ສະຫະລັດ ຢູ່ທງານລ້ຽງ ທີ່ເດີ່ນຫຍ້າກຳໃຕ້ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິຕັນ, ວັນທີ 20 ທັນວາ 2017.
ປະທານາທິບໍດີ ດໍໂນລ ທຣຳ ຍົກຍ້ອງ ການຮັບຜ່ານຮ່າງກົດໝາຍປັບປ່ຽນ ພາສີ ສະຫະລັດ ຢູ່ທງານລ້ຽງ ທີ່ເດີ່ນຫຍ້າກຳໃຕ້ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິຕັນ, ວັນທີ 20 ທັນວາ 2017.

“ພວກເຮົາກຳລັງເຮັດໃຫ້ອາເມຣິກາຍິ່ງໃຫຍ່ ອີກເທື່ອນຶ່ງ” ທ່ານທຣຳ ໄດ້ບອກຝຸງຄົນ
ທີ່ໄດ້ເຕົ້າໂຮມກັນ ຢູ່ທີ່ເດີ່ນຫຍ້າ ຂອງທຳນຽບຂາວ ໃນວັນພຸດວານນີ້. ທ່ານໄດ້ຍົກຍ້ອງ
ບັນດາສະມາຊິກສະພາ ຜູ້ທີ່ໄດ້ສະໜັບສະໜູນ ຮ່າງກົດໝາຍດັ່ງກ່າວ ໂດຍເອີ້ນຊື່ ຂອງ
ແຕ່ລະທ່ານ ລວມມີ ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານ ມິຈ໌ ແມັກຄອນໂນລ
(Mitch McConnell) ປະທານສະພາຕ່ຳ ທ່ານ ພອລ ຣາຍແອນ (Paul Ryan) ຮອງ
ປະທານາທິບໍດີ ທ່ານ ໄມ້ ເພັ້ນສ໌ (Mike Pence) ແລະ ທ່ານອື່ນໆດ້ວຍ.

Trump, Congressional Republicans Close to Tax Bill Victory
please wait

No media source currently available

0:00 0:02:59 0:00


ທ່ານທຣຳ ໄດ້ເວົ້າ ວ່າ “ມັນເປັນການຕັດພາສີລົງ ທີ່ໃຫຍ່ທີ່ສຸດ ໃນປະຫວັດສາດ
ຂອງ ພວກເຮົາ....ເປັນສິ່ງທີ່ພິເສດແທ້ໆເລີຍ.” ທ່ານເວົ້າວ່າ ທັງທ່ານ ແລະ ບັນດາ
ສະມາຊິກພັກຣິພັບບລິກັນທັງຫຼາຍໃນສະພາມີຄວາມດີໃຈຫຼາຍທີ່ໄດ້ເຮັດໃຫ້ມັນເປັນ
ກົດໝາຍຮ່ວມກັນ. “ມັນມ່ວນອີ່ຫຼີ ແມ່ນບໍ່ ເວລາພວກເຮົາໄດ້ຮັບໄຊຊະນະ.”

ສ່ວນທ່ານ ມິສ ມັກຄໍແນລ ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ກໍໄດ້ເອົາໄມໂກຣໂຟນໄປຖື
ແລ້ວເວົ້າວ່າ “ນີ້ເປັນປີພິເສດໃນຄວາມສຳເຣັດຂອງຣັດຖະບານທ່ານທຣຳ.”

ອ່ານຂ່າວນີ້ຕື່ ເປັນພາສາອັງກິດ

XS
SM
MD
LG