ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະມາຊິກ ພັກຣີພັບບລີກັນ ກ່າວວ່າ ຊະຕາກຳ ຂອງພວກ DACA ຕ້ອງຖ້າ ປີໜ້າ


ທ້າວ Ernesto Delgado ທີ່ຢູ່ພາຍໃຕ້ໂຄງການ DACA ພວມຂຽນຄຳ ຂໍຕໍ່ອາຍຸ ການເປັນສະມາຊິກ ໃນໂຄງການດັ່ງກ່າວ.
ທ້າວ Ernesto Delgado ທີ່ຢູ່ພາຍໃຕ້ໂຄງການ DACA ພວມຂຽນຄຳ ຂໍຕໍ່ອາຍຸ ການເປັນສະມາຊິກ ໃນໂຄງການດັ່ງກ່າວ.

ສະມາຊິກຄົນສຳຄັນໆຂອງພັກຣີພັບບລີກັນກ່າວວ່າ ປະທານາທິບໍດີດໍໂນລ ທຣຳ ໄດ້
ຕົກລົງວ່າ ບາດກ້າວກ່ຽວກັບພວກຄົນເຂົ້າເມືອງທີ່ຍັງໜຸ່ມນ້ອຍທີ່ຮູ້ກັນໃນອີກຊື່ນຶ່ງວ່າ
“ພວກທີ່ມີຄວາມໄຝ່ຝັນ” ນັ້ນບໍ່ຄວນທີ່ຈະເປັນສ່ວນນຶ່ງຂອງກົດໝາຍການໃຊ້ຈ່າຍ ທີ່
ຈະຕ້ອງໄດ້ມີການຮັບຮອງເອົາ.

ນີ້ອາດຈະເຮັດໃຫ້ເກີດການປະເຊີນໜ້າກັບພັກເດໂມແຄຣັດ ຊຶ່ງການລົງຄະແນນສຽງ
ຂອງພວກເຂົາເຈົ້າ ແມ່ນມີຄວາມຈຳເປັນ ເພື່ອຈະຮັບຜ່ານຮ່າງກົດໝາຍດັ່ງກ່າວ ແລະ ພວກເຂົາເຈົ້າຍັງໄດ້ຮຽກຮ້ອງ ໃຫ້ມີການເອົາບາດກ້າວ ກ່ຽວກັ ບພວກຄົນເຂົ້າເມືອງທີ່
ຍັງໜຸ່ມນ້ອຍຊຶ່ງໄດ້ຖືກນຳເຂົ້າມາໃນສະຫະລັດຢ່າງຜິດກົດໝາຍໃນຂະນະທີ່ພວກເຂົາ
ເຈົ້າຍັງເປັນເດັກນ້ອຍຢູ່.

ພວກສະໜັບສະໜູນໂຄງການ DACA ໂຮມຊຸມນຸມປະທ້ວງ
ພວກສະໜັບສະໜູນໂຄງການ DACA ໂຮມຊຸມນຸມປະທ້ວງ

ສະມາຊິກສະພາສູງ Tom Cotton ຈາກລັດອາການຊໍ​ ກ່າວຕໍ່ພວກນັກຂ່າວຫຼັງຈາກ
ໄດ້ພົບປະ ກັບປະທານາທິບໍດີທຣຳວ່າ “ບໍ່ມີຮ່າງກົດໝາຍ ຄົນເຂົ້າເມືອງໃດໆ ຮວມຢູ່
ໃນຮ່າງກົດໝາຍໃຫຍ່ ຫລືຮ່າງກົດໝາຍອື່ນໆ ທີ່ຈະຕ້ອງໄດ້ມີການຮັບຮອງເອົາ ໃນປີ
2017 ນີ້. ທ່ານໄດ້ເຫັນພ້ອມນຳ ດັ່ງດຽວກັນກັບພວກຜູ້ນຳຂອງສະພາສູງແລະຂ້າພະ ເຈົ້າຄິດວ່າ ສ່ວນໃຫຍ່ຂອງສະມາຊິກສະພາສູງທີ່ກຳສຽງສ່ວນຫຼາຍຢູ່ນັ້ນ.”

ທ່ານ John Cornyn ສະມາຊິກສະພາສູງສັງກັດພັກຣີພັບບລີກັນອີກທ່ານນຶ່ງ ທີ່ມາ
ຈາກລັດເທັກຊັສເອີ້ນຄວາມຫວັງຂອງພັກເດໂມແຄຣັດທີ່ຈະຮວມເອົາເລື່ອງພວກຄົນ
ເຂົ້າເມືອງ ເຂົ້າໄວ້ໃນຮ່າງກົດໝາຍການໃຊ້ຈ່າຍນັ້ນວ່າ “ເປັນຄວາມຫວັງ ທີ່ຍາກຈະ
ເປັນຈິງໄດ້.”

ສະມາຊິກສະພາສູງ Tom Cotton ຈາກລັດອາການຊໍ ທີ່ຕຶກລັດຖະສະພາ
ສະມາຊິກສະພາສູງ Tom Cotton ຈາກລັດອາການຊໍ ທີ່ຕຶກລັດຖະສະພາ

ທ່ານກ່າວວ່າ ການເອົາມາດຕະການໃດໆກໍຕາມ ກ່ຽວກັບພວກທີ່ມີຄວາມໄຝ່ຝັນ
ນັ້ນ ມີທ່າທາງວ່າ ຄົງຈະຖືກເລື່ອນເວລາໄປໃສ່ຕົ້ນປີໜ້າ.

ສະມາຊິກພັກເດໂມແຄຣັດຄິດວ່າ ເຂົາເຈົ້າໄດ້ບັນລຸການຕົກລົງກັບປະທານາທິບໍ
ດີໄປແລ້ວເພື່ອເປັນການແລກປ່ຽນໃນການໃຫ້ການປົກປ້ອງຄຸ້ມຄອງແກ່ພວກຄົນ ໜຸ່ມນ້ອຍທີ່ມີຄວາມໄຝ່ຝັນ ກັບການໃຫ້ຄວາມສະໜັບສະໜູນຂອງພວກເຂົາເຈົ້າ
ຕໍ່ການຮັກສາຄວາມປອດໄພເພີ້ມຂຶ້ນໃນເຂດຊາຍແດນ.

ສະມາຊິກສະພາສູງພັກເດໂມແຄຣັດບາງຄົນ ໄດ້ກ່າວຫາສະມາຊິກພັກຣີພັບບລີ
ກັນວ່າ ພະຍາຍາມທີ່ຈະຕັກຕວງເອົາຜົນປະໂຫຍດ ຂອງພວກເຂົາເຈົ້າ ກ່ຽວກັບ
ການຕໍ່ລອງດັ່ງກ່າວ. ພວກເຂົາເຈົ້າໄດ້ເຕືອນສະມາຊິກພັກຣີພັບບລີກັນວ່າ ເຂົາ
ເຈົ້າຕ້ອງການຄະແນນສຽງຂອງພັກເດໂມແຄຣັດເພື່ອຮັບຮອງເອົາຮ່າງກົດໝາຍ
ການໃຊ້ຈ່າຍ ແລະປ້ອງກັນບໍ່ໃຫ້ມີການປິດລັດຖະບານ ໃນທ້າຍປີນີ້.

ປະທານາທິບໍດີທຣຳ ໄດ້ສ້າງຄວາມຫຍຸ້ງຍາກອີກອັນນຶ່ງ ໃຫ້ແກ່ພວກທີ່ມີຄວາມ
ໄຝ່ຝັນ ໃນວັນພະຫັດວານນີ້ ເວລາທ່ານຮຽກຮ້ອງໃຫ້ມີການອອກກົດໝາຍເພື່ອ
ຍຸຕິການເຂົ້າເມືອງແບບເປັນລູກໂສ້ ຊຶ່ງອະນຸຍາດໃຫ້ ພວກຄົນເຂົ້າເມືອງ ທີ່ຖືກ
ຕ້ອງຕາມກົດໝາຍ ຍື່ນຄຳຮ້ອງຂໍເອົາຍາດພີ່ນ້ອງ ຢູ່ຕ່າງປະເທດ ເຂົ້າມາໃນສະ
ຫະລັດ. ໃນການໃຫ້ສຳພາດ ແກ່ໂທລະພາບ Fox News ປະທານາທິບໍດີທຣຳ
ກ່າວວ່າ “ການເຂົ້າເມືອງ ແບບເປັນລູກໂສ້ ເປັນໄພຫາຍະນະ ຕໍ່ປະເທດນີ້ ແລະ
ເປັນທີ່ໜ້າຢ້ານກົວທີ່ສຸດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG