ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ສອງທ່ານ ໄດ້ໂຈມຕີ ປະທານາທິ ບໍດີ
ດໍໂນລ ທຣຳ ໃນການໂຈມຕີສະເໝີມາ ຕໍ່ບົດລາຍງານຕ່າງໆ ທີ່ສຳຄັນຍິ່ງ ກ່ຽວກັບ
ການດຳລົງຕຳແໜ່ງຂອງທ່ານນັ້ນ ໂດຍກ່າວວ່າ ການກະທຳເຊັ່ນນັ້ນ ເປັນບ່ອນທຳ
ລາຍ ຕໍ່ພື້ນຖານຫລັກການຂອງສັງຄົມ ທີ່ເປັນປະຊາທິປະໄຕ ຕໍ່ສື່ມວນຊົນ ທີ່ເສລີ
ແລະ ເປີດກວ້າງ.
ສະມາຊິກສະພາສູງ ທ່ານແຈັຟ ເຟລກ ຈາກລັດອາຣີໂຊນາ ຢູ່ທາງພາກຕາເວັນຕົກ
ຂອງສະຫະລັດ ຜູ້ທີ່ໄດ້ຕິຕຽນທ່ານທຣຳຢູ່ເລື້ອຍໆ ໄດ້ກ່າວໃນຄຳປາໄສ ໃນສະພາສູງ
ເມື່ອວັນພຸດວານນີ້ ວ່າ ການບໍ່ເຫັນດີ ຕໍ່ສື່ມວນຊົນຂອງທ່ານທຣຳ ແມ່ນຄ້າຍຄືກັນກັບ
ຂອງອະດີດຜູ້ນຳຜະເດັດການຂອງໂຊຫວຽດ ທ່ານໂຈເຊັບ ສຕາລິນ. ທ່ານໄດ້ກ່າວວ່າ
“ການໂຈມຕີ” ຕໍ່ສື່ມວນຊົນ ຂອງທ່ານທຣຳ ແມ່ນ “ບໍ່ເຄີຍມີມາກ່ອນ” ແລະ “ບໍ່ມີເຫດ
ຜົນເລີຍ”.
“ມັນເປັນຫຼັກຖານຢັ້ງຢືນເຖິງສະພາບ ຂອງປະຊາທິປະໄຕ ຂອງພວກເຮົາ ທີ່ວ່າ
ປະທານາທິບໍດີ ຂອງພວກເຮົາເອງ ໃຊ້ຄຳເວົ້າທີ່ໄດ້ກ່າວອອກມາໂດຍ ໂຈເຊັບ
ສຕາລິນ ເພື່ອອະທິບາຍເຖິງ ພວກສັດຕູຂອງລາວ” ນັ້ນແມ່ນຄຳເວົ້າຂອງ ທ່ານ
ເຟລກ ທີ່ໄດ້ກ່າວ ໃນການອ້າງອີງເຖິງຂໍ້ຄວາມທີ່ຂຽນລົງທະວິດເຕີ ເມື່ອເດືອນກຸມພາ
ປີກາຍນີ້ ເຊິ່ງທ່ານທຣຳ ໄດ້ປະກາດວ່າ ອົງການຂ່າວທີ່ສຳຄັນໆ ຂອງສະຫະລັດນັ້ນ
ເປັນ “ສັດຕູຂອງປະຊາຊົນ ຊາວອາເມຣິກັນ.”
ທ່ານເຟລກ ໄດ້ກ່າວຕື່ມວ່າ “ມັນມີຮ່ອງຮອຍທີ່ເຕັມໄປດ້ວຍເຈດຕະນາຮ້າຍ ຂອງຄຳ
ເວົ້າ 'ສັດຕູຂອງປະຊາຊົນ' ທີ່ວ່າ ແມ່ນກະທັງ ນິກິຕາ ຄຣຸສເຊັບ ຜູ້ສືບທອດຂອງ
ສຕາລິນ ກໍຫ້າມບໍ່ໃຫ້ໃຊ້ມັນ.”
ທ່ານເຟລກ ໄດ້ກ່າວອີກວ່າ “ລັດທິຜູກຂາດອຳນາດ ແມ່ນສັດຕູຂອງປະຊາຊົນ. ສື່ສັງ
ຄົມ ທີ່ເສລີ ແມ່ນສັດຕູຂອງພວກຜະເດັດການ ເຊິ່ງເຮັດໃຫ້ສື່ມວນຊົນທີ່ເສລີ ເປັນຜູ້
ປົກປ້ອງຄຸ້ມຄອງ ປະຊາທິປະໄຕ. ໃນເວລາ ທີ່ມີຜູ້ສຳຄັນທີ່ມີອຳນາດສະແດງ ຄວາມ
ຄິດເຫັນ ໂດຍເອີ້ນສືີ່ມວນຊົນໃດໆ ທີ່ບໍ່ເໝາະສົມສຳລັບຕົນແລ້ວນັ້ນ ວ່າເປັນຂ່າວ
ປອມ ມັນກໍຊ່ຳກັບວ່າ ຄົນຜູ້ນັ້ນ ຄວນເປັນຜູ້ທີ່ຕ້ອງຖືກສົງໄສ ບໍ່ແມ່ນສື່ມວນຊົນ.”
ໃນບົດຄວາມເຫັນ ທີ່ພິມເຜີຍແຜ່ໂດຍໜັງສືພິມວໍຊິງຕັນໂພສທ໌ ສະມາຊິກສະພາສູງ
ຈາກລັດອາຣິໂຊນາ ຜູ້ສະໝັກປະທານາທິບໍດີຂອງ ພັກຣີພັບບລີກັນ ໃນປີ 2008 ກ່າວ
ວ່າ ການມັກກ່າວອ້າງເຖິງ “ຂ່າວປອມ” ຂອງທ່ານທຣຳ ກ່ຽວກັບເລື່ອງທີ່ທ່ານບໍ່ມັກນັ້ນ
“ແມ່ນໄດ້ມີການຕິດຕາມສິ້ງຊອມຢ່າງໃກ້ຊິດ ໂດຍພວກຜູ້ນຳຕ່າງປະເທດ ທີ່ໄດ້ໃຊ້
ຄຳເວົ້າ ຂອງທ່ານເປັນເຄື່ອງອີງ ໃນຂະນະທີ່ພວກເຂົາເຈົ້າມິດງຽບ ແລະປິດນຶ່ງໃນ
ຫລັກການສາມຢ່າງ ຂອງປະຊາທິປະໄຕ.”