ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານນາງ Rodgers ຈາກພັກ ຣີພັບບລີກັນ ກ່າວຕອບ ຄຳປາໄສ ປ.ໂອບາມາ


ທ່ານນາງ Cathy McMorris Rodgers ຜູ້ແທນສະພາຕໍ່າ ຈາກ​ລັດ Washington.
ທ່ານນາງ Cathy McMorris Rodgers ຜູ້ແທນສະພາຕໍ່າ ຈາກ​ລັດ Washington.
ໃນ​ຄໍາ​ຖະ​ແຫລ​ງຕອບ​ຂອງ​ພັກຣີພັບ​ບລິ​ກັນ ຕໍ່ຄໍາ​ປາ​ໄສ​ຂອງ
ປະທານາທິບໍດີ Barack Obama ກ່ຽວ​ກັບ​ສະພາບ​ການ​ຂອງ
ປະ​ເທດ​ຊາດນັ້ນ ຜູ້​ແທນ​ສະພາ​ຕໍ່າ ທ່ານ​ນາງ Cathy
McMorris Rodgers ຈາກ​ລັດ Washington ​ໄດ້​ເພັ່ງ​ເລັງ​ໃສ່
ອັນ​ທີ່​ທ່ານ​ນາງ ຮ້ອງວ່າ “ຄວາມບໍ່ກໍ້າເກິ່ງກັນ​ທາງໂອກາດ”.

ທ່ານນາງ ກ່າວວ່າ ທ່ານ Obama ໄດ້ເນັ້ນໜັກໃສ່ຄວາມບໍ່ກໍ້າ
ເກິ່ງທາງ​ດ້ານ ລາຍໄດ້ ແທນ ແລະວ່າ ນະໂຍບາຍຂອງລັດຖະ
ບານຂອງທ່ານ ກໍາລັງ​ເຮັດ​ໃຫ້ຫວ້າງ​ອອກ​ໄປ​ອີກ ຊ່ອງຫວ່າງ
ລະຫວ່າງ ຈຸດ​ທີ່ຊີວິດຂອງປະຊາຊົນ​ກໍາລັງ​ຢືນ​ຢູ່ໃນປັດຈຸບັນ ແລະບ່ອນທີ່ເຂົາເຈົ້າຕ້ອງການຈະໄປເຖິງ.

ທ່ານນາງ Rodgers ​ເວົ້າວ່າ: “ເພາະວ່າ ພາລະກິດຂອງພວກເຮົາ ບໍ່​ແມ່ນ​ໃນ​ຖານະພັກ
ຣີພັບບລິກັນ ແຕ່​ໃນ​ຖານະຊາວອາເມຣິກັນ ​ແມ່ນເພື່ອຮັບປະກັນ ອີກ​ຄັ້ງນຶ່ງ ບໍ່​ໃຫ້ພວກ
ເຮົາຖືກ​ຜູກ​ມັດ ຍ້ອນບ່ອນທີ່ເຮົາມາຈາກ ແຕ່ແມ່ນ​ເພື່ອ​ເ​ຮັດ ໃຫ້​ພວກ​ເຮົາ​ມີ​ສິດ​ອໍານາດ ຍ້ອນສິ່ງທີ່ເຮົາສາມາດທີ່ຈະເປັນໄດ້.”

ຜູ້ແທນສະພາຕໍ່າ Rodgers ກ່າວອີກວ່າ ພັກຣີພັບບລິກັນ ມີແຜນທີ່ຈະເພີ້ມ ວຽກການ
ຂຶ້ນ ​ໂດຍບໍ່ເພີ້ມການໃຊ້ຈ່າຍຂອງລັດຖະບານ ແລະຍົກລະດັບການ ສຶກສາແລະໂຄງ
ການເຝິກຫັດຕ່າງໆ ເພື່ອຕຽມຜູ້ຄົນ​ໃຫ້​ພ້ອມ​ຫລາຍ​ຂຶ້ນສໍາລັບເຂົ້າ​ຮ່ວມ​ໃນ​ໜ່ວຍ​ແຮງ​
ງານ.

ທ່ານນາງກ່າວຕື່ມ​ວ່າ ພັກຣີພັບບລິກັນ ຕ້ອງການຢາກໃຫ້ບັນດາຜູ້ເຮັດວຽກ ສາມາດ
ເກັບເງິນໄວ້​ໄດ້ຫລາຍຂື້ນ ໂດຍຜ່ານການເກັບພາສີຕໍ່າລົງ ແລະ ສະໜອງພະລັງງານ ແລະປະກັນໄພສຸຂະພາບ ລາຄາ​ຖືກ ​ ໃຫ້​ມີ​ຫລາຍ​ຂຶ້ນ ຊຶ່ງທ່ານນາງໄດ້ກ່າວເພີ້ມວ່າ
“ພວກເຮົາຫວັງວ່າ ປະທານາທິບໍດີ ຈະຮ່ວມກັບພວກເຮົາ ໃນປີ​ແຫ່ງ​ການ​ເອົາ ບົດ
ບາດຢ່າງແທ້ຈິງນີ້ ໂດຍການ​ມອບ​ອໍານາດໃຫ້ແກ່ປະຊາຊົນ ບໍ່ແມ່ນເຮັດ ໃຫ້ຊີວິດ
ຂອງເຂົາເຈົ້າ ຍາກລໍາບາກຂື້ນ ດ້ວຍການໃຊ້ຈ່າຍທີ່ບໍ່ເຄີຍມີມາກ່ອນ ພາສີສູງຂື້ນ
ກ່ອນເກົ່າ ແລະວຽກການໜ້ອຍລົງ.”

ທ່ານນາງ ໄດ້ກ່າວສັ້ນໆເຖິງ ເລື່ອງຄວາມປາດຖະໜາຢາກ​ແກ້​ໄຂລະບົບຄົນ ເຂົ້າ
ເມືອງຂອງປະເທດ ໂດຍກ່າວວ່າ ການປະຕິຮູບຕ້ອງເລີ້ມຂຶ້ນ ດ້ວຍການຮັກ ສາຊາຍ
ແດນຂອງປະເທດ ​ໃຫ້​ປອດ​ໄພ ຈາກ​ພວກ​ລັກລອບ​ເຂົ້າ​ເມືອງ.


XS
SM
MD
LG