ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ສະໝັກ ເປັນປະທານາທິບໍດີ ສັງກັດພັກຣີພັບບລິກັນ ບໍ່ມີທ່ານທຣໍາ ເຂົ້າ​ຮ່ວມການໂຕ້ວາທີ


ບັນດາ ຜູ້ສະໝັກເປັນປະທານາທິບໍດີສະຫະລັດ ເຈັດທ່ານ ໂຕ້ວ່າທີກັນຢູ່ຫໍສະໝຸດດໍໂນລ ເຣກັນ ທີ່ລັດຄາລິຟໍເນຍ ວັນທີ 27 ກັນ 2023
ບັນດາ ຜູ້ສະໝັກເປັນປະທານາທິບໍດີສະຫະລັດ ເຈັດທ່ານ ໂຕ້ວ່າທີກັນຢູ່ຫໍສະໝຸດດໍໂນລ ເຣກັນ ທີ່ລັດຄາລິຟໍເນຍ ວັນທີ 27 ກັນ 2023

ບັນດາຜູ້ສະໝັກເປັນປະທານາທິບໍດີສະຫະລັດ ສັງກັດພັກຣີບບລິກັນ ເຈັດທ່ານ ໄດ້ຖົກ​ຖຽງກັນຢ່າງແຮງ ຢູ່ໃນການໂຕ້ວາທີຕອນແລງວັນພຸດວານນີ້ ແຕ່ລະຄົນ ພະຍາຍາມທີ່ຈະອອກຈາກກຸ່ມ ເພື່ອເປັນຜູ້ທ້າທາຍ​ຄົນສຳຄັນຕໍ່ ອະດີດປະທາ ນາທິບໍດີດໍໂນລ ທຣໍາ ຜູ້ທີ່ມີ​ຄະ​ແນນນຳໜ້າ​ໝູ່​ຢ່າງ​ຫຼວງ​ຫຼາຍ ​ໃນການສະເໜີ​ຊື່ເປັນ​ຜູ້ສະ​ໝັກປະທານາທິບໍດີຕາງໜ້າພັັກໃນປີ 2024 ເຖິງແມ່ນວ່າ ທ່ານປະເຊີນໜ້າກັບສີ່ຂໍ້ຄະ​ດີ​ການ​ຟ້ອງ​ຮ້ອງ​ທາງ​ອາ​ຍາ.

ທ່ານທຣໍາ ດັ່ງທີ່ທ່ານໄດ້ເຮັດ ​ໃນເດືອນແລ້ວນີ້ ບໍ່ຫົວຊາ ກັບການຈັດໂຕ້ວາທີ ຂອງ​ພັກ ຊຶ່ງທ່ານໄດ້ຖອນໂຕ ແລະ​ຖືກ​ຕ້ອງ​ຕິ​ໃນທັນທີ ຈາກຄູ່ແຂ່ງຂອງທ່ານສອງຄົນ.

“ທ່ານທຣໍາ​ໄດ້​ຫາຍ​ສາບສູນຢູ່ໃນການປະຕິບັດງານ” ທີີ່ຜູ້ປົກຄອງລັດຟລໍຣິດາ ທ່ານຣອນ ດີແຊນຕິສ ໄດ້ກ່າວ ຜູ້ທ້າທາຍທີ່​ໃກ້ຊິດທີ່ສຸດຂອງທ່ານທຮໍາ ແຕ່ຍັງຢູຫ່າງອອກໄປທີສອງຂອງການ​ຢັ່ງສຽງແຫ່ງຊາດ. “ທ່ານສົມຄວນຢູ່ເທິງເວ ທີນີ້ເພື່ອຕອບຄຳຖາມ ເປັນຫຍັງທ່ານຈຶ່ງເພີ້ມໜີ້​ສິນ 7.8 ພັນລ້ານໂດລາ​ຂອງປະເທດ.

ອະດີດຜູ້ປົກຄອງລັດນິວເຈີຊີ ທ່ານຄຣິສ ຄຣິສຕິນ ໄດ້ແຍ່ເຂົ້າໄປອີກວ່າ ຖ້າຫາກອະດີດປະທານາທິິບໍດີ ສືບຕໍ່ຫລີກລ່ຽງການໂຕ້ວາທີຂອງປະທານາທິບໍດີພັກຣີພັບບລິກັນ “ພວກເຮົາຈະບໍ່ຮ້ອງທ່ານດໍໂນລ ທຣໍາ ພວກເຮົາຈະຮ້ອງທ່ານວ່າ ດໍໂນລ ດັກ.”

ໃນຂະນະທີ່ບັນດາຄູ່ແຂ່ງຢູ່ຫໍສະໝຸດ ທ່ານຣໍໂນລ ເຣກັນ ໃນລັດຄາລິຟໍເນຍ ທ່ານທຣໍາໄດ້ຈັດເວທີການເຕົ້າໂຮມການເມືອງຢູ່ລັດມີຊີແກນ ສະໜາມລົບການເມືອງ​ໃນ​ເຂດພາກກາງທາງຕາເວັນຕົກ ບ່ອນທີ່ພວກ​ກຳ​ມະ​ກອນ​ຜະ​ລິດລົດກຳລັງພາກັນປະທ້ວງນັດຢຸດງານ ​ຕໍ່ຕ້ານສາມບໍລິສັດສ້າງລົດທີ່ໃຫຍ່ສຸດຂອງປະ ເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG