ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ໜັບ​ສະ​ໜູນ ອິ​ສ​ຣາ​ແອ​ລ ໃນ​ການ​ໂຕ້​ວາ​ທີ​ຄັ້ງຫຼ້າ​ສຸດ


ຜູ້​ລົງ​ແຂ່ງ​ຂັນສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນຈາກ​ຊ້າຍ, ອະ​ດີດ​ທູດ​ປະ​ຈຳ​ ສ​ປ​ຊ ທ່ານ​ນາງ ນິກ​ກີ ເຮ​ລີ, ຜູ້​ປົກ​ຄອງ​ລັດ ຟ​ລໍ​ຣິ​ດາ ທ່ານ ຣອນ ເດີ​ແຊນ​ຕິ​ສ, ແລະ ນັກ​ທຸ​ລະ​ກິດ ທ່ານ ວິ​ເວັກ ຣາ​ມາ​ສວາ​ມີ ເຂົ້າ​ຮ່ວມ​ການ​ໂຕ້​ວາ​ທີ​ ນະ​ຄອນ ໄມ​ອາ​ມີ, ລັດ ຟ​ລໍ​ຣິ​ດາ, 8 ພະ​ຈິກ 2023.
ຜູ້​ລົງ​ແຂ່ງ​ຂັນສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນຈາກ​ຊ້າຍ, ອະ​ດີດ​ທູດ​ປະ​ຈຳ​ ສ​ປ​ຊ ທ່ານ​ນາງ ນິກ​ກີ ເຮ​ລີ, ຜູ້​ປົກ​ຄອງ​ລັດ ຟ​ລໍ​ຣິ​ດາ ທ່ານ ຣອນ ເດີ​ແຊນ​ຕິ​ສ, ແລະ ນັກ​ທຸ​ລະ​ກິດ ທ່ານ ວິ​ເວັກ ຣາ​ມາ​ສວາ​ມີ ເຂົ້າ​ຮ່ວມ​ການ​ໂຕ້​ວາ​ທີ​ ນະ​ຄອນ ໄມ​ອາ​ມີ, ລັດ ຟ​ລໍ​ຣິ​ດາ, 8 ພະ​ຈິກ 2023.

ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ 5 ຄົນ​ທີ່​ຫວັງ​ຈະ​ເປັນ​ຜູ້​ລົງ​ແຂ່ງ​ຂັນ​ຂອງ​ພັກ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໃນ​ປີ​ໜ້າ ໄດ້​ໂຕ້​ວາ​ທີ​ກັນ​ເມື່ອ​ຄືນ​ວັນ​ພຸດ​ວານນີ້, ໂດຍ​ໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜູນຕໍ່ ອິ​ສ​ຣາ​ແອ​ລ ສຳ​ລັບ​ສົງ​ຄາມ​ຂອງ​ເຂົາ​ເຈົ້າ​ກັບ​ກຸ່ມ​ຮາ​ມາ​ສ, ໃນ​ຂະ​ນະ​ດຽວ​ກັນ​ໄດ້​ໂຕ້​ຖຽງ​ກັນ ກ່ຽວ​ກັບ ຈີນ ແລະ ຣັດ​ເຊຍ.

ທ່ານ ດໍ​ໂນ​ລ ທ​ຣຳ ທີ່​ເປັນ​ຜູ້​ທີ່​ມີ​ຄະ​ແນນນຳ​ໜ້າ​ໝູ່​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ແມ່ນບໍ່​ໄດ້​ໄປ​ປາ​ກົດ​ຕົວ​ຢູ່​ເວ​ທີ​ການ​ໂຕ້​ວາ​ທີ, ເຊິ່ງ​ທ່ານ​ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ກັບ​ຄືນ​ໄປ​ສູ່​ທຳ​ນຽບ​ຂາວ ຫຼັງ​ຈາກ​ໄດ້​ຜ່າຍ​ແພ້​ການ​ເລືອກ​ຕັ້ງ​ປີ 2020.

ທ່ານ ທ​ຣຳ ແມ່ນບໍ່​ໄດ້​ໄປ​ປາ​ກົດ​ຕົວ​ຢູ່​ການ​ໂຕ້​ວາ​ທີ​ໃດໆ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ສາມ​ຄັ້ງ​ທີ່​ຜ່ານ​ມາ, ໃນ​ຂະ​ນະ​ດຽວ​ກັນ​ໄດ້​ຈັດ​ການ​ຊຸມ​ນຸມ​ຂອງ​ທ່ານ​ເອງ​ຢູ່​ໃກ້​ຄຽງ​ໃນ​ວັນ​ພຸດ​ວານນີ້ ໂດຍ​ເອີ້ນ​ງານ ​ທີ່​ມີ​ຜູ້​ແຂ່ງ​ຂັນ​ຂອງ​ທ່ານ​ວ່າ “ບໍ່​ສາ​ມາດ​ເບິ່ງ​ໄດ້.”

ຜູ້​ປົກ​ຄອງ​ລັດ ຟ​ລໍ​ຣິ​ດາ ທ່ານ ຣອນ ເດີ​ແຊນ​ຕິ​ສ, ຜູ້​ທີ່​ປາ​ກົດ​ວ່າ​ຕາມຫຼັງ​ເປັນ​ອັນ​ດັບ​ສອງ ​ດ້ວຍ​ຄະ​ແນນ​ທີ່​ຫ່າງ​ໄກ​ ໃນ​ການ​ຢັ່ງ​ຫາງ​ສຽງ, ໄດ້​ກ່າວ​ວ່າ​ທ່ານ ທ​ຣຳ ຕິດ​ໜີ້​ຕໍ່​ປະ​ຊາ​ຊົນ​ທີ່​ເບິ່ງ​ການ​ໂຕ້​ວາ​ທີ​ໃຫ້​ມາ​ປາ​ກົດ​ຕົວ ແລະ “ອະ​ທິ​ບາຍ​ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ຄວນ​ໄດ້​ຮັບ​ໂອ​ກາດ​ອີກ​ຄັ້ງ​ນຶ່ງ” ທີ່​ຈະ​ເປັນ​ຜູ້​ຖືກ​ສະ​ເໜີ​ຊື່​ຂອງ​ພັກ.

ອະ​ດີດ​ຜູ້​ປົກ​ຄອງ​ລັດ ນິວ ເຈີ​ຊີ ທ່ານ ຄ​ຣິ​ສ ຄ​ຣິ​ສ​ຕີ ໄດ້​ຊີ້​ເຖິງ​ການ​ດຳ​ເນີນ​ຄະ​ດີທາງ​ກົດ​ໝາຍຫຼາຍ​ຄັ້ງ​ໃນ​ປັດ​ຈຸ​ບັນ ແລະ​ກຳ​ລັງ​ລໍ​ຖ້າ​ຢູ່​ຂອງ​ທ່ານ ທ​ຣຳ, ໂດຍ​ກ່າວ​ວ່າ “ຄົນ​ໃດ​ກໍ່​ຕາມ​ຜູ້​ທີ່​ຈະ​ໃຊ້ເວ​ລາ​ນຶ່ງ​ປີ​ເຄິ່ງ​ຕໍ່​ໄປ​ໃນ​ຊີ​ວິດ​ຂອງ​ລາວ ກ່ຽວ​ກັບ ການ​ເຮັດ​ໃຫ້​ຕົນ​ເອງບໍ່​ຖືກ​ຈັບ​ເຂົ້າ​ຄຸກ ແລະ ຢູ່​ໃນສານ​ແມ່ນບໍ່​ສາ​ມາດ​ທີ່​ຈະ​ນຳ​ພາ​ພັກ​ການ​ເມືອງນີ້.”​

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG