ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພັກຣິພັບບບິກັນ ຈະລົບລ້າງ ໂຄງການ Obamacare (ສະໄລດ໌ກັບວີດີໂອ)


ພັກຣິພັບບລິກັນຈະບໍ່ຮັບເອົາ ແຜນ ສຸກຂະ ພາບຂອງ ປະທານາທິບໍດີ ໂອບາມາ.
ພັກຣິພັບບລິກັນຈະບໍ່ຮັບເອົາ ແຜນ ສຸກຂະ ພາບຂອງ ປະທານາທິບໍດີ ໂອບາມາ.
ພັກຣີພັບ​ບລິ​ກັນ​ໄດ້ຮັບຮອງຫຼັກນະ​ໂຍບາຍ​ຂອງ​ພັກ​ທີ່​ມີ​ຄໍາ​ເວົ້າ​
ເຂ້​ມ​ແຂງ​ທີ່ ສຸດ​ ຢູ່​ກອງ​ປະຊຸມຫຼວງຂອງ​ພັກ​ທີ່​ເມືອງ ​ແທມປາ
ລັດ​ຟລໍຣິດາ ທີ່​ຈະ​ຫ້າມ ການຮີດລູກ ​ແລະ​ການ​ແຕ່ງງານ​ຂອງ​
ເພດ​ດຽວ​ກັນ ຫຼືກະ​ເທີຍ ​ແລະ​ຄັດຄ້ານ​ຕໍ່ການ​ໃຊ້​ຈ່າຍ​ຂອງ​ລັດ
ຖະບານ​ກາງ ​ໃນ​ຖານະ​ທີ່​ເປັນ​ວິທີ​ນຶ່ງ ​ເພື່ອຊ່ວຍກອບກູ້​ເສ​ດຖະ
ກິດ​ທີ່ເສື່ອ​ມ​ໂຊມ​ຂອງ​ປະ​ເທດ ​ແລະ​ການ​ສ້າງໜ້າ​ວຽກນັ້ນ.

ນະ​ໂຍບາຍ​ດັ່ງກ່າວ​ເວົ້າ​ວ່າ ບັນດາ​ສະມາຊິກ​ຜູ້​ແທນພັກ​ຣີພັບ
​ບລິ​ກັນຢູ່​ໃນ ລັດຖະສະພາ ມີ​ຄວາມມຸ້ງ​ໝັ້ນທີ່​ຈະລົບ​ລ້າງກົດ
ໝາຍ​ການ​ຮັກສາສຸຂະພາບ​ ຂອງ​ທ່ານໂອ​ບາ​ມາ ຫຼື​ໂອ​ບາ​ມາ
​ແຄ ນັ້ນ ​ແລະ​ເວົ້າ​ຕື່ມວ່າ ປະທານາທິບໍດີ ​ທີ່​ມາ​ຈາກ​ພັກ​ຣີພັບ
​ບລິ​ກັນ ຈະຢຸດ​ຄວາມ​ກ້າວໜ້າ​ຂອງກົດໝາຍ​ດັ່ງກ່າວ​ໄວ້ ​ແລະ
​ແລ້ວ​ກໍ​ຈະ​ເຊັນ​ລົງ​ນາມ​ ໃຫ້​ຍົກ​ເລີກ.


ນອກ​ນີ້​ແລ້ວ ​ນະ​ໂຍບາຍຂອງ​ພັກ​ຣີພັບ​ບລິ​ກັນ ຍັງເຫັນ​ດີ​ນໍາ ສິດທິ​ຂອງ ລັດຕ່າງໆ ​ແລະ​ລັດຖະບານ​ກາງ ​ໃນ​ການ​ບໍ່ຮັບ​ຮູ້​ການ​ແຕ່ງງານຂອງເພດ​ດຽວ​ກັນ. ນະ​ໂຍບານ​ຕໍ່ຕ້ານ​ການ​ຮີດ​ລູກ ສັນຍາ​ທີ່ຈະ​ປົກ​ປ້ອງ​ຄວາມ​ສັກສິດຂອງ​ຊີວິດ​ມະນຸດ ​ໂດຍ​ຫ້າມ​ການ​ທໍາ​ແທ້ງ​ທັງ​ໝົດ.

ທ່ານຣອມນີ້ ​ໄດ້​ເວົ້າ​ໄວ້​ວ່າ ທ່ານ ຈະ​ອະນຸຍາດ​ໃຫ້​ທໍາ​ແທ້ງ​ໄດ້​ ໃນ​ກໍລະນີ ຖືກ​ຂົ່ມຂືນຊໍາເລົາ ຖືກ​ສະມາຊິກ​ຄອບຄົວ​ດຽວ​ກັນ​ຂົ່ມ​ຂຶນ ຫຼືຊີວິດ​ຂອງ​ແມ່​ຕົກຢູ່​ໃນ​ອັນຕະລາຍ.

ຫຼັກນະ​ໂຍບາຍ​ຂອງ​ພັກຣີພັບ​ບລິ​ກັນທີ່​ໄດ້​ຮັບຮອງ​ເອົາ​ເມື່ອ​ວັນ​ອັງຄານວານ​ນີ້ ແມ່ນ​ມີ​ເປົ້າໝາຍ​ເພື່ອ​ຈະ​ກອບ​ກູ້​ ​ເສ​ດຖະກິດ ທີ່​ຕົກ​ຕໍ່າ​ທີ່​ສຸດ​ແລະ​ຍາວນານ​ທີ່​ສຸດ ນັບ​ຕັ້ງ​ແຕ່​ສະພາວະ​ເສດຖະກິດ​ຕົກ​ຕໍ່າ​ຄັ້ງ​ຍິ່ງ​ໃຫຍ່​ໃນ​ຊຸມ​ປີ 1930 ​ໂດຍການ​ປະຕິ​ຮູບພາສີ ​ເພື່ອ​ຊ່ວຍ​ເຫຼືອວົງ​ການ​ທຸລະ​ກິດ​ຂະໜາດ ນ້ອຍໆ​ທັງຫຼາຍ ​ແລະ​ຕໍ່​ອາຍຸໂຄງການ​ບັນ​ເທົາ​ພາສີ ປີ 2001 ​ແລະ​ປີ 2003 ທີ່​ເອີ້ນກັນ​ທົ່ວ​ໄປ​ວ່າ ການ​ຕັດ​ພາສີຂອງ​ປະທານາທິບໍດີ​ບູສນັ້ນ.

ນອກ​ນີ້ ຫຼັກນະ​ໂຍບາຍຂອງ​ພັກ ຍັງໃຫ້​ຄໍາ​ໝັ້ນ​ສັນ​ຍາ​ຈະ​ລົດ​ອັດຕາ​ພາສີ​ຂອງບໍລິສັດ​ໃຫຍ່ໆ​ລົງ ​ສູ່​ລະດັບ​ດຽວກັບ​ນານາຊາດ ​ແລະ​ຊຸກຍູ້​ການ​ສ້າງ​ໜ້າ​ວຽກ​ຢູ່​ໃນ​ລັດ​ຕ່າງໆ

ທັງ​ສອງ​ພັກ ​ແມ່ນ​ຮັບຮອງ​ເອົາຫຼັກນະ​ໂຍບາຍຂອງ​ພັກ ຢູ່​ທີ່​ກອງ​ປະຊຸມ ຫຼວງຂອງຕົນ ທີ່​ຈັດ​ຂຶ້ນທຸກໆ​ສີ່​ປີນັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG