ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ ​ພັກຣີ​ພັບ​ບ​ລີ​ກັນ ເວົ້າ​ວ່າ ສະ​ພາ​ສູງ ສ​ຫລ ຈະ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ໂຄງ​ການ Green New Deal


US Lawmakers Give Mixed Reviews to Ambitious Green New Deal Proposal
please wait

No media source currently available

0:00 0:02:56 0:00

ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ໃຫ້​ການ​ພິ​ຈາ​ລະ​ນາ​ ທີ່​ຕ່າງ​ກັນ ຕໍ່​ຂໍ້​ສະ​ເໜີ​ ກ່ຽວ​ກັບໂຄງ​ການ Green New Deal.

ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ໃນສະ​ພາ​ສູງ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ມິ​ຈ ແມັກ​ຄອນ​ແນ​ລ
ກ່າວວ່າ ທ່ານຈະນຳເອົາໂຄງການພັດທະນາທີ່ໃຊ້ພະລັງງານທົດແທນສະອາດ​ສະ
ບັບໃໝ່ ຫຼື Green new Deal ຂອງພັກເດໂມແຄຮັດ ຂຶ້ນໄປລົງຄະແນນສຽງ.

ຮ່າງ​ກົດ​ໝາຍ​ທີ່​ຖືກ​ສະ​ເໜີ​ດັ່ງ​ກ່າວ​ຈະ​ຍ້າຍ ສະ​ຫະ​ລັດ ອອ​ກ​ຈາກ​ການ​ອາ​ໄສນ້ຳ​ມັນ​
ຟອສຊິລ ໄປຫາການໃຊ້ພະລັງງານທົດແທນທີ່ສະອາດ.

ທ່ານ ແມັກ​ຄອນ​ແນ​ລ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ເນັ້ນ
ດ້ວຍຄວາມສົນໃຈເປັນຢ່າງຍິ່ງຕໍ່ໂຄງການ Green New Deal ແລະ ພວກເຮົາຈະ
ລົງຄະແນນສຽງ ກ່ຽວກັບມັນໃນສະພາສູງ, ໃຫ້ທຸກຄົນມີໂອກາດເຂົ້າໄປເບິ່ງບັນທຶກ
ແລະ ເບິ່ງວ່າເຂົາເຈົ້າຮູ້ສຶກກັບໂຄງການ Green New Deal ແນວໃດ.”

ທ່ານ ແມັກ​ຄອນ​ແນ​ລ, ເຊັ່ນ​ດຽວ​ກັນ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຄົນ​ອື່ນໆ, ແມ່ນ​ໄດ້​
ເວົ້າແລ້ວວ່າ ເຂົາເຈົ້າບໍ່ມັກແນວຄິດດັ່ງກ່າວ, ໂດຍເວົ້າວ່າ ມັນຈະທຳລາຍເສດຖະ
ກິດ ສະຫະລັດ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ໂຈມ​ຕີ​ຂໍ້​ສະ​ເໜີ​ດັ່ງ​ກ່າວ, ໂດຍ​ບອກ​ພວກ​ຜູ້​ສະ​ໜັບ
ສະໜູນໃນວັນຈັນທີ່ຜ່ານມາວ່າ ມັນຈະ “ເປັນການລະງັບພະລັງງານຂອງ ອາເມຣິກາ.”

ແຕ່​ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ ໃນ​ສະ​ພາ​ສູງ​ທ່ານ ຈັກ ຊູ​ເມີ ກ່າວ​ວ່າ ທ່ານ​ຢາກ​ຮູ້​ວ່າ​ພັກ​ຣີ
ພັບບລີກັນມີແຜນການເພື່ອຮັບມືກັບສະພາບອາກາດປ່ຽນແປງແນວໃດ.

ສະ​ມາ​ຊິກ​ສະ​ພາ​ສູງ​ທ່ານ ເອັດ​ເຫວີດ ມາ​ຄີ ແລະ ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ​ນາງ ອາ​
ເລັກແຊນເດຣຍ ໂອຄາຊີໂອ-ຄໍເທສ ໄດ້ນຳສະເໜີໂຄງການ Green New Deal ດັ່ງ
ກ່າວໃນອາທິດທີ່ຜ່ານມາ.

ລາຍ​ລະ​ອຽດ​ຂອງ​ມັນ​ແມ່​ນ​ຍັງ​ບໍ່​ທັນ​ມີ​ກາ​ນ​ເປີດ​ເຜີຍ​ໃຫ້​ຊາບ​ຢ່າງ​ລະ​ອຽດ​ເທື່ອ, ແຕ່​
ມັນໄດ້ເພັ່ງເລັງໃສ່ການຂະຫຍາຍການລົງທຶນຂອງລັດຖະບານ ໃນພະລັງງານສີຂຽວ
ແລະນຳເອົາປະເທດອອກຈາກການເພິ່ງພາອາໄສນ້ຳມັນຟອສຊິລ.

ທ່ານ ທ​ຣຳ ໄດ້​ທຳ​ການ​ຜັກ​ດັນ​ໃຫ້ ສະ​ຫະ​ລັດ ເພິ່ງ​ພາ​ອາ​ໄສ​ຕົນ​ເອງ​ໃນ​ດ້ານ​ພະ​ລັງ​
ງານ ໂດຍຮຽກຮ້ອງໃຫ້ຂະຫຍາຍການຜະລິດນ້ຳມັນ, ແກັສທຳມະຊາດ ແລະ ຖ່ານ
ຫີນພາຍໃນປະເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG