ບັນດາສະມາຊິກພັກຣີພັບບລິກັນຢູ່ໃນສະພາຕໍ່າ ໄດ້ຮັບໄຊຊະນະ ໃນດ້ານນິຕິບັດຍັດ
2 ຄັ້ງໃນຂະນະທີ່ເຂົາເຈົ້າພະຍາຍາມຈະລົບລ້າງ ແລະທົດແທນແຜນ ປະກັນໄພສຸຂະ
ພາບຂອງອະດີດປະທານາທິບໍດີ Barack Obama ທ່າມກາງທີ່ມີການຄັດຄ້ານເພີ້ມ
ຂຶ້ນພາຍໃນພັກ.
ການລົງຄະແນນສຽງໃນຕອນເຊົ້າກ່ອນແຈ້ງຊຶ່ງມີຂຶ້ນຕາມສາຍພັກໃນວັນພະຫັດວານ
ນີ້ ຫລັງຈາກໄດ້ໂຕ້ຖຽງກັນເປັນເວລາ 18 ຊົ່ວໂມງ ຄະນະກຳມະການພາສີຂອງສະ
ພາຕໍ່າ ໄດ້ໃຫ້ການອະນຸມັດ ຕໍ່ຂໍ້ສະເໜີຂອງພັກຣີພັບບລິກັນທີ່ຈະທົດ ແທນກົດໝາຍ
ປະກັນໄພສຸຂະພາບລາຄາຖືກ ທີ່ຮູ້ກັນໃນນາມ Obamacare.
ຫລັງຈາກໄດ້ເຮັດວຽກຢ່າງບໍ່ຮູ້ອິດເມື່ອຍຕະຫຼອດຄືນແລະປະມານ 10 ຊົ່ວໂມງຕໍ່ມາ
ຄະນະກຳມະການພະລັງງານ ແລະການຄ້າຂອງສະພາຕໍ່າ ກໍໄດ້ເອົາຊະ ນະການຖ່ວງເວລາຂອງພັກເດໂມແຄຣັດ ແລະໃຫ້ການອະນຸມັດຕໍ່ຮ່າງກົດໝາຍທົດແທນ ທີ່ເອີ້ນວ່າ
ຮ່າງກົດໝາຍປະກັນໄພສຸຂະພາບອາເມຣິກັນ.
ໃນຂະນະທີ່ຄະນະກຳມະການເຮັດວຽກ ເພື່ອສຳເລັດເສັດສິ້ນ ຮ່າງກົດໝາຍທົດແທນ
ນັ້ນ ປະທານສະພາຕໍ່າທ່ານ Paul Ryan ກໍໄດ້ພະຍາຍາມຊອກຫາການສະໜັບສະ
ໜູນຂອງພັກຣີພັບບລິກັນ ໂດຍເປັນຜູ້ປະກາດລາຍງານຕໍ່ບັນດານັກຂ່າວ.
ທ່ານ Ryan ກ່າວວ່າ “ນີ້ແມ່ນການຫຍັບເຂົ້າໃກ້ຊິດທີ່ສຸດເທົ່າທີ່ເຄີຍມີມາ ທີ່ ພວກເຮົາຈະສາມາດລົບລ້າງ ແລະທົດແທນ Obamacare. ເວລາແມ່ນໃກ້ເຂົ້າມາແລ້ວ. ເວລາ
ແມ່ນດຽວນີ້.”
ຜູ້ນຳໃນສະພາສູງ ຂອງພັກຣີພັບບລິກກັນ ທ່ານ Mitch McConnell ກ່າວ ກ່ອນໜ້າ
ນີ້ວ່າ ບັນດາສະມາຊິກສະພາຕ້ອງເຫັນ ການຄາດຄະເນ ຂອງຫ້ອງ ການງົບປະມານ
ສະພາ ຫຼື CBO ກ່ຽວກັບຜົນກະທົບ ຂອງຮ່າງກົດໝາຍດັ່ງ ກ່າວ ທີ່ຈະມີຕໍ່ການຂາດ
ດຸນງົບປະມານຂອງລັດຖະບານກາງ.
ທ່ານ McConnell ໄດ້ກ່າວຕໍ່ບັນດານັກຂ່າວຢູ່ບ່ອນຮັບປະທານອາຫານເຊົ້າທີ່ເປັນ
ເຈົ້າພາບໂດຍອົງການ Politico ວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງຮູ້ເລື່ອງນັ້ນ.”
ບັນດາສະມາຊິກພັກຣີພັບບລິກັນຄົນອື່ນໆເຊັ່ນວ່າ ສະມາຊິກສະພາສູງ Tom Cotton
ຍັງສືບຕໍ່ຢືນຢັດວ່າ ການເລັ່ງລັດທີ່ຈະອະນຸມັດຮ່າງກົດໝາຍທົດແທນໃດໆກໍຕາມໂດຍ
ສະເພາະປາດສະຈາກການກະປະມານດ້ານງົບປະມານນັ້ນຈະເປັນຜົນຮ້າຍໃນ
ໄລຍະຍາວ.