ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ Republican ທົດສອບ ສຽງສະໜັບສະໜຸນ ຂອງປະຊາຊົນ


ຝູງຊົນທີ່ເດີ່ນຕະຫຼາດນັດຂອງລັດ Iowa ໃນເມືອງຫລວງ Des Moines, ວັນທີ 12 ສິງຫາ 2011.
ຝູງຊົນທີ່ເດີ່ນຕະຫຼາດນັດຂອງລັດ Iowa ໃນເມືອງຫລວງ Des Moines, ວັນທີ 12 ສິງຫາ 2011.

ບັນດາ​ຜູ້​ສະໝັກ​ປະທານາທິບໍດີ​ສັງກັດ​ພັກ Republican ທີ່​ກໍາລັງ​ພະຍາ​ຍາມ​ທ້າ​ທາຍ​
ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ​ໃນ​ການເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ປີ
2012 ນັ້ນ ປະ​ເຊີນ​ກັບ​ການ​ທົດ​ສອບ​ສຽງສະໜັບສະໜຸນ​ຈາກ​ປະຊາຊົນ​ຢ່າງ​ສູງ​ທີ່​ຄາດ​
ກັນ​ໄວ້​ກ່ອນ​ນັ້ນ​ໃນ​ວັນ​ເສົາມື້​ນີ້​ ໃນ​ລັດ Iowa ​ໃນ​ພາກ​ກາງຂອງ​ສະຫະລັດ.

ການ​ຢັ່ງ​ສຽງ​ອັນ​ທີ່​ເອີ້ນ​ກັນ​ວ່າ straw poll ທີ່ຈະ​ມີ​ຂຶ້ນ​ທີ່​ເມືອງ Ames ນັ້ນ​ມອງ​ເຫັນ
​ກັນ​ວ່າ ​ເປັນ​ການ​ທົດ​ສອບ​ອັນ​ນຶ່ງ​ທີ່​ສໍາຄັນ​ສໍາລັບ​ພວກຜູ້​ສະໝັກ​ທີ່​ພະຍາຍາມ​ໃຫ້​ໄດ້​
ຖືກ​ແຕ່ງ​ຕັ້ງ​ໂດຍ​ພັກ republican ​ເພື່ອເຂົ້າແຂ່ງຂັນ​ເປັນ​ປະທານາທິບໍດີ​ສະຫະລັດ​ໃນ​ປີ
2012 ນັ້ນ.

ໃນ​ການ​ທົດ​ສອບ​ສຽງ​ສະໜັບສະໜຸນ​ກັນ​ນີ້​ມີ​ຜູ້​ສະໝັກ​ແຂ່ງຂັນ 9 ຄົນ ຮວມທັງ​ຜູ້​ທີ່​ມີ​ຄະ
ແນນນໍາ​ໜ້າ ທ່ານ Mitt Romney ຊຶ່ງ​ເປັນ​ອະດີດຜູ້​ວ່າການ​ລັດ Massachusetts, ທ່ານ Newt Gingrich ອະດີດປະທານ​ສະພາ​ຕໍ່າ​ສະຫະລັດ ​ແລະ​ທ່ານ​ນາງ Michele Bachmann ສະມາຊິກ​ສະພາ​ຕໍ່າ ​ແລະ​ເປັນ​ຜູ້​ທີ່ພັກ Tea party ສະໜັບສະໜຸນ​ນັ້ນ.

ໃນ​ຄວາມ​ພະຍາຍາມ​ເພື່ອ​ສົ່ງ​ເສີມ​ໂອກາດ​ຂອງ​ຕົນ​ນັ້ນ ພວກ​ຜູ້​ສະ​ໝັກຫລາຍ​ຄົນ​ໄດ້​ພາກັນ​ໄປ​ໂຄສະນາ​ຫາ​ສຽງ​ໃນ​ວັນ​ສຸກ​ວານ​ນີ້ ​ທີ່​ຕະຫຼາດນັດລັດ Iowa ​ເພື່ອ​ອໍານວຍໃຫ້​ພວກ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ທ້ອງ​ຖິ່ນມີ​ໂອກາດ​ທີ່​ບໍ່​ຄ່ອຍ​ສູ້​ມີ ​ໄດ້​ເຂົ້າ​ໃກ້ຊິດ​ແລະ​ໂອ້​ລົມ​ກັບ​ເຂົາ​ເຈົ້າ.

ທ່ານ Rick Perry ຜູ້​ວ່າການ​ລັດ Texas ກໍ​ຈະ​ໄປ​ຮ່ວມ​ກັບ​ພວກຜູ້​ສະໝັກ​ຄົນ​ອື່ນໆ​ເພື່ອ​ທໍາ​ການ​ໂຄສະນາ​ຫາ​ສຽງ ​ແລະ​ທ່ານ​ຈະ​ປະກາດຢ່າງເປັນ​ທາງ​ການ​ໃນ​ການ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເພື່ອ​ໃຫ້​ໄດ້​ຖືກ​ແຕ່ງ​ຕັ້ງ​ຈາກ​ພັກ​ໃນ​ວັນ​ເສົາ​ມື້​ນີ້ ຊຶ່ງ​ເວລາ​ນີ້​ທ່ານ​ກໍາລັງ​ທໍາ​ການ​ຢ້ຽມຢາມປະຊາຊົນ ​ໃນ​ລັດ South Carolina.

ທ່ານ Perry ຖື​ວ່າ​ເປັນ​ນຶ່ງ​ໃນ​ບັນດາ​ຜູ້​ສະໝັກ​ແຂ່ງຂັນ​ທັງ​ຫລາຍ ​ທີ່​ໜ້າຢ້ານ​ກົວ ຊຶ່ງ​ທ່ານ​ມີ​
ປະຫວັດ​ທີ່​ແຂງ​ແຮງ​ໃນ​ການ​ສ້າງ​ໜ້າ​ວຽກ​ຂຶ້ນ ​ແລະ​ທ່ານ​ສາມາດ​ດຶງ​ດູດ​ເອົາ​ສຽງ​ສະໜັບສະ
ໜຸນພວກ​ປະຊາຊົນ​ນິຍົມ​ແນວທາງ​ເດີມ​ທາງ​ດ້ານ​ສັງຄົມ ​ແລະ​ເສດຖະກິດ​ນັ້ນ​ໄດ້.

ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ​ຜູ້​ປ່ອນ​ບັດ​ສ່ວນ​ຫລາຍ ​ສັງກັດ​ພັກRepublican ​ໃນ​ການ
ທົດ​ສອບ​ສຽງຂັ້ນ​ຕົ້ນນີ້ ວາງ​ແຜນ​ທີ່​ຈະ​ສະໜັບສະ​ໜຸນ​ທ່ານ Mitt Romney ​ແລະ​ຮອງ​ອັນ
ດັບ​ລົງ​ມາ ​ແມ່ນທ່ານ Perry.

XS
SM
MD
LG