ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຕ້ວາທີ ຂອງຜູ້ສະມັກ ປະທານາທິບໍດີ ພັກຣີພັບບລີກັນ (ເບິ່ງຮູບສະລາຍດ໌)


ບັນດາຜູ້ສະມັກເລືອກຕັ້ງປະທານາທິບໍດີ ຈາກພັກຣີພັບບລິກັນ (ຈາກຊ້າຍ ໄປຂວາ): ທ່ນ Rick Santorum, ທ່ານ Newt Gingrich, ທ່ານນາງ Michele Bachmann, ທ່ານ Mitt Romney, ທ່ານ Rick Perry, ທ່ານ Ron Paul, ທ່ານ Herman Cain, ແລະ ທ່ານ Jon Huntsman, ພາກັນຢືນສະເໜີໂຕຢູ່ກາງເວທີ ກ່ອ
ບັນດາຜູ້ສະມັກເລືອກຕັ້ງປະທານາທິບໍດີ ຈາກພັກຣີພັບບລິກັນ (ຈາກຊ້າຍ ໄປຂວາ): ທ່ນ Rick Santorum, ທ່ານ Newt Gingrich, ທ່ານນາງ Michele Bachmann, ທ່ານ Mitt Romney, ທ່ານ Rick Perry, ທ່ານ Ron Paul, ທ່ານ Herman Cain, ແລະ ທ່ານ Jon Huntsman, ພາກັນຢືນສະເໜີໂຕຢູ່ກາງເວທີ ກ່ອ

ບັນດາຜູ້ສະມັກເຂົ້າແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສະຫະລັດຂອງພັກຣີພັບບລີກັນໄດ້ ທຳການໂຕ້ວາທີກັນເທື່ອລ່າສຸດ ຢູ່ທີ່ນະຄອນ Tampa ລັດຟລໍຣິດາໃນຄືນວັນຈັນຜ່ານມາ ນີ້ແລະໄດ້ປະທະຄາລົມກັນກ່ຽວກັບອະນາຄົດ ຂອງລະບົບເບ້ຍບຳນານຂອງລັດຖະບານ ຫຼື ເງິນຄໍ້າປະກັນສັງຄົມ ທີ່​ເອີ້ນ​ກັນວ່າ Social Security ນັ້ນ. Jim Malone ຜູ້ສື່ຂ່າວ VOA ທີ່ກຸງວໍຊິງຕັນ ມີລາຍງານລ່າສຸດກ່ຽວກັບການແຂ່ງຂັນເລືອກຕັ້ງປະທານາທິບໍດີສະ ຫະລັດ

ຊາວອະເມຣິກັນຈຳນວນຫຼວງຫຼາຍ ​ແມ່ນກາງຕໍ່ອາໄສເຊັກເງິນຄໍ້າປະກັນສັງຄົມຫຼື Social
Security ຈາກລັດຖະບານຢ່າງນ້ອຍທີ່ສຸດກໍເພື່ອເປັນພາກສ່ວນນຶ່ງຂອງເງິນເບ້ຍບຳນານ
ເຂົາເຈົ້າ. ແຕ່ພວກເຈົ້າໜ້າທີ່ຂອງລັດຖະບານກ່າວວ່າ ຖ້າຫາກບໍ່ມີການປ່ຽນແປງບາງຢ່າງ
ແລ້ວ ເງິນຄໍ້າປະກັນສັງຄົມທີ່ວ່ານີ້ ກໍຈະບໍ່ສາມາດຈ່າຍໃຫ້ແກ່ພວກທີ່ອອກກິນເບ້ຍບຳນານ
ໄດ້ໂດຍເຕັມພາຍໃນໄລຍະເວລາປະມານ 25 ປີຕໍ່ໜ້າ. ອະນາຄົດຂອງໂຄງການດັ່ງກ່າວ
ນີ້ ໄດ້ກາຍເປັນບັນຫາສຳຄັນສຳລັບການແຂ່ງຂັນເພື່ອໃຫ້ໄດ້ຮັບການແຕ່ງຕັ້ງເປັນຜູ້ສະມັກ
ປະທານາທິບໍດີຂອງພັກຣີພັບບລີກັນ.

ໃນການໂຕ້ວາທີເທື່ອຫຼັງສຸດນີ້ອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Rom-
ney ໄດ້ກ່າວໂຈມຕີໃນຕອນຕົ້ນໆເລີຍຕໍ່ຜູ້ສະມັກຂອງຣີພັບບລີກັນທີ່ໄດ້ຮັບຄະແນນສຽງນຳ
ໜ້າໝູ່ນັ້ນກໍຄືທ່ານ Rick Perry ຜູ້ປົກຄອງລັດເທັກຊັສ.

ກ່ອນໜ້ານີ້ ທ່ານ Perry ໄດ້ຕຳໜິຕິຕຽນລະບົບເງິນເບ້ຍບຳນານດັ່ງກ່າວວ່າ ບໍ່ຖືກຕ້ອງ
ຕາມກົດໝາຍລັດຖະທຳມະນູນໂດຍເອີ້ນວ່າ ເປັນແຜນການສໍ້ໂກງ ຫຼືການລົງທຶນທີ່ຫຼອກ
ລວງນັ້ນ. ທ່ານ Romney ຢາກຮູ້ຈັກວ່າ ທ່ານ Perry ຍັງຢືນຢັດຢູ່ໃນທັດສະນະຄວາມ
ເຫັນດັ່ງກ່າວນັ້ນຫຼືບໍ່.

ທ່ານ Romney ຖາມວ່າ “ທ່ານຍັງເຊື່ອຢູ່ບໍວ່າ ເງິນຄໍ້າປະກັນສັງຄົມຄວນຈະສິ້ນ
ສຸດລົງ ໃນຖານະໂຄງການຂອງລັດຖະບານກາງ ດັ່ງທີ່ທ່ານໄດ້ເວົ້າໄປເມື່ອ 6
ເດືອນກ່ອນຕອນ​ທີ່​ທ່ານ​ພິມປື້ມຂອງທ່ານອອກມາ ແລະສົ່ງກັບຄືນໄປ​ເປັນ​ໂຄງ
ການ​ຂອງລັດ ນັ້ນ​ຫລື​ບໍ່?”

ອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Romney (ຊ້າຍ) ຖົກຖຽງກັນກັບຜູ້ປົກຄອງລັດເທັກ ຊັສ ທ່ານ Rick Perry ໃນລະຫວ່າງການໂຕ້ວາທີ ຂອງພັກຣີພັບບລີກັນ ທີ່ເມືອງແທັມປາ ລັດຟລໍຣິດາ ເມື່ອວັນຈັນຜ່ານມາ, ທີ 12 ກັນຍາ 2011.
ອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Romney (ຊ້າຍ) ຖົກຖຽງກັນກັບຜູ້ປົກຄອງລັດເທັກ ຊັສ ທ່ານ Rick Perry ໃນລະຫວ່າງການໂຕ້ວາທີ ຂອງພັກຣີພັບບລີກັນ ທີ່ເມືອງແທັມປາ ລັດຟລໍຣິດາ ເມື່ອວັນຈັນຜ່ານມາ, ທີ 12 ກັນຍາ 2011.

ໃນຄໍາຕອບຕໍ່ຄຳຖາມຂອງທ່ານ Romney
ນັ້ນ ເບິ່ງຄືວ່າທ່ານ Perry ໄດ້ ເອົາທ່າທີທີ່
ອ່ອນລົງ ກ່ຽວກັບເງິນຄໍ້າປະກັນສັງຄົມ
ໂດຍເວົ້າວ່າ ມັນເປັນເລື່ອງສຳຄັນທີ່ຈະຕ້ອງ
ໄດ້ປົວແປງໂຄງການດັ່ງກ່າວ ເພື່ອໃຫ້ຢູ່
ລອດຕໍ່​ໄປ ແລະບໍ່ແມ່ນຈະລຶບລ້າງມັນຖິ້ມ.

ທ່ານ Perry ເວົ້າວ່າ:
“ແທນທີ່ຈະສ້າງຄວາມຢ້ານກົວ ໃຫ້ແກ່
ພວກທີ່ສູງອາຍຸດັ່ງ ທີ່ທ່ານແລະບຸກຄົນ
ອື່ນໆກໍາລັງ​ເຮັດ​ຢູ່ຂະນະ​ນີ້ນັ້ນ ມັນ​ເຖິງ
ເວລາ​ແລ້ວ​ທີ່​ຈະ​ຕ້ອງ ມີການໂອ້ລົມສົນ
ທະນາກັນ ຢ່າງຖືກຕ້ອງຊອບທຳໃນ
ປະເທດນີ້ ກ່ຽວກັບວ່າຈະປົວແປງໂຄງ
ການນີ້ແບບໃດ ເພື່ອບໍ່ໃຫ້ມັນລົ້ມລະລາຍ ແລະ​ໃຫ້ພວກລູກເຕົ້າຂອງເຮົາ ຮູ້ຢ່າງເປັນ
ການຄັກແນ່ວ່າ ໂຄງການເບ້ຍບຳນານທີ່ວ່ານີ້ ຍັງຈະມີຢູ່ ສຳລັບພວກເຂົາເຈົ້າ.”

ສ່ວນອະດີດຜູ້ປົກຄອງລັດຢູທາ ທ່ານ Jon Huntsman ທີ່ໄດ້ວາງໂຕເປັນຜູ້ນິຍົມແນວ
ທາງປານກາງ ໃນການແຂ່ງຂັນຂອງພັກຣີພັບບລີກັນນັ້ນ ກ່າວວ່າ ການໂອ້ລົມສົນທະນາ
ທີ່ຫຼໍ່ແຫຼມສຳຄັນທັງໝົດກ່ຽວກັບໂຄງການເງິນຄໍ້າປະກັນສັງຄົມ ອາດຈະສ້າງຄວາມຢ້ານ
ກົວໃຫ້ແກ່ບັນດາຜູ້ມີສິດ​ເລືອກ​ຕັ້ງ ຈົນ​ບໍ່​ພາກັນ​ໄປປ່ອນບັດ ໃນການເລືອກຕັ້ງໃນປີຈະມາ
ນີ້ກໍໄດ້.

ທ່ານ Huntsman ເວົ້າວ່າ “ທັງໝົດທີ່ຂ້າພະເຈົ້າຮູ້ມາກໍແມ່ນວ່າ ພວກເຮົາກຳລັງ
ສ້າງຄວາມຕື່ນຕົກໃຈ ໃຫ້ແກ່ຊາວອະເມຣິກັນ ທີ່ຕ້ອງການຢາກ​ໃຫ້​ມີ​ການ​ແກ້​ໄຂ​
ບັນຫາທໍ່ນັ້ນ ແລະພັກການເມືອງພັກນີ້ຈະບໍ່ເປັນຜູ້ຊະນະໃນປີ 2012 ນອກຈາກ
ວ່າ ພວກເຮົາຈະດຳເນີນການຮ່ວມກັນ ແລະແກ້ໄຂບັນຫານີ້.”

ແຕ່ອະດີດປະທານສະພາຕໍ່າສະຫະລັດທ່ານ Newt Gingrich ໄດ້ພະຍາຍາມດຶງຄວາມສົນ
ໃຈອອກຈາກການຕໍ່ສູ້ກັນພາຍໃນຂອງພັກລີພັບບລີກັນໄປຍັງຜູ້ຄອບຄອງທຳນຽບຂາວຄົນປັດ
ຈຸບັນ ກໍຄືປະທານາທິບໍດີບາຣັກໂອບາມາ.

ທ່ານ Gingrich ເວົ້າວ່າ “ຂ້າພະເຈົ້າບໍ່ໄດ້ມີຄວາມວິຕົກກັງວົນ​ເປັນພິເສດໃດໆກ່ຽວ
ກັບວ່າຜູ້ປົກຄອງລັດ Perry ແລະຜູ້ປົກຄອງລັດ Romney ກໍາລັງສ້າງຄວາມຕື່ນ ຕົກໃຈໃຫ້ແກ່ຊາວອະເມຣິກັນນັ້ນ ​ຂະນະທີ່ປະທານາທິບໍດີໂອບາມາ ກໍາລັງສ້າງ ຄວາມຢ້ານກົວໃຫ້ແກ່ພວກເຂົາເຈົ້າໃນທຸກໆມື້ ຢູ່​ແລ້ວ.”

ສ່ວນຜູ້ສະມັກຄົນອື່ນໆທີ່ເຂົ້າຮ່ວມການໂຕ້ວາທີໃນຄັ້ງນີ້ ກໍມີຜູ້ແທນສະພາຕໍ່າຈາກລັດມິນ
ເນໂຊຕ້າ ທ່ານນາງ Mitchele Bachmann ຜູ້ແທນສະພາຕໍ່າຈາກລັດເທັກຊັສ ທ່ານ
Ron Paul ອະດີດສະມາຊິກສະພາສູງຈາກລັດເພັນຊິລເວເນຍ ທ່ານ Rick Santorum
ແລະນັກທຸລະກິດຈາກລັດຈໍເຈຍ ທ່ານ Herman Cain.

ທ່ານ Perry ເປັນຜູ້ມີຄະແນນສຽງນຳໜ້າໝູ່ ໃນການຢັ່ງຫາງສຽງເທື່ອລ່າສຸດຂອງໂທລະ
ພາບ CNN ຮ່ວມກັບ ອົງການສຳຫຼວດຄະແນນສຽງ ORC ໂດຍໄດ້ຮັບຄະແນນສຽງສະ
ໜັບສະໜຸນ 32% ຕິດຕາມດ້ວຍທ່ານ Romney ທີ່ໄດ້ຮັບຄະແນນ 21%. ທ່ານ Ron
Paul ໄດ້ຮັບຄະແນນສຽງ 13% ເປັນທີ 3 ຂະນະທີ່ທ່ານ Gingrich ແລະທ່ານນາງ
Bachmann ມີຄະແນນຈາວກັນເປັນທີ 4 ໂດຍໄດ້ຮັບຜູ້ລະ 7%.

ການໂຕ້ວາທີ ໃນມື້ວັນຈັນຜ່ານມານີ້ ແມ່ນໄດ້ຮັບຄວາມອຸບປະຖໍາຮ່ວມ ຈາກໂທລະພາບ
CNN ແລະກຸ່ມ Tea Party Express ຊຶ່ງເປັນນຶ່ງ ໃນບັນດາກຸ່ມຈັດຕັ້ງຊັ້ນ​ນໍາ​ຂອງ​ພັກ
Tea Party ໃນທົ່ວປະເທດ. ການໂຕ້ວາທີທີ່ວ່ານີ້ໄດ້ມີຂຶ້ນທີ່ນະຄອນ Tampa ລັດຟລໍຣິ
ດາ ຊຶ່ງຈະເປັນສະຖານທີ່ຈັດກອງປະຊຸມຫຼວງແຫ່ງຊາດຂອງພັກຣີພັບບລີກັນໃນປີໜ້ານີ້.

XS
SM
MD
LG