ໃນໄລຍະເວລາກ່ອນການໂຕ້ວາທີທີ່ສຳຄັນເທື່ອທຳອິດ ຂອງການໂຄສະນາຫາສຽງເລືອກຕັ້ງ ປະທານາທິບໍດີສະຫະລັດໃນປີ 2012 ຈະມານີ້ມີຫຼາຍໆຄົນເບິ່ງເຫັນວ່າອະດີດຜູ້ປົກຄອງລັດ
Massachusetts ທ່ານ Mitt Romney ເປັນຜູ້ໄດ້ຮັບຄະແນນນິຍົມນຳໜ້າໝູ່ໃນການທີ່
ຈະຖືກແຕ່ງຕັ້ງເປັນຜູ້ສະມັກເລືອກຕັ້ງປະທານາທິບໍດີຂອງພັກຣີພັບບລີກັນ ແລະທ່ານຍັງສືບ
ຕໍ່ໄດ້ຮັບຄະແນນສຽງນຳໜ້າໃນການຢັ່ງຫາງສຽງຂອງປະຊາຊົນ.
ທ່ານ Romney ບໍ່ຍອມປ່ອຍໃຫ້ເສຍເວລາເລີຍໃນການກ່າວໂຈມຕີປະວັດດ້ານເສດຖະກິດ ຂອງປະທານາທິບໍດີໂອບາມາ.
ທ່ານ Romney ກ່າວວ່າ “ທ່ານບໍ່ໄດ້ເປັນຜູ້ເຮັດໃຫ້ເກີດສະພາບເສດຖະກິດຫຼຸດ
ຖອຍ ແຕ່ທ່ານໄດ້ເຮັດໃຫ້ມັນມີຄວາມຮ້າຍແຮງເພີ່ມຂຶ້ນ ແລະແກ່ຍາວອອກໄປ
ຕື່ມອີກ. ປະທານາທິບໍດີທ່ານນີ້ໄດ້ປະສົບກັບຄວາມລົ້ມແຫຼວແລະທ່ານ ໄດ້ປະ
ສົບກັບຄວາມລົ້ມແຫຼວໃນເວລາທີ່ປະຊາຊົນຊາວອະເມຣິກັນກາງຕໍ່ທ່ານໃຫ້ສ້າງ
ວຽກເຮັດງານທຳແລະເຮັດໃຫ້ເສດຖະກິດຟຶ້ນໂຕຄືນ.”
ຄູ່ແຂ່ງທີ່ສຳຄັນຄົນນຶ່ງ ຂອງທ່ານ Romney ກໍຄືອະດີດຜູ້ປົກຄອງລັດມິນເນໂຊຕ້າທ່ານ
Tim Pawlenty ທີ່ໄດ້ຕຳໜິຕິຕຽນ ປະທານາທິບໍດີໂອບາມາວ່າ ເປັນຜູ້ທີ່ທ່ານເອີ້ນວ່າ
“ເຮັດໃຫ້ເສດຖະກິດຕົກຕໍ່າ.”
ທ່ານ Pawlenty ເວົ້າວ່າ “ຖ້າຈີນ ສາມາດເຮັດໃຫ້ເສດຖະກິດເຕີບໂຕ 5% ໄດ້
ແລະບຣາຊີລ ສາມາດມີເສດຖະກິດທີ່ເຕີບໂຕ 5% ໄດ້ ສະຫະລັດອະເມຣິກາ
ກໍຕ້ອງສາມາດມີເສດຖະກິດທີ່ຂະຫຍາຍໂຕຂຶ້ນ 5% ໄດ້ຄືກັນແລະຂ້າພະເຈົ້າ
ບໍ່ຍອມຮັບ ໃນຄວາມຄິດທີ່ວ່າ ພວກເຮົາຈະມີຄວາມສາມາດ ໃນລະດັບແຕ່ພໍ
ປານກາງ ຫຼືອ່ອນແອນັ້ນ.”
ອະດີດປະທານສະພາຕໍ່າສະຫະລັດ ທ່ານ Newt Gingrich ກໍໄດ້ກ່າວໂຈມຕີການຮັບມື
ທາງດ້ານເສດຖະກິດຂອງປະທານາທິບໍດີໂອບາມາ ເຊ່ນກັນ.
ທ່ານ Gingrich ເວົ້າວ່າ “ລັດຖະບານທ່ານໂອບາມາເປັນລັດຖະບານທີ່ຕໍ່ຕ້ານ
ວຽກເຮັດງານທຳ ຕໍ່ຕ້ານທຸລະກິດ ແລະຕໍ່ຕ້ານພະລັງງານ ຂອງອະເມຣິກັນ.
ລັດຖະສະພາສະຫະລັດ ຄວນຈະເລີ່ມລົງມື ສ້າງວຽກເຮັດງານທຳທັນທີ ສຳ
ລັບຊາວອະເມຣິກັນ 14 ລ້ານຄົນ ທີ່ບໍ່ມີວຽກການເຮັດ. ນີ້ແມ່ນສະພາບເສດ
ຖະກິດຕົກຕໍ່າແທ້ໆ.”
ພວກເຈົ້າໜ້າທີ່ອະວຸໂສຝ່າຍໂຄສະນາຫາສຽງຂອງທ່ານ Gingrich ຫລາຍຄົນໄດ້ພາກັນ
ລາອອກໄປໃນສັບປະດາກ່ອນ ແຕ່ທ່ານກໍປະກາດວ່າທ່ານຈະສືບຕໍ່ທຳການໂຄສະນາຫາ
ສຽງຕໍ່ໄປ.
ໃນການໂຕ້ວາທີໃນມື້ວັນຈັນສັບປະດາແລ້ວມີຮວມທັງການປະກາດຂອງສະມາຊິກສະພາ
ຕໍ່າຈາກລັດມິນເນໂຊຕ້າ ທ່ານນາງ Michele Bachmann ທີ່ວ່າ ໃນເວລານີ້ທ່ານນາງ ເປັນຜູ້ສະມັກປະທານາທິບໍດີຢ່າງເປັນທາງການຜູ້ນຶ່ງແລ້ວ.
ທ່ານນາງ Bachmann ກ່າວວ່າ ຈະຍົກເລີກກົດໝາຍປະຕິຮູບຮັກສາສຸກຂະພາບຂອງ
ປະທານາທິບໍດີໂອບາມາ ດັ່ງດຽວກັນກັບຜູ້ສະມັກເຂົ້າແຂ່ງຂັນຄົນອື່ນໆຂອງພັກຣີພັບ
ບລີກັນແລະຮຽກຮ້ອງໃຫ້ພັກລີພັບບລີກັນປຸ້ມລຸມສາມັກຄີ ໃຫ້ການສະໜັບສະໜຸນແກ່
ຜູ້ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ສະມັກເລືອກຕັ້ງຂອງ ພັກໃນປີໜ້າ.
ທ່ານນາງ Bachmann ກ່າວວ່າ “ພວກເຮົາຕ້ອງການທຸກໆຄົນ ໃຫ້ມາໂຮມກັນ
ເພາະວ່າພວກເຮົາຈະເປັນຜູ້ຊະນະບໍ່ຕ້ອງມີຄວາມສົງໃສໃດໆກ່ຽວກັບເລື່ອງ
ນີ້ ແລະປະທານາທິບໍດີໂອບາມາຈະເປັນປະທານາທິບໍດີໄໝດຽວເທົ່ານັ້ນ."
ເຖິງແມ່ນສ່ວນໃຫຍ່ຂອງການໂຕ້ວາທີໄດ້ເພັ່ງເລັງໃສ່ເສດຖະກິດພາຍໃນປະເທດແຕ່ບັນຫາ
ນະໂຍບາຍການຕ່າງປະເທດກໍໄດ້ຖືກຍົກຂຶ້ນມາຖົກຖຽງກັນຮວມທັງການໃຫ້ຄວາມສະໜັບ
ສະໜຸນໃນລະດັບຕໍ່າຂອງສະຫະລັດ ຕໍ່ການດຳເນີນຄວາມພະຍາຍາມ ຂອງອົງການເນໂຕ້
ໃນລີເບຍ ຊຶ່ງຜູ້ສະມັກເປັນປະທານາທິບໍດີຫຼາຍໆຄົນ ຂອງພັກຣີພັບບລີກັນ ມີຄວາມເຫັນ
ຄັດຄ້ານ.
ອະດີດສະມາຊິກສະພາສູງສະຫະລັດຈາກລັດເພັນຊີລເວເນຍທ່ານ Rick Santorum ກ່າວ
ກ່ຽວກັບເລື່ອງນີ້ວ່າ:
ທ່ານ Santorum ເວົ້າວ່າ “ທ່ານໂອບາມາໄດ້ຫັນຫຼັງໃຫ້ແກ່ພັນທະມິດຂອງອະເມ
ຣິກາ ແລະອ້າແຂນສວມກອດສະຕູຂອງພວກເຮົາ.”
ທ່ານ Herman Cain ນັກທຸລະກິດຈາກລັດຈໍເຈຍກໍໄດ້ເຂົ້າຮ່ວມການໂຕ້ວາທີໃນຄັ້ງນີ້ເຊ່ນ
ດຽວກັນ ກັບສະມາຊິກສະພາຕໍ່າ Ron Paul ຈາກລັດເທັກຊັສ ຊຶ່ງເປັນຜູ້ສະມັກແຂ່ງຂັນ
ຂອງພັກຣີພັບບລີກັນພຽງຜູ້ດຽວເທົ່ານັ້ນທີ່ຢາກໃຫ້ສະຫະລັດຖອນອອກຈາກອັຟການິສຖານ.
ບັນດາຜູ້ໂຕ້ວາທີຍັງໄດ້ຖົກຖຽງກັນ ກ່ຽວກັບບັນຫາຕ່າງໆໃນເລື່ອງຄົນເຂົ້າເມືອງ ການເຮັດ
ແທ້ງລູກ ແລະບັນຫາພະລັງງານ.
ຕະຫລອດການໂຕ້ວາທີກັນນັ້ນ ຜູ້ສະມັກເປັນປະທານາທິບໍດີຂອງພັກຣີພັບບລີກັນທັງ 7 ຕ່າງກໍໄດ້ກ່າວໂຈມຕີຢ່າງບໍ່ລົດລະ ຕໍ່ນະໂຍບາຍເສດຖະກິດຂອງປະທານາທິບໍດີໂອບາມາ ໂດຍສະເພາະແລ້ວແມ່ນອັດຕາຄົນຫວ່າງງານສູງ ຊຶ່ງໃນເວລານີ້ຢູ່ໃນລະດັບ 9.1%.
ທາງທ່ານໂອບາມານັ້ນ ກໍຮູ້ດີວ່າການປັບປຸງສະຖານນະການດ້ານວຽກເຮັດງານທຳແມ່ນ
ສໍາຄັນທີ່ສຸດ ຕໍ່ຄວາມຫວັງຂອງທ່ານ ທີ່ຈະໄດ້ຖືກເລືອກເປັນປະທານາທິບໍດີຕື່ມອີກໃນປີ
ໜ້າ ແລະທ່ານກໍໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຕື່ມອີກໃນມື້ວັນຈັນສັບປະດາແລ້ວໃນລະ
ຫວ່າງກ່າວຄຳປາໄສກ່ຽວກັບເສດຖະກິດທີ່ລັດຄາໂຣໄລນາເໜືອ.
ປະທານາທິບໍດີໂອບາມາກ່າວວ່າ “ຂ້າພະເຈົ້າຈະບໍ່ມີຄວາມເພິງພໍໃຈເລີຍຈົນກວ່າ
ທຸກໆຄົນທີ່ຢາກມີວຽກການດີໆເຮັດທີ່ສາມາດໃຫ້ການຄໍ້າປະກັນໃນດ້ານຄວາມ
ໝັ້ນຄົງນັ້ນມີວຽກງານທີ່ດີໆເຮັດທີ່ໃຫ້ການຄໍ້າປະກັນໃນດ້ານຄວາມໝັ້ນຄົງ.”