ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສະໝັກ ປະທານາທິບໍດີ ພັກຣີພັບບລີກັນ ປະທະຄາລົມກັນ ກ່ຽວກັບນະໂຍບາຍ ການຕ່າງປະເທດ


Republicans Clash Over Foreign Policy, Each Other in Debate
please wait

No media source currently available

0:00 0:02:49 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທີ່ພວມໄດ້ຮັບຄະແນນ ນິຍົມສູງ ຂອງພັກ ຣີພັບບລີກັນ ໄດ້ປະທະຄາລົມກັນ ກ່ຽວກັບ ນະ ໂຍບາຍການຕ່າງປະ ເທດ ແລະ ບັນຫາດ້ານເສດຖະກິດ ໃນວັນ ພະຫັດຜ່ານມາ ພ້ອມກັບການໂຕ້ຖຽງ ກັນເອງໃນການໂຕ້ວາທີຄັ້ງ ທີ 6 ຂອງພວກເຂົາເຈົ້າ ຢູ່ໃນລັດ South Carolina. ການໂຕ້ວາ ທີດັ່ງກ່າວ ໄດ້ເກີດຂຶ້ນໃນເວລາໜ້ອຍກວ່າ 3 ສັບປະດາ ກ່ອນການ ປ່ອນບັດຄັ້ງທຳອິດໃນການເລືອກຕັ້ງເອົາປະທານາທິບໍດີ. ນັກຂ່າວ ແຫ່ງຊາດຂອງ ວີໂອເອ Jim Malone ມີລາຍງານເພີ່ມເຕີມຈາກ ນະຄອນຫຼວງ ວໍຊິງຕັນ ເຊິ່ງ ພຸດທະສອນ ຈະເປັນຜູ້ນຳລາຍລະ ອຽດມາສະເໜີທ່ານ.

ມີຜູ້ລົງແຂ່ງຂັນຈຳນວນໜ້ອຍລົງ ໃນການໂຕ້ວາກັນທີ່ໃນລັດ South Carolina, ຊຶ່ງໄດ້ນຳໄປ ສູ່ການແລກປ່ຽນຄາລົມກັນຢ່າງຕື່ນເຕັ້ນລະຫວ່າງຜູ້ລົງແຂ່ງຂັນ. ການໂຕ້ວາທີຄັ້ງນີ້ ໄດ້ຖືກ ຖ່າຍທອດຜ່ານໂທລະພາບຂ່າວທຸລະກິດ ຂອງ FOX Business Network.

ອະດີດຜູ້ປົກຄອງລັດ Florida ທ່ານ Jeb Bush ໄດ້ທ້າທາຍຜູ້ນຳໜ້າໃນການ ແຂ່ງຂັນ ທ່ານ Donald Trump ກ່ຽວກັບ ຂໍ້ສະເໜີຂອງເພິ່ນທີ່ຈະຫ້າມຊາວ ມຸສລິມ ທີ່ບໍ່ແມ່ນຄົນ ອາເມຣິກັນ ເດີນທາງເຂົ້າມາໃນປະເທດ.

ທ່ານ Jeb Bush ກ່າວວ່າ “ຂ້າພະເຈົ້າຫວັງວ່າທ່ານຈະພິຈາລະນາຄືນໃໝ່ ກ່ຽວກັບ ເລື່ອງ ນີ້ເພາະວ່ານະໂຍບາຍນີ້ແມ່ນນະໂຍບາຍທີ່ເຮັດໃຫ້ມັນເປັນ ໄປບໍ່ໄດ້ ທີ່ຈະສ້າງພັນທະມິດ ທີ່ຈຳເປັນ ເພື່ອລົບລ້າງພວກ ISIS.”

ທ່ານ Donal Trump ກ່າວວ່າ “ຂ້າພະເຈົ້າຢາກໃຫ້ມີຄວາມປອດໄພສຳລັບ ປະເທດນີ້. ພວກເຮົາມີບັນຫາ ທີ່ຮ້າຍແຮງກັບພວກອິສລາມຫົວຮຸນແຮງ, ດັ່ງກັບທ່ານຮູ້ຫັ້ນແຫຼະ. ພວກ ເຮົາມີບັນຫາທີ່ໃຫຍ່ໂຕມະຫາສານ. ແລະ ມັນ ກໍບໍ່ແມ່ນເປັນພຽງແຕ່ຢູ່ນີ້ເທົ່ານັ້ນ, ມັນເປັນ ບັນຫາໄປທົ່ວໂລກ.”

ນອກນັ້ນ ສະມາຊິກສະພາສູງຈາກລັດ ເທັກຊັສ ທ່ານ Ted Cruz ກໍໄດ້ປະທະ ຄຳເວົ້າກັບ ທ່ານ Trump ກ່ຽວກັບການກ່າວອ້າງວ່າ ການເກີດເປັນຄົນ ການາດາ ຂອງທ່ານ Cruz ອາດ ຈະເຮັດໃຫ້ທ່ານບໍ່ສາມາດເປັນປະທານາທິບໍດີໄດ້.

ທ່ານ Ted Cruz ໄດ້ກ່າວວ່າ “ຂ້າພະເຈົ້າຈື່ໄດ້ວ່າ ທ່ານ Donald ຢ້ານວ່າ ຄະແນນສຽງ ຂອງເພິ່ນຈະຕົກໃນລັດ Iowa. ແຕ່ຄວາມຈິງ ແລະ ກົດໝາຍຢູ່ ປະເທດນີ້ແມ່ນກະຈ່າງແຈ້ງ ແລ້ວ. ພາຍໃຕ້ກົດໝາຍ ສະຫະລັດ ທີ່ມີມາແຕ່ ດົນນານ, ລູກຂອງຄົນ ອາເມຣິກາ ທີ່ເກີດຢູ່ ຕ່າງປະເທດ ແມ່ນເປັນຜູ້ມີສັນ ຊາດອາເມຮິກັນໂດຍກຳເໜີດ."

ທ່ານ Donal Trump ກ່າວວ່າ “ຂ້າພະເຈົ້າຮູ້ແລ້ວ ວ່າພວກ ເດໂມແຄຣັດ ຈະ ຍົກເອົາຄະ ດີເລື່ອງນີ້ຂຶ້ນມາ. ທ່ານມີຄະດີໃຫຍ່ຢູ່ເທິງຫົວຂອງທ່ານ ໃນລະ ຫວ່າງທີ່ເຈົ້າພວມຫາສຽງຢູ່ ແລະ ຖ້າຫາກທ່ານຖືກເລືອກເອົາເປັນຜູ້ຖືກແຕ່ງ ຕັ້ງ, ຊິມີໃຜຮູ້ໄດ້ວ່າທ່ານຈະສາມາດດຳ ລົງຕຳແໜ່ງໄດ້.”

ສ່ວນຜູ້ແທນສະພາສູງຈາກລັດ Florida ທ່ານ Marco Rubio ກັບ ຜູ້ປົກຄອງ ລັດ New Jersey ທ່ານ Christ Christie ກໍແມ່ນໄດ້ປະທະຄາລົມກັນ ກ່ຽວກັບ ເລື່ອງທີ່ວ່າຜູ້ໃດເປັນຜູ້ ມີຫົວອະນຸລັກນິຍົມເຂັ້ມແຂງກວ່າກັນ.

ທ່ານ Marco Rubio ກ່າວວ່າ “ຂ້າພະເຈົ້າມັກທ່ານ Chris Christie ແຕ່ວ່າ ພວກເຮົາບໍ່ ສາມາດທີ່ຈະມີປະທານາທິບໍດີແຫ່ງ ສະຫະລັດ ຜູ້ທີ່ສະໜັບສະໜູນ ໂຄງການການສຶກ ສາທີ່ມີຈຸດໃຈກາງອັນດຽວ. ພວກເຮົາບໍ່ສາມາດທີ່ຈະມີ ປະທານາທິບໍດີແຫ່ງ ສະຫະລັດ ຜູ້ທີ່ໃຫ້ການສະໜັບສະໜູນການຄວບຄຸມ ປືນ.”

ທ່ານ Chris Christie ກ່າວວ່າ “ຂ້າພະເຈົ້າກໍມັກທ່ານ Marco ເຊັ່ນກັນ ແລະ ສອງປີກ່ອນ ໜ້ານີ້ ເພິ່ນໄດ້ເອີ້ນຂ້າພະເຈົ້າວ່າ ເປັນຜູ້ປະຮູບອະນຸລັກນິຍົມ ທີ່ຈຳເປັນສຳລັບລັດ New Jersey. ນັ້ນແມ່ນເວລາກ່ອນທີ່ເພິ່ນຈະມາລົງ ຫາສຽງແຂ່ງກັບຂ້າພະເຈົ້າ.”

ການແລກປ່ຽນຄາລົມກັນ ໄດ້ເຮັດໃຫ້ທ່ານໝໍກ່ຽວກັບລະບົບເສັ້ນປະສາດ ທ່ານ Ben Carson ຮຽກຮ້ອງໃຫ້ມີຄວາມສາມັກຄີກັນພາຍໃນພັກ ຊຶ່ງກໍເປັນສິ່ງທີ່ ຄົນອື່ນໆໄດ້ພະຍາ ຍາມເຮັດໃນລະຫວ່າງການປະທະຄາລົມກັນນີ້.

ຢູ່ພາຍໃນກຸ່ມ ມັນໄດ້ມີການກ່າວປະນາມນະໂຍບາຍການຕ່າງປະເທດຂອງທ່ານ ບາຣັກ ໂອບາມາ ຢ່າງກວ້າງຂວາງ ແລະ ໄດ້ມີຄຳເຕືອນຈາກທ່ານ Christie ແລະ ທ່ານ Rubio ວ່າ ທ່ານນາງ Hilary Clinton ຈາກ ພັກເດໂມແຄຣັດ ຈະເປັນຄົນສືບຕໍ່ນະໂຍບາຍດັ່ງກ່າວ.

ທ່ານ Christ Christie ກ່າວວ່າ “ພວກທ່ານຈະຕ້ອງບໍ່ໃຫ້ທ່ານນາງ Hilary Clinton ສືບຕໍ່ ການເປັນຜູ້ນຳສະໄໝທີ 3 ຂອງທ່ານ ບາຣັກ ໂອບາມາ ເດັດຂາດ. ຂ້າພະເຈົ້າຈະບໍ່ເຮັດ ແນວນັ້ນ ຖ້າຂ້າພະເຈົ້າໄດ້ເລືອກ ໃຫ້ເປັນຜູ້ເຂົ້າແຂ່ງ.”

ທ່ານ Marco Rubio ກ່າວວ່າ “ທ່ານນາງຈະບໍ່ພຽງແຕ່ຈະເປັນໄພພິບັດ ເທົ່ານັ້ນ. ທ່ານນາງ Hilary Clinton ແມ່ນບໍ່ມີຄຸນນະສົມບັດທີ່ຈະເປັນ ຜູ້ນຳຂອງປະເທດ ສະຫະລັດ.”

ພວກຜູ້ລົງແຂ່ງຂັນຈາກພັກ ຣີພັບບລີກັນ ໃນຕອນນີ້ພວມຫັນໜ້າກັບຄືນໄປສູ່ ການລົງຄະ ແນນສຽງຂັ້ນຕົ້ນໃນລັດ Iowa ແລະ New Hampshire. ການເລືອກຕັ້ງຂອງລັດ Iowa ຈະ ເລີ່ມຂຶ້ນໃນວັນທີ 1 ກຸມພາທີ່ຈະມາເຖິງນີ້.

XS
SM
MD
LG