ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຣີພັບ​ບລິ​ກັນ ​ຮັບຮອງ​ເອົາ ນະ​ໂຍບາຍຕ່າງປະເທດ ​ທີ່​ຕໍາ​ໜິ ຕິຕຽນ​ຈີນ​ຢ່າງ​ຮຸນແຮງ​ (ສະໄລດ໌)


ທ່ານ​ມິດ ຣອມນີ ​ໄດ້​ຖືກແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະມັກແຂ່ງຂັນ​ປະທານາທິບໍດີ​ຂອງ​ພັກ​ຣີພັບ​ບລິ​ກັນ
ທ່ານ​ມິດ ຣອມນີ ​ໄດ້​ຖືກແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະມັກແຂ່ງຂັນ​ປະທານາທິບໍດີ​ຂອງ​ພັກ​ຣີພັບ​ບລິ​ກັນ
ພັກຣີພັບ​ບລິ​ກັນ ​ໄດ້​ຮັບຮອງ​ເອົາຫຼັກນະ​ໂຍບາຍ​ທີ່​ຕໍາ​ໜິຕິຕຽນ​ຈີນ​ຢ່າງ​ຮຸນແຮງ​ ໃນ​ຂະນະ​ທີ່​ສື່​ມວນ​ຊົ​ນລັດ​ຈີນກໍ​ກ່າວໂຈມ​ຕີ​ທ່ານ​ມິດ ຣອມນີ ທີ່​ໄດ້​ຖືກແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະມັກແຂ່ງຂັນ​ປະທານາທິບໍດີ​ຂອງ​ພັກ​ຣີພັບ​ບລິ​ກັນນັ້ນ ວ່າ​ມີ​ອັນ​ທີ່​ສື່​ມວນ​ຊົນ​ຈີນ​ເອີ້ນ​ວ່າ ​ແນວຄິດ​ແບບສົງຄາມ​ເຢັນ​.

ຫຼັກນະ​ໂຍບາຍ​ຂອງ​ພັກ​ຣີພັບ​ບລິ​ກັນ ທີ່​ໄດ້​ຮັບ​ຜ່ານ​ເມື່ອ​ວັນ​ອັງຄານ​ວານ​ນີ້ ຢູ່​ທີ່​ກອງ​ປະຊຸມຫຼວງພັກ​ທີ່​ເມືອງ Nampa ລັດ ຟລໍຣິດາ ​ໃຫ້​ຄໍາ​ໝັ້ນ​ສັນ ຍາ​ວ່າ​ຈະ​ເອົາ​ທ່າ​ທີ​ຢ່າງ​ເຂັ້ມແຂງ​ທີ່​ສຸດ​ກັບ​ຈີນ ​ໃນ​ເລື້ອງ​ການ​ກົດ​ຄ່າ​ເງິນຕາ​ຂອງ​ຕົນ​ໃຫ້​ຕໍ່າ​ກ່ວາ​ທ້ອງ​ຕະຫລາດ ແລະກາ​ນ ລັກຂະ​ໂມ​ຍ​ຊັບ​ສິນ​ທາງ​ປັນຍາຕາມ​ທີ່​ມີ​ການ​ກ່າວ​ຫາ​ນັ້ນ. ນະ​ໂຍບາຍ​ດັ່ງກ່າວ​ຂອງ​ພັກ​ຣີພັບ​ບລິ​ກັນ​ຍັງ​ໄດ້​ປະນາມ​ໃນ​ສິ່ງ​ທີ່​ເອີ້ນວ່າ ການ​ອ້າ​ງເອົາ​ກໍາມະສິດໃນເຂດ​ທະ​ເລ​ຈີນ​ໃຕ້​ຂອງ​ຈີນ ທີ່​ເປັນ​ການ​ທໍາລາຍ​ສະຖຽນລະ​ພາບນັ້ນ ​ແລະ​ສັນຍາ​ວ່າ ຈະ​ສືບ​ຕໍ່​ຂາຍ​ອາວຸດ​ຍຸດ​ໂທ​ປະກອນ​ໃຫ້ໄຕ້​ຫວັນ ຊຶ່ງ​ເປັນ​ສອງ​ບັນຫາ​ທີ່ໄດ້​ສ້າງ ຄວາມ​ຂຸ່ນ​ເຄື​ອງ​ໃຫ້​ແກ່​ຈີນ ​ໃນ​ອະດີດ​ຜ່ານ​ມາ.

ປັກ​ກິ່ງ ຊຶ່ງ​ໃນ​ທາງ​ການ​ແລ້ວ ​ບໍ່​ເຂົ້າຂ້າງ​ພັກ​ໃດ​ໃນ​ການ​ເລືອກ​ຕັ້ງ​ຂອງ​ສະຫະລັດນັ້ນ ​ໃນ​ອາທິດ​ນີ້ ກໍ​ໄດ້​ອອກ​ມາ​ກ່າວ​ໂຈມ​ຕີ​ນະ​ໂຍບາຍ​ຕ່າງໆ​ກ່ຽວ​ກັບ​ຈີນ​ ຂອງ​ທ່ານ ມິດ ຣອມນີ ​ໃນ​ບົດ​ບັນນາທິການ​ທີ່​ລົງ​ໃນສື່​ມວນ​ຊົນ​ລັດຢ່າງ​ຕໍ່​ເນື່ອງນັ້ນ. ໜັງສືພິມ​ China Daily ຂອງທາງການຂອງ​ຈີນ ​ເອີ້ນ​ນະ​ໂຍບາຍ​ດັ່ງກ່າວ​ຂອງ​ທ່ານ ມິດ​ ຣອມນີ ວ່າ ​ເປັນ​ນະ​ໂຍບາຍ ທີ່​ໜ້າ​ລັງ​ກຽດ ໂດຍ​ກ່າວ​ວ່າ ມັນ​ຈະ​ສ້າງ​ພິດ​ໄພ​ຕໍ່​ຄວາມ​ສໍາພັນ​ລະຫວ່າງ​ສະຫະລັດ ກັບ​ຈີນ​ໄດ້ ຖ້າ​ຫາກ​ມີ​ການ​ຈັດ​ຕັ້ງ​ປະຕິບັດ

.
XS
SM
MD
LG