ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ສະໝັກ ປະທານາທິບໍດີ ພັກຣິພັບບລີກັນ ໂຕ້ຖຽງກັນ ເລື້ອງຄົນເຂົ້າເມືອງ ແລະນະໂຍບາຍຕ່າງປະທດ


ລະຫວ່າງການໂຕ້ວາທີ ນັກທຸລະກິດ ທ່ານ Donald Trump, ກາງ, ສະແດງທ່າທີຕໍ່ສະມາຊິກສະພາສູງ ລັດ Texas ທ່ານ Ted Cruz, ຂວາ.
ລະຫວ່າງການໂຕ້ວາທີ ນັກທຸລະກິດ ທ່ານ Donald Trump, ກາງ, ສະແດງທ່າທີຕໍ່ສະມາຊິກສະພາສູງ ລັດ Texas ທ່ານ Ted Cruz, ຂວາ.

​ການ​ໂຕ້​ວາທີເທື່ອ​ຫລ້າ​ສຸດ ຂອງບັນດາ​ຜູ້​ສະມັກປະທານາທິບໍດີ
ສະຫະລັດສັງ ກັດພັກຣີພັບ​ບລບິ​ກັນ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​
ກາຍ​ມາ​ເປັນ​ການ​ຮ້ອງ​ໃສ່​ກັນ ​ໃນ​ຂະນະ​ທີ່​ບັນດາ​ຜູ້​ສະມັກ​ກ່າວ
​ເຖິງ​ບັນ​ຫາ​ຕ່າງໆ​ເຊັ່ນເລື້ອງຄົນ​ເຂົ້າເມືອງ​ຜິດ​ກົດໝາຍ ນະ​ໂຍ
ບາຍ​ຂອງສະຫະລັດ​ຢູ່​ພາກຕາ​ເວັນ​ອອກ​ກາງ ​ແລະ​ຄວາ​ມ​ແຈ້ງ
​ຂາວ​ກ່ຽວກັບ​ປະຫວັດການເສຍ​ພາສີ​ຂອງບັນດາ​ຜູ້​ສະໝັກ.

ມະຫາ​ເສດ​ຖີອະສັງຫາລິມະ​ຊັບພັນ​ລ້ານ ທ່ານ Donald Trump
​ໄດ້​ກ່າວ​ອ້າງ​ຊໍ້າ​ແລ້ວ​ຊໍ້າ​ອີກ​ວ່າ ທ່ານ​ຈະ​ເຮັດ​ໃຫ້​ເມັກ​ຊິ​ໂກ ຈ່າຍ​
ຄ່າສ້າງ​ກຳ​ແພງ ທີ່​ທ່ານ​ໄດ້​ສະ​ເໜີຈະ​ສ້າງຂຶ້ນ ​ຢູ່​ຊາຍ​ແດນ​ທາງ
ພາກ​ໃຕ້​ຂອງ​ສະຫະລັດ ​ເພື່ອ​ຫຼຸດຜ່ອນການ​ລັກລອບເຂົ້າເມືອງ​
ຜິດ​ກົດໝາຍ ​ແລະ​ຍ້ອນ​ການ​ຄັດຄ້ານ​ຂອງ​ບັນດາ​ຜູ້ນຳ​ເມັກ​ຊິ​ໂກ​ກ່ຽວກັບ​ບັນຫາ​ດັ່ງກ່າວ ທ່ານ​ກ່າວ​ວ່າ “ກຳ​ແພງ​ນີ້ຈະ​ສູງ​ຂຶ້ນຕື່ມ 10 ຟິດ.”

ຜູ້ສະໝັກ ປະທານາ ທິບໍດີ ສະຫະລັດ ຊະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ Marco Rubio ຈາກລັດ Floriada.
ຜູ້ສະໝັກ ປະທານາ ທິບໍດີ ສະຫະລັດ ຊະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ Marco Rubio ຈາກລັດ Floriada.

ບັນດາ​ຄູ່​ແຂ່ງ ​ທີ່​ມີ​ຄະ​ແນນ​ສຽງ​ໃກ້​ຄຽງຂອງ​ທ່ານ​ ​ສະມາຊິກ​ສະພາ​ສູງ​ຈາກລັດ Florida ທ່ານ Marco Rubio ​ແລະສະມາຊິກ​ສະພາ​ສູງ ຈາກລັດ Texas ທ່ານ​ Ted Cruz ກ່າວ​ຫາ​ທ່ານ Trump ວ່າ​ ໃຊ້​ແຮງ​ງານຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍຢູ່​ໃນ​ໂຄ​ງການກໍ່ສ້າງ​ຕຶກທີ່ສຳຄັນໆ​ຈຳນວນ​ນຶ່ງ. ທັງ​ສອງ​ທ່ານ​ກ່າວ​ວ່າ ທ່ານ Trump ຖືກ​ບັງຄັບ​ໃຫ້​ຈ່າຍຄ່າ​ປັບໃໝ 1 ລ້ານ​ໂດ​ລາ ​ໃນ​ຖານ​ຈ້າງ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ.

ຜູ້ສະໝັກປະທານາທິບໍດີ ສະຫະລັດ ທ່ານ Dona;d Trymp ສັງກັດພັກຣີພັລລິກັນ.
ຜູ້ສະໝັກປະທານາທິບໍດີ ສະຫະລັດ ທ່ານ Dona;d Trymp ສັງກັດພັກຣີພັລລິກັນ.

ທັງ​ທ່ານ Rubio ​ແລະ ທ່ານ Cruz ​ໄດ້​ກ່າວ​ເຖິງ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ພວກ​ທ່ານທີ່​ຈະ​ເຮັດເປີດ​ເຜີຍ​ປະຫວັດ​ການ​ເສຍພາສີ​ເຂົາ​ເຈົ້າ​ແກ່​ສາທາລະນະຊົນ​ຮູ້ ​ແລະ​ໄດ້​ຕິຕຽນທ່ານ Trump ທີ່ຍັ​ງລັງ​ເລ ​ໃນ​ເລື້ອງ​ດັ່ງກ່າວ. ທ່ານ​ Trump ກ່າວ​ວ່າ ທ່ານ​ຈະ​ເປີດ​ເຜີຍ​ປະຫວັດ​ການ​ເສຍພາສີ​ຂອງ​ທ່ານ ຊຶ່ງ​ເປັນ​ການ​ປະ ຕິບັດ​ແບບ​ທຳ​ມະ​ດາ​ຢູ່​ແລ້ວ ສຳລັບບັນດາ​ຜູ້​ສະໝັກ​ປະທານາທິບໍດີສະຫະລັດ ​ໃນອັນ​ທີ່​ທ່ານ​ຮ້ອງ​ວ່າ “​ເປັນ​ການ​ກວດກາ​ທີ່ປົກກະຕິ.”

ຜູ້ສະໝັກ ປະທານາທິບໍດີ ສະຫະລັດ ຊະມາຊິກ ສະພາສູງ ພັກຣີພັບບລິກັນ ທ່ານ Ted Cruz ຈາກລັດ Texas
ຜູ້ສະໝັກ ປະທານາທິບໍດີ ສະຫະລັດ ຊະມາຊິກ ສະພາສູງ ພັກຣີພັບບລິກັນ ທ່ານ Ted Cruz ຈາກລັດ Texas

ໃນ​ການ​ຕອບ​ຄຳ​ຖາມ​ກ່ຽວ​ກັບນະ​ໂຍບາຍ​ຕ່າງປະ​ເທດນັ້ນ ທ່ານ Trump ກ່າວ​ວ່າ ທ່ານ​ບໍ່​ໃຫ້ການ​ສະໜັບສະໜູນ ຕໍ່ຂໍ້​ຕົກລົງຢຸດ​ຍິງທີ່​ຈະ​ເລີ້ມມີ​ຜົນ​ບັງຄັບຢູ່​ໃນ​ຊີເຣຍ.

US Presidntial Politics
please wait

No media source currently available

0:00 0:01:35 0:00

XS
SM
MD
LG