ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ​ມີຄະ​ແນນ​ ນຳໜ້າໝູ່ ​ສຳ​ຫລັບ ການ​ໂຕ້​ວາທີ ຄັ້ງທຳ​ອິດ​ ຂອງພັກຣີພັບບລີກັນ


Republicans Prepare for First Presidential Debate
please wait

No media source currently available

0:00 0:02:10 0:00

ນັກ​ທຸລະ​ກິດ ເສດຖີ​ພັນ​ລ້ານ ທ່ານ Donald Trump ​ໄດ້​ຮັບ
ຄະ​ແນນ​ນຳໜ້າໝູ່ ​ສຳ​ຫລັບການ​ໂຕ້​ວາທີຄັ້ງທຳ​ອິດ​ ໃນການ​
ແຂ່ງຂັນ​ເລືອກ​ຕັ້ງ ປະທານາທິບໍດີ ​ປີ 2016 ​ໃນ​ຄ່ຳ​ຄືນວັນ​
ພະຫັດ​ມື້​ອື່ນ​ນີ້. ທ່ານ Trump ຈະ​ເຂົ້າຮ່ວມການ​ໂຕ້​ວາ​ທີພ້ອມ
ດ້ວຍອະດີດຜູ້​ປົກຄອງ ​ລັດຟລໍຣີດາ ທ່ານ Jeb Bush,
ຜູ້​ປົກຄອງ​ ລັດວິສຄອນ​ຊິນ ທ່ານ Scott Walker ​ແລະ ຄູ່​ແຂ່ງ
​ສັງກັດ​ພັກຣີພັບ​ບລີ​ກັນອີກ​ຈຳນວນ 7 ທ່ານ ​ທີ່​ໄດ້​ຜ່ານ​ການ
ຄັດ​ເລືອກຂັ້ນທຳ​ອິດ ໃນ​ການໂຄສະນາຫາ​ສຽງ.

ຕາໜ່າງຂ່າວ Fox News ​ໄດ້​ປະກາດ ລາຍ​ຊື່​ສະມາຊິກ​ 10 ທ່ານ
ຂອງພັກຣີພັບບລີ​ກັນ ຜູ້​ມີ​ຄວາມ​ຫວັງ ຈະໄດ້ເຂົ້າໄປຄອບຄອງ
ທຳນຽບຂາວ ທີ່​ຈະເຂົ້າຮ່ວມ ໃນການ​ໂຕ້​ວາ​ທີ ຢູ່ໃນ​ລັດທີ່ສຳຄັນສຸດຄື​ລັດ Ohio ທີ່​ມີການ
ປ່ຽນແປງ​ອຽງ​ໄປ​ອຽງມານັ້ນ. ພວກ​ເຂົາເຈົ້າຖືກ​ເ​ລື​ອກ ເອົາ ອີງຕາມການ​ຢັ່ງ​ຫາງ​ສຽງ​ຈາກ​
ປະຊາຊົນ.

ຈາກຊ້າຍ ບັນດາຜູ້ສະໝັກ ເຂົ້າແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump, ຜູ້​ປົກຄອງ​ ລັດວິສຄອນ​ຊິນ ທ່ານ Scott Walker ແລະ ອະດີດຜູ້​ປົກຄອງ ​ລັດຟລໍຣີດາ ທ່ານ Jeb Bush ຈະເຂົ້າຮ່ວມການໂຕ້ວາທີ ໃນວັນພະສັດມື້ອື່ນນີ້ ໃນນະຄອນ Cleveland, ລັດ ໂອໄຮໂອ.
ຈາກຊ້າຍ ບັນດາຜູ້ສະໝັກ ເຂົ້າແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump, ຜູ້​ປົກຄອງ​ ລັດວິສຄອນ​ຊິນ ທ່ານ Scott Walker ແລະ ອະດີດຜູ້​ປົກຄອງ ​ລັດຟລໍຣີດາ ທ່ານ Jeb Bush ຈະເຂົ້າຮ່ວມການໂຕ້ວາທີ ໃນວັນພະສັດມື້ອື່ນນີ້ ໃນນະຄອນ Cleveland, ລັດ ໂອໄຮໂອ.

ນອກ​ເໜືອ​ຈາກ​ທ່ານ Trump, ທ່ານ Bush ​ແລະ ທ່ານ Walker ​ແລ້ວ ບັນດາ​ຜູ້​ທີ່​ໄດ້ຖືກ
ຮັບເລືອກ​ເອົາ​ ລວມມີ ສະມາຊິກສະພາສູງ ລັດ Texas ທ່ານ Ted Cruz, ສະມາຊິກ
ສະພາສູງ ລັດ Kentucky ທ່ານ Rand Paul, ສະມາຊິກສະພາສູງ ລັດ Florida ທ່ານ
Marco Rubio, ໝໍ​ຜ່າຕັດ​ເສັ້ນປະສາດ​ທີ່​ກະສຽນ​ແລ້ວ ທ່ານ Ben Carson, ອະດີດຜູ້​
ປົກຄອງ​ ລັດ Arkansas ທ່ານ Mike Huckabee, ຜູ້​ປົກຄອງ​ ລັດ New Jersey ທ່ານ
Chris Christies ​ແລະ ຜູ້​ປົກຄອງ​ ລັດ Ohio ທ່ານ John Kasich.

ສ່ວນ​ບັນດາ​ຜູ້​ທີ່​ບໍ່​ໄດ້​ຮັບ​ການ​ເລືອກ​ ໃນການ​ໂຕ້​ວາທີຄັ້ງທຳ​ອິດ ກໍມີ ອະດີດຜູ້ອຳນວຍການ
ດ້ານ​ເທັກ​ໂນ​ໂລ​ຈີ້ ທ່ານນາງ Carly Fiorina ຜູ້ສະໝັກແມ່ຍິງ​ພຽງ​ຄົນດຽວ ຂອງ​ພັກ
ຣີພັບ​ບລີ​ກັນ​, ອະດີດຜູ້​ປົກຄອງ ລັດ Texas ທ່ານ Rick Perry, ອະດີດຜູ້​ປົກຄອງ ລັດ
Louisiana ທ່ານ Bobby Jindal, ສະມາຊິກສະພາສູງ ລັດ South Carolina ທ່ານ​
Linsey Graham, ອະດີດສະມາຊິກສະພາສູງ ລັດ Pennsyvania ທ່ານ Rick
Santorum, ອະດີດ​ຜູ້​ປົກຄອງ ລັດ New York ທ່ານ George Pataki ​ແລະ ອະດີດ​
ຜູ້​ປົກຄອງ ລັດ Virginia ທ່ານ Jim Gilmore.

Fox News ​ເປັນ​ຜູ້ຈັດ​ລາຍການ​ໂຕ້ວາທີ ສຳ​ຫລັບ​ວັນ​ພະຫັດ​ມື້​ອື່ນ​ນີ້ ຊຶ່ງ​ເປັນ​ຄັ້ງ​ທຳ​ອິດ
ໃນ​ການ​ໂຕ້​ວາ​ທີ ທັງ​ໝົດ 6 ຄັ້ງ ທີ່ທາງ​ພັກ​ໄດ້​ໃຫ້ ການສະໜັບສະໜຸນ ໃນການ​ເລືອກ​ຕັ້ງ​
ໃນ​ຂັ້ນ​ຕົ້ນ ທີ່​ຈະ​ເລີ້ມ​ຂຶ້ນ ​ໃນ​ເດືອນກຸມພານີ້.

XS
SM
MD
LG