ຜູ້ສະໝັກເປັນປະທານາທິບໍດີ ທີ່ຍັງເຫລືອຢູ່ສາມຄົນຂອງພັກຣີ
ພັບບລີກັນ ໄດ້ເຫັນພ້ອມນຳກັນ ໃນຄືນວັນອັງຄານວານນີ້ ເຖິງ
ຄວາມຈຳເປັນທີ່ຈະຕ້ອງເອົາຊະນະກຸ່ມລັດອິສລາມແຕ່ໄດ້ປ່ຽນ
ທ່າທີກ່ຽວກັບການໃຫ້ຄວາມສະໜັບສະໜຸນຊຶ່ງກັນແລະກັນ.
ທ່ານ Donald Trump ທີ່ມີຄະແນນສຽງນຳໜ້າໝູ່ກ່າວໃນລະ
ຫວ່າງການຕອບຄຳຖາມຂອງຜູ້ມີສິດປ່ອນບັດ ຈັດໂດຍໂທລະ
ພາບ CNN ຢູ່ລັດວິສຄັນຊິນ ໃນພາກເໜືອຂອງປະເທດ ທີ່ຈະ
ຈັດໃຫ້ມີການເລືອກຕັ້ງຂັ້ນຕົ້ນ ໃນອາທິດໜ້ານີ້ວ່າ ພວກເຮົາ
ຕ້ອງໄດ້ກຳຈັດ ກຸ່ມລັດອິສລາມ ຫລື ISIS ໃຫ້ໝົດສິ້ນໄປຈາກ
ພື້ນໂລກ ຢ່າງວ່ອງໄວ ແລະດ້ວຍຄວາມຮຸນແຮງ ພວກເຮົາບໍ່ມີ
ທາງເລືອກ.
ສະມາຊິກສະພາສູງ Ted Cruz ຈາກລັດເທັກຊັສ ທີ່ໄດ້ຮັບຈຳນວນຜູ້ຕາງໜ້າຫຼາຍເປັນ
ອັນດັບສອງກ່າວວ່າ ສະຫະລັດກ່ອນອື່ນໝົດຄວນໃຊ້ກຳລັງທາງອາກາດທີ່ມີຢູ່ຢ່າງຫຼວງ ຫຼາຍຂອງຕົນ ຫຼັງຈາກນັ້ນກໍຕິດອາວຸດ ໃຫ້ແກ່ພວກນັກລົບຊາວເຄີດແລະປ່ອຍໃຫ້ພວກ
ເຂົາສັງຫານກຸ່ມອິສລາມ. ທ່ານ Cruz ກ່າວວ່າ ການຕັດສິນໃຈກ່ຽວກັບວ່າຈະໃຊ້ກຳລັງ
ພິເສດຫຼືກຳລັງພາກພື້ນດິນຄວນຕິດຕາມມາ. ພ້ອມນີ້ ທ່ານຍັງໄດ້ຕຳໜິຕິຕຽນປະທານາ
ທິບໍດີບາຣັກ ໂອບາມາ ໂດຍກ່າວວ່າ ທ່ານຈະບໍ່ສົ່ງກຳລັງທະຫານອາເມຣິກັນໄປຕ່າງປະ
ເທດ ພາຍໃຕ້ກົດລະບຽບ ຂອງການປະຕິບັດງານທີ່ເຄັ່ງຄັດຫຼາຍທີ່ເຮັດໃຫ້ກຳລັງສະຫະ
ລັດບໍ່ສາມາດຊະ ນະໄດ້.
ລັດຖະບານທ່ານໂອບາມາເຄີຍໄດ້ປະທະກັບລັດຖະບານທັງຂອງປະເທດອີຣັກແລະອັຟ
ການິສຖານມາແລ້ວກ່ຽວກັບເງື່ອນໄຂຕ່າງໆໃນການຄຸ້ມຄອງການປະຕິບັດງານຂອງກຳ
ລັງສະຫະລັດຢູ່ໃນປະເທດທັງສອງ.
ສ່ວນຜູ້ປົກຄອງລັດໂອຮາຍໂອ ທ່ານ John Kasich ໄດ້ແນະນຳໃຫ້ໃຊ້ວິທີກຳລັງປະສົມ
ເພື່ອທຳລາຍກຸ່ມລັດອິສລາມ ທີ່ຮວມທັງການໃຫ້ເງິນຊ່ອຍເຫລືອເພີ້ມຂຶ້ນຈາກບັນດາປະ
ເທດໃນເຂດອ່າວເປີເຊຍ. ທ່ານກ່າວວ່າການປະຕິບັດງານຄວນຂຶ້ນທັງທາງອາກາດແລະ
ທາງພາກພື້ນດິນແລະຫຼັງຈາກນັ້ນທະຫານກໍຄວນ ຖືກສົ່ງກັບຄືນປະເທດ.
ທ່ານ Kasich ຍັງໄດ້ຕຳໜິຕິຕຽນຂໍ້ສະເໜີຂອງທ່ານ Cruz ທີ່ຈະສົ່ງຕຳຫຼວດໄປລາດຕະ
ເວນຢູ່ຕາມຄຸ້ມຕ່າງໆທີ່ມີຊາວມຸສລິມເພື່ອຄົ້ນຫາພວກກໍ່ການຮ້າຍ.