ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໝັກ ປະທານາທິບໍດີ ພັກຣີພັບບລີກັນ ໂຕ້ວາທີກັນ ເລື້ອງ ອິສລາມ ຄິວບາ ແລະ ດິນຟ້າອາກາດ


ຜູ້ສະໝັກປະທານາທິບໍດີ ນັກທຸລະກິດ Donald Trump (ຂວາ) ແລະສະມາຊິກສະພາສູງ Marco Rubio ໃນລະຫວ່າງ ການໂຕ້ວາທີຜູ້ສະໝັກປະທານາທິບໍດີ
ຂອງພັກຣີພັບບລີກັນ ທີ່ໄດ້ຮັບຄວາມອຸບປະຖຳໂດຍ ອົງການຂ່າວ CNN ກຸ່ມສື່ມວນຊົນ Salem ແລະໜັງສືພິມ Washington Times ທີ່ມະຫາວິທະຍາໄລ Miami ໃນແລງວັນພະຫັດວານນີ້.
ຜູ້ສະໝັກປະທານາທິບໍດີ ນັກທຸລະກິດ Donald Trump (ຂວາ) ແລະສະມາຊິກສະພາສູງ Marco Rubio ໃນລະຫວ່າງ ການໂຕ້ວາທີຜູ້ສະໝັກປະທານາທິບໍດີ ຂອງພັກຣີພັບບລີກັນ ທີ່ໄດ້ຮັບຄວາມອຸບປະຖຳໂດຍ ອົງການຂ່າວ CNN ກຸ່ມສື່ມວນຊົນ Salem ແລະໜັງສືພິມ Washington Times ທີ່ມະຫາວິທະຍາໄລ Miami ໃນແລງວັນພະຫັດວານນີ້.

ພວກ​ຫົວ​ຮຸນ​ແຮງ​ອິສລາມ ນະ​ໂຍບາຍ​ການຕ່າງປະ​ເທດ ​ແລະ
​ການ​ຄ້າ ແມ່ນ​ຮວມຢູ່​ໃນ​ບັນຫາ​ຕ່າງໆ ທີ່​ໄດ້ຖືກ​ຍົກ​ຂຶ້ນມາ ​ອະ
ພິປາຍ​ກັນ​ໂດຍ​ຜູ້​ສະໝັກ​ເປັນ​ປ​ະທານາ​ທິບໍດີ ​ສີ່​ຄົນ​ທີ່​ຍັງ​ເຫຼືອ
​ຢູ່​ ຂອງ​ພັກຣີພັບ​ບລີ​ກັນ​ ໃນ​ການ​ໂຕ້​ວາທີ ​ເທື່ອ​ສຸດ​ທ້າຍ ກ່ອນ
​ການປະຊຸມ​ປ່ອນ​ບັດແລະ​ການເລືອກ​ຕັ້ງຂັ້ນຕົ້ນໃນ​ວັນ​ອັງຄານ
​ຈະ​ມານີ້.

​ໃນ​ການ​ຫາລື​ກັນ​ຢ່າງ​ຍືດຍາວ​ກ່ຽວ​ກັບ​ໄພ​ຂົ່ມຂູ່​ຂອງ​ພວກ​ມຸສ
ລິ​ມຫົວ​ຮຸນ​ແຮງ​ນັ້ນ ທ່ານ Donald Trump ຜູ້​ສະໝັກ​ປະທ​າ
ນາ​ທິບໍດີ ​ຂອງ​ພັກຣີພັບ​ບລີ​ກັນ ​ແມ່ນຢືນ​ຢັດ​ຢ່າງ​ໜັກ​ແໜ້ນ​ຕໍ່​
ການ​ກ່າວ​ອ້າງ​ຂອງ​ທ່ານ​ທີ່​ວ່າມີ​ຊາວ​ມຸສລິ​ມ​ເປັນ​ຈຳນວນຫຼວງ
ຫລາຍ​ທີ່​ກຽດ​ຊັງ​ຊາວ​ອາ​ເມຣິກັນແລະ​ເວົ້າວ່າທ່ານ​ຈະ​ພິຈາລະນາ​ສົ່ງ​ກຳລັງ​ພາກພື້ນດິນ
​ຫຼາຍ​ເຖິງ 30,000 ຄົນໄປ​ສູ້​ລົບ​ກັບ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ.

Republican Debate
please wait
Embed

No media source currently available

0:00 0:02:32 0:00

ທ່ານ Trump ​ໄດ້​ຖືກ​ຊັກ​ຖາມ​ກ່ຽວ​ກັບ​ຄຳ​ເວົ້າຂອງ​ທ່ານທີ່​ໄດ້​ກ່າວ​ໃນ​ລະຫວ່າງການ​ໃຫ້​
ສຳພາດ​ໃນ​ອາທິດ​ນີ້ທີ່​ວ່າ ສາສະໜາອິສລາມ​ກຽດຊັງ​ພວກ​ເຮົາ. ​ເມື່ອ​ມີ​ການ​ຖາມ ໃນ​ລະ
ຫວ່າງ​ການ​ໂຕ້​ວາທີ​ນັ້ນ ທ່ານ​ໝາຍ​ເຖິງ​ຊາວ​ມຸສລິ​ມ ທັງ​ໝົດ​ບໍ? ທ່ານ Trump ຕອບ​ວ່າ
ຂ້າພະ​ເຈົ້າໝາຍ​ເຖິງ​ຈຳນວນ​ຫຼວງຫຼາຍຂອງ​ພວກ​ເຂົາ​ເຈົ້າ. ທ່ານ​ກ່າວ​ວ່າທ່ານ​ບໍ່​ມີ​ຄວາມ​
ສົນ​ໃຈ​ໃນ​ການ​ຫລີກ​ລ່ຽງຄຳ​ເວົ້າຕ່າງໆ​ ເພື່ອ​ເຫັນ​ແກ່ຄວາມ​ຖືກຕ້ອງ​ທາງ​ດ້ານ​ການ​ເມືອງ.

ຜູ້ສະໝັກປະທານາທິບໍດີພັກຣີພັບບລີກັນ ທ່ານ Donald Trump
ຜູ້ສະໝັກປະທານາທິບໍດີພັກຣີພັບບລີກັນ ທ່ານ Donald Trump

ທ່ານ Marco Rubio ຊຶ່ງ​ເປັນ​ຄູ່​ແຂ່ງ ​ໄດ້​ກ່າວ​ຕອບ​ຢ່າງ​ແຮງ​ວ່າ ຂ້າພະ​ເຈົ້າບໍ່​ສົນ​ໃຈ​ ໃນ​
ການກ່າວເພື່ອ​ເຫັນ​ແກ່​ຄວາມ​ຖືກຕ້ອງ​ທາງ​ດ້ານ​ການ​ເມືອງ ​ແຕ່​ພະ​ເຈົ້າສົນ​ໃຈ​ເພື່ອ​ເຫັນ​
ແກ່ຄວາມ​ຖືກຕ້ອງ.​ ສະມາຊິກ​ສະພາ​ສູງ​ຂອງ​ລັດ​ຟລໍຣິດາ​ ກ່າວ​ວ່າ ມີ​ວິທີ​ດຽວ​ທີ່​ຈະ​ຮັບ​ມື​
ກັບ​ພວກ​ອິສລາມ​ຫົວ​ຮຸນ​ແຮງ​ໄດ້ ກໍຄື​ເປັນ​ພັນທະ​ມິດ ​ກັບຊາວ​ມຸສລິ​ມ ທີ່​ມີ​ເຊື່ອ​ໃນສາສະ
ໜາ​ທີ່​ບໍ່​ມັກ​ຄວາມ​ຮຸນ​ແຮງແລະ​ທ່ານ​ໄດ້​ເຕືອນ​ວ່າ ປະທານາທິບໍດີ​ບໍ່​ສາມາດ​ທີ່​ຈະ​ເວົ້າ​ໃນ
​ສິ່ງ​ທີ່​ຕົນ​ຕ້ອງການ​ຍ້ອນ​ມັນ​ມີ​ຜົນ​ທີ່​ຈະ​ຕິດຕາມ​ມາ​ຢູ່​ໃນ​ທົ່ວ​ໂລກ.

ສ່ວນສະມາຊິກ​ສະພາ​ສູງ Ted Cruz ຈາກ​ລັດ​ເທັກ​ຊັສ ໄດ້​ຕິຕຽນໃນ​ອັນ​ທີ່​ທ່ານຮ້ອງ​ວ່າ
ການ​ແກ້​ໄຂແບບ​ງ່າຍໆ​ທາງ​ດ້ານ​ການ​ຄ້າ​ແລະ​ພວກ​ຫົວ​ຮຸນ​ແຮງ​ຈັດ​ໂດຍ​ເວົ້າວ່າຄຳ​ຕອບ​
ບໍ່​ແມ່ນ​ພຽງ​ແຕ່​ຮ້ອງ​ອອກ​ມາ​ວ່າ ຈີນ​ບໍ່​ດີ ມຸສລິ​ມບໍ່​ດີ ​ເທົ່າ​ນັ້ນ.

ນອກ​ນັ້ນ​ຄວາມ​ສຳພັນ​ກັບ​ຄິວ​ບາ​ກໍ​ໄດ້​ຖືກ​ຍົກ​ຂຶ້ນມາ​ໂຕ້​ຖຽງ​ກັນໂດຍ​ທີ່​ທ່ານ Rubio ​ແລະ
​ທ່ານ Cruz ​ໄດ້​ປະນາມ​ຄວາມ​ສຳພັນ​ທາງ​ການ​ທູດ ​ທີ່​ພວມ​ອົບ​ອຸ່ນຂຶ້ນ ລະຫວ່າງ​ວໍ​ຊິງ​ຕັນ
​ແລະ​ຮາວ​ານາ.

Tuesday Primaries Loom as Last Chance to Stop Trump
please wait

No media source currently available

0:00 0:02:43 0:00

ສ່ວນຜູ້ປົກຄອງລັດ Ohio ທ່ານ John Karsich ຊຶ່ງມີຄະແນນລາກທ້າຍ ໃນການຢັ່ງຫາງ ສຽງນັ້ນ​ ບໍ່ໄດ້ເຂົ້າພົວພັນໃນການໂຕ້ຖຽງກັນ ແຕ່ທ່ານກໍເອົາສາມາດເອົາທ່າທີຢືນຢັນກ່ຽວ ກັບຮ່າງກົດໝາຍ ການປ່ຽນແປງ ຂອງດິນຟ້າອາກາດ. ທ່ານກ່າວວ່າ ທ່ານເຊື່ອວ່າກິດຈະ ການຂອງມະນຸດ ມີສ່ວນປະກອບເຮັດໃຫ້ດິນຟ້າອາກາດປ່ຽນແປງ ແຕ່ທ່ານສືບຕໍ່ຢືນຢັດ
ວ່າ ມັນເປັນໄປໄດ້ທີ່ຈະອອກກົດລະບຽບຢ່າງເຄັ່ງຄັດກ່ຽວກັບສິ່ງແວດລ້ອມ ທີ່ຈະບໍ່ສ້າງ
ຄວາມເສຍຫາຍໃຫ້ແກ່ເສດຖະກິດ.

XS
SM
MD
LG