ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ​ສາທາລະນະ​ລັດ ຄອງ​ໂກ ມີ​ຄວາມ​ຫວັງ​ຫລາຍ ຫລັງ​ຈາກກອງ​ປະ​ຊຸມສຸດຍອດ ສ​ຫລ-ອາ​ຟ​ຣິ​ກາ


FILE - Republic of Congo President Denis Sassou Nguesso arrives for a visit at The Elysee Palace in Paris, Sept. 3, 2019.
FILE - Republic of Congo President Denis Sassou Nguesso arrives for a visit at The Elysee Palace in Paris, Sept. 3, 2019.

ປະທານາທິບໍດີ​ສາທາລະນະ​ລັດ​ຄອງ​ໂກ ທ່ານເດັນ​ນີ​ສ ຊັສ​ຊູ-​ເອັນ​ແກັ​ສໂຊ (Denis Sassou-Nguesso) ກ່າວ​ວ່າ ມີຄວາມ​ກ້າວ​ໜ້າ​ທີ່​ສຳຄັນຈາກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ສະ​ຫະ​ລັດ-ອາ​ຟຣິກາ ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນໃນ​ປີ​ນີ້.

ໃນການໃຫ້ສໍາພາດກັບວີໂອເອໃນອາທິດນີ້, ທ່ານ ຊັສ​ຊູ-​ເອັນ​ແກັ​ສໂຊ (Sassou-Nguesso) ກ່າວວ່າ ​ຢູ່ໃນກອງປະຊຸມສຸດຍອດຄັ້ງນີ້ ເປົ້າໝາຍໄດ້ຖືກກໍານົດ ຫຼາຍຂຶ້ນ, ລວມທັງການຊ່ວຍໃຫ້ສະຫະພາບອາຟຣິກາ ມີສຽງຫຼາຍຂຶ້ນ ຢູ່ອົງການ ສະຫະປະຊາຊາດ.

ທ່ານ​ກ່າວ​ເປັນ​ພາ​ສາ​ຝ​ຣັ່ງ​ວ່າ “ຍົກ​ຕົວ​ຢ່າງ, ປະ​ທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນ ປະ​ກາດ​ວ່າ ອາ​ຟ​ຣິ​ກາ [ສະ​ຫະ​ພາບ​ອາ​ຟຣິ​ກາ] ແນ່​ນອນ​ວ່າ ​ຈະ​ເປັນ​ສະ​ມາ​ຊິກ​ຂອງກຸ່ມ G-20. ຂ້າພະເຈົ້າເຊື່ອວ່າ ນີ້ແມ່ນທິດທາງທີ່ຊັດເຈນທີ່ພວກເຮົາຊື່ນຊົມ. ທ່ານ​ໄບ​ເດັນ​ຍັງ​ໄດ້​ປະກາດ​ວ່າ​ ໃນ​ອີກ​ບໍ່​ເທົ່າ​ໃດ​ປີ​ຂ້າງ​ໜ້າ, ອາ​ເມ​ຣິກາ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ອາ​ຟຼິກາ​ ໃນ​ການ​ຊອກ​ຫາ​ບ່ອນ​ນັ່ງ ທີ່​ເໝາະ​ສົມ​ຢູ່​ສະພາ​ຄວາມ​ໝັ້ນຄົງ​ຂອງອົງການ​ສະຫະ​ປະຊາ​ຊາດ ​ໃນ​ຖານະ​ເປັນ​ສະມາຊິກ​ຖາວອນ.

ກຸ່ມ G-20 ປະ​ກອບ​ດ້ວຍ​ປະ​ເທດ​ອຸດ​ສາ​ຫະ​ກໍາ​ທີ່​ສໍາ​ຄັນ ​ແລະປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ທີ່​ພົ້ນ​ເດັ່ນ​ຂຶ້ນ​ຂອງ​ໂລກ​. ​ໃນ​ປັດ​ຈຸ​ບັນ ອາ​ຟຣິ​ກາ​ໃຕ້​ເປັນ​ປະ​ເທດດຽວ​ເທົ່າ​ນັ້ນ ທີ່​ເປັນສະ​ມາ​ຊິກຂອງ​ກຸ່ມນີ້ ທີ່​ມາ​ຈາກ​ອາ​ຟຣິ​ກາ​.

ປະທານາທິບໍດີ ໂຈ ໄບເດັນ ກ່າວອີກວ່າ ລັດ​ຖະ​ບານຂອງທ່ານ ຈະໃຊ້ເງິນ 55 ຕື້ ໂດລາ ເພື່ອຊ່ວຍປະເທດໃນອາຟຣິກາໃນໄລຍະ 3 ປີຂ້າງໜ້າ ແລະ ທ່ານຫວັງວ່າ ຈະເຮັດໃຫ້ອາຟຣິກາ-ສະຫະລັດຈະມີການຮ່ວມມືກັນເລິກ​ເຊິ່ງ​ກວ່າ​ເກົ່າ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG