ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດເຫດລະເບີດສາມບັ້ນ ໃນເມືອງຫລວງຂອງ ສາທາລະນະລັດຄອງໂກ


ຄວັນລະເບີດທີ່ສາມາດມອງເຫັນໄດ້ ຢູ່ເໜືອເມືອງຫລວງ Brazzaville ຈາກອີກຟາກນຶ່ງຂອງແມ່ນໍ້າຄອງໂກ ທີ່ເມືອງຫລວງກິນຊາຊາ ຂອງສາທາລະນະລັດປະຊາທິປະໄຕຄອງໂກ, ວັນທີ 4 ມີນາ 2012.
ຄວັນລະເບີດທີ່ສາມາດມອງເຫັນໄດ້ ຢູ່ເໜືອເມືອງຫລວງ Brazzaville ຈາກອີກຟາກນຶ່ງຂອງແມ່ນໍ້າຄອງໂກ ທີ່ເມືອງຫລວງກິນຊາຊາ ຂອງສາທາລະນະລັດປະຊາທິປະໄຕຄອງໂກ, ວັນທີ 4 ມີນາ 2012.

ພວກ​ເຫັນ​ເຫດການ​ຢູ່​ໃນ​ເມືອງ​ຫລວງ​ຂອງ​ສາທາລະນະ​ລັດ​ຄອງ​ໂກ​ເວົ້າວ່າ ​ມີ​ເຫດ​ລະ​ເບີດ
ແ​ຕກຂຶ້ນຢ່າງ​ໜ້ອຍສາມ​ຄັ້ງ​ ​ໃນ​ເມືອງຫລວງ Brazzaville ​ໃນຕອນ​ເຊົ້າວັນ​ອາທິດ​ມື້​ນີ້.
ແຕ່​ຍັງ​ບໍ່​ມີ​ລາຍ​ງານ​ກ່ຽວ​ກັບ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ.

ພວກເຈົ້າໜ້າ​ທີ່​ການ​ທູດ​ແລະ​ລັດຖະບານ​ກ່າ​ວວ່າ ​ສຽງ​ລະ​ເບີດ​ດັ່ງກ່າວ​ແມ່ນມາຈາກ​ສາງ
ອາ​ວຸດ ​ຢູ່​ນອກ​ເມືອງ Brazzaville.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ​ມີຄວັນ​ລະ​ເບີດ​ ທີ່​ສາມາດ​ມອງເຫັນໄດ້​ຢູ່​ເໜືອຕົວ​ເມືອງ
Brazzaville ຈາກຟາກແມ່ນໍ້າຄອງ​ໂກ ​ໃນເມືອງ Kinshasa ​ເມືອງ​ຫລວງ​ຂອງສາທາລະ
ນະ​ລັດ​ປະຊາ​ທິປະ​ໄຕ​ຄອງ​ໂກ ປະ​ເທດ​ເພື່ອນ​ບ້ານ​ນັ້ນ.

ລາຍ​ງານ​ຫລາຍ​ກະ​ແສເວົ້າວ່າ ປ່ອງຢ້ຽມ​ແລະ​ປະຕູຂອງ​ຕຶກຫລາຍໆ​ຫລັງ​ແຕກ​ກະຈາຍ​ແລະ
ພັງລົງ ​ຍ້ອນ​ແຮງລະ​ເບີດ.

ລາຍ​ງານ​ບາງ​ກະແສ​ເວົ້າວ່າ ​ເຫດການ​ລະ​ເບີດແມ່ນ​ເປັນ​ອຸບັດ​ເຫດ​ ແຕ່​ສາ​ເຫດ​ທີ່​ແທ້​ຈິງ​ນັ້ນ​
ຍັງ​ບໍ່​ຮູ້​ໄດ້​ເທື່ອ.

XS
SM
MD
LG