ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

200 ຄົນເສຍຊີວິດ ໃນເຫດລະເບີດ ທີ່ຄອງໂກ (ເບິ່ງວີດີໂອ)


 ຄວັນໄຟໄໝ້ກຸ້ມຂຶ້ນເໜືອສາງເກັບອາວຸດຂອງສະທາລະນະລັດ
ຄອງໂກໃນນະຄອນຫລວງ Brazzaville.
ວັນທີ 4 ມີນາ 2012.
ຄວັນໄຟໄໝ້ກຸ້ມຂຶ້ນເໜືອສາງເກັບອາວຸດຂອງສະທາລະນະລັດ ຄອງໂກໃນນະຄອນຫລວງ Brazzaville. ວັນທີ 4 ມີນາ 2012.
















ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ແລະ​ໂຮງໝໍ​ໃນ​ສາທາລະນະ​ລັດ​ຄອງ​ໂກກ່າວ​ວ່າ ການລະ
ເບີດຂຶ້ນ​ຫລາຍ​ບັ້ນ​ຕິດ​ຕໍ່​ກັນ​ທີ່​ສາງເກັບ​ອາວຸດ​ໃນນະຄອນຫລວງ Brazzaville ​ໄດ້​ເຮັດ​
ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ​ປະມານ200 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບ​ຕື່ມ​ອີກ​ປະມານ 200 ຄົນ.

ທາງ​ການ​ສາທາລະນະ​ລັດ​ຄອງ​ໂກ​ກ່າວ​ວ່າ ສາງ​ເກັບ​ອາວຸດ​ດັ່ງກ່າວ ຊຶ່ງຕັ້ງ​ຢູ່​ເລາະ​ແຄມ​
ຝັ່ງ​ຂອງ​ແມ່​ນໍ້າ​ຄອງ​ໂກ ໄດ້ເກີດ​ໄຟ​ໄໝ້​ຂຶ້ນ​ໃນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ແລະພາ​ໃຫ້​ເກີດ​
ລະ​ເບີດ​ຂຶ້ນ​ຢ່າງ​ຮ້າຍແຮງ​ທີ່​ສຸດ.

ການລະ​ເບີດ​ໄດ້​ທໍາລາຍ​ຫລັງຄາ​ສາງ​ເກັບ​ອາວຸດ​ ຍຸບລົງ​ຈໍາ​ດິນແລະ​ ສົ່ງ​ຄວັນ​ດໍາ​ມືດ​ກຸ້ມ
ຂຶ້ນ​ສູ່ທ້ອງຟ້າ ​ແລະ​ເຮັດ​ໃຫ້​ພວກ​ຊາວບ້ານ​ໃນ​ຄຸ້ມແຕກ​ຕື່ນ​ ແລ່ນ​ອອກ​ໄປ​ກາງ​ຖະໜົນ
ຫົນທາງ​ສາຍ​ຕ່າງໆ.

ພວກ​ພະນັກງານ​ຊ່ອຍ​ກູ້​ໄພສຸກ​ເສິນ​ໄດ້ຮີບ​ຮ້ອນ ​ນໍາ​ເອົາ​ພວກ​ທີ່​ໄດ້​ຮັບບາດ​ເຈັບໄປ​ຍັງ​
ໂຮງໝໍແຫ່ງ​ຕ່າງໆ​ທີ່​ອັດແອ​ ບ່ອນ​ທີ່ຍາດຕິ​ພີ່ນ້ອງຂອງ ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ໄປເຕົ້າ​
ໂຮມ​ກັນຢູ່​ເພື່ອ​ຊອກ​ຫາ​ພວກຜົວ​ເມຍ ແລະ​ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ​ທີ່​ຫາຍ​ສາບ​ສູນ​ໄປ​ນັ້ນ.

ເວລາ​ນີ້​ຍັງ​ບໍ່​ເປັນ​ທີ່ຈະ​ແຈ້ງ​ເທື່ອ​ວ່າ ແມ່ນຫຍັງ​ພາ​ໃຫ້ເກີດໄຟ​ໄໝ້​ຂຶ້ນ ​ແຕ່​ພວກ​ເຈົ້າ​ໜ້າ​ທີ່​
ກ່າວ​ວ່າ ບໍ່ປາກົດ​ວ່າ ມາ​ຈາກ​ການວາງ​ເພີງ​ໂດຍ​ເຈດ​ຕະນາ​.

ແຮງລະ​ເບີດ​ດັ່ງກ່າວ​ໄດ້​ສັ່ນ​ສະ​ເທືອ​ນ​ໄປ​ຮອດ​ນະຄອນຫລວງ Kinshasa ຂອງ​ສາທາລະ
ນະ​ລັດ​ປະຊາທິປະ​ໄຕ​ຄອງ​ໂກ ​ທີ່​ຕັ້ງ​ຢູ່​ອີກຟາກ​ນຶ່ງ​ຂອງແມ່​ນໍ້າ​ຄອງ​ໂກ​ນັ້ນ.

XS
SM
MD
LG