ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນຂັບລົດຕູ້ ແລ່ນຕຳ ຄົນຍ່າງຕາຍ 10 ຄົນ ທີ່ນະຄອນໂຕຣອນໂຕ


ຕຳຫຼວດໂຕຣອນໂຕ ກຳລັງສືບສວນ ອຸປະຕິເຫດ ບ່ອນລົດຕູ້ ແລ່ນຕຳຄົນຍ່າງ ຢູ່ທາງແຍກ ໃນເຂດຊານເມືອງ ຂອງນະຄອນໂຕຣອນໂຕ ໃນວັນທີ 23 ເມສາ 2018.
ຕຳຫຼວດໂຕຣອນໂຕ ກຳລັງສືບສວນ ອຸປະຕິເຫດ ບ່ອນລົດຕູ້ ແລ່ນຕຳຄົນຍ່າງ ຢູ່ທາງແຍກ ໃນເຂດຊານເມືອງ ຂອງນະຄອນໂຕຣອນໂຕ ໃນວັນທີ 23 ເມສາ 2018.

ຕຳຫຼວດ​ກາ​ນາ​ດາ​ ກຳລັງສຶກສາເບິ່ງວ່າ ແມ່ນຫຍັງຄືແຮງຈູງໃຈ ທີ່ຢູ່ເບື້ອງຫຼັງ ການ​ຂັບ
​ລົດ​ຕູ້​ແລ່ນ​ເຂົ້າ​ຢຽບຜູ້ຄົນຢູ່ຕາມ​ທາງ​ຍ່າງທີ່ແອ​ອັດໃນ​ນະຄອນ​ໂຕ​ຣອນ​ໂຕ​ ໃນ​ວັນ​ຈັນ
​ວານ​ນີ້ ຊຶ່ງໄດ້ສັງຫານ 10 ຄົນ ​ແລະ​ເຮັດໃຫ້​ອີກ 15 ຄົນບາດເຈັບ.

ຜູ້ບັນຊາການຕຳຫຼວດ​ ທ່ານ​ມາຣຄ໌ ຊອນ​ເດີສ໌ ລະບຸໂຕຜູ້ຕ້ອງສົງໄສວ່າ ແມ່ນທ້າວ
ອາເລັກສ໌ ມີນາສຊຽນ ອາຍຸ 25 ປີ ແລະກ່າວວ່າ ຜູ້ກ່ຽວເປັນຄົນມາຈາກເຂດຊານ
ເມືອງຂອງນະຄອນໂຕຣອນໂຕ. ທ່ານກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ອຸປະ ຕິ​ເຫດນິ້
“​ແນ່ນອນ​ເບິ່ງ​ຄື​ວ່າ​ມີ​ຄວາມ​ຕັ້ງ​ໃຈ.”

ລັດຖະມົນຕີ​ຮັກສາຄວາມ​ປອດ​ໄພ​ສາທາລະນະ​ ທ່ານ​ຣາຟ ກູ​ເດນ ກ່າວ​ວ່າ ທ່ານ​ໄດ້
​ປຶກສາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດໄພ​ອາວຸ​ໂສ ​ແລະ​ອີງ​ຕາມ​ຂໍ້​ມູນ​ທີ່​ມີ​ຢູ່​ທັງ
ໝົດ​ “ປາກົດ​ວ່າ​ບໍ່​ມີ​ການ​ເຊື່ອມ​ໂຍງ​ກັບ​ຄວາມ​ປອດ​ໄພແຫ່ງ​ຊາດ ກ່ຽວກັບ​ອຸປະຕິ​ເຫດ
​ດັ່ງກ່າວ.”

ຄົນ​ຂັບ​ລົດ ​ໄດ້​ຂັບ​ລົດໄປຕາມຖະໜົນ​ທີ່ມີການສັນຈອນໄປມາຢ່າງໜາແໜ້ນ​ປະມານ
ບ່າຍ 1 ​ໂມງເຄິ່ງ ຕາມ​ເວລາ​ທ້ອງ​ຖິ່ນ​ ຂອງນະຄອນໂຕຣອນໂຕ ຊຶ່ງເປັນ​ເມືອງ​ໃຫຍ່​ສຸດ​
ຂອງ​ກາ​ນາ​ດາ ​ເວລາລາວຂັບ​ລົດ​ຕູ້ຂຶ້ນໄປເທິງທາງ​ຍ່າງ. ບັນດາ​ຜູ້​ເຫັນ​ເຫດການ​ອະທິ
ບາຍເຖິງ​ວ່າ​ ລົດ​ຕູ້​ໄດ້ແລ່ນ​ຕຳຜູ້​ຄົນຢູ່ຕາມທາງຍ່າງ ​ໂດຍ​ທີ່​ຄົນ​ຂັບ​ລົດ​ບໍ່​ພະຍາຍາມ​ທີ່​
ຈະ​ຢຸດ​ລົດເລີຍ.

ທ້າວມີິນາສຊຽນ ​ໄດ້​ຖືກ​ຈັບ​ໃນ​ເວລາ​ບໍ່ດົນ​ຕໍ່​ມາ “​ໂດຍປາດ​ສະ​ຈາກການຂັດຂືນ​ໃດໆ”
ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຕຳຫຼວດ.

ນາຍົກລັດຖະມົນຕີ ​ຈັ​ສຕິນ ທຣູ​ໂດ ຮ້ອງອຸປະຕິ​ເຫດນີ້​ວ່າ “ເປັນການໂຈມຕີທີ່ໜ້າເສົ້າ
ໃຈ ​ແລະໄຮ້ຄວາມຮູ້ສຶກ” ​ແລະ​ໄດ້​ສົ່ງ​ຄວາມ​ເສົ້າ​ສະຫລົດ​ໃຈ​ໄປ​ຍັງ​ບັນ ດາ​ຜູ້​ເຄາະ​ຮ້າຍ
​ແລະ​ຄອບຄົວຂອງ​ເຂົາ​ເຈົ້າ.

ທ່ານ​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ພວກ​ເຮົາ​ທັງ​ໝົດ​ຄວນ​ມີ​ຄວາມ​ຮູ້ສຶກ​ປອດ​ໄພ​ໃນຂະ
ນະທີ່ຍ່າງ​ຢູ່​ໃນ​ບັນດາເມືອງ ​ແລະ​ປະຊາ​ຄົມ​ຂອງ​ພວກ​ເຮົາ.”

ຖະ​ແຫລ​ງການ​ຂອງທຳນຽບຂາວ​ກ່າວ​ວ່າ ສະຫະລັດ “ແມ່ນຢືນ​ຢູ່​ກັບ​ປະຊາຊົນ​ກາ​ນາ​
ດາ” ​ແລະ​ປະກາດ​ທີ່​ຈະ​ໃຫ້ການ​ສະໜັບສະໜູນ​ທີ່​ກາ​ນາ​ດາ​ຕ້ອງການ.

ຕຳຫຼວດ​ກາ​ນາ​ດາ​ ກຳລັງສຶກສາເບິ່ງວ່າ ແມ່ນຫຍັງຄືແຮງຈູງໃຈ ທີ່ຢູ່ເບື້ອງຫຼັງ ການ​ຂັບ
​ລົດ​ຕູ້​ແລ່ນ​ເຂົ້າ​ຢຽບຜູ້ຄົນຢູ່ຕາມ​ທາງ​ຍ່າງທີ່ແອ​ອັດໃນ​ນະຄອນ​ໂຕ​ຣອນ​ໂຕ​ ໃນ​ວັນ​ຈັນ​
ວານ​ນີ້ ຊຶ່ງໄດ້ສັງຫານ 10 ຄົນ ​ແລະ​ເຮັດໃຫ້​ອີກ 15 ຄົນບາດ
ເຈັບ.

ຜູ້ບັນຊາການຕຳຫຼວດ​ ທ່ານ​ມາຣຄ໌ ຊອນ​ເດີສ໌ ລະບຸໂຕຜູ້ຕ້ອງສົງໄສວ່າ ແມ່ນທ້າວອາ
ເລັກສ໌ ມີນາສຊຽນ ອາຍຸ 25 ປີ ແລະກ່າວວ່າ ຜູ້ກ່ຽວເປັນຄົນມາຈາກເຂດຊານເມືອງຂອງ

ນະຄອນໂຕຣອນໂຕ. ທ່ານກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ອຸປະ ຕິ​ເຫດນິ້ “​ແນ່ນອນ​ເບິ່ງ​ຄື​ວ່າ
​ມີ​ຄວາມ​ຕັ້ງ​ໃຈ.”

ລັດຖະມົນຕີ​ຮັກສາຄວາມ​ປອດ​ໄພ​ສາທາລະນະ​ ທ່ານ​ຣາຟ ກູ​ເດນ ກ່າວ​ວ່າ ທ່ານ​ໄດ້​ປຶກ
ສາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດໄພ​ອາວຸ​ໂສ ​ແລະ​ອີງ​ຕາມ​ຂໍ້​ມູນ​ທີ່​ມີ​ຢູ່​ທັງໝົດ​
“ປາກົດ​ວ່າ​ບໍ່​ມີ​ການ​ເຊື່ອມ​ໂຍງ​ກັບ​ຄວາມ​ປອດ​ໄພແຫ່ງ​ຊາດ ກ່ຽວກັບ​ອຸປະຕິ​ເຫດ​ດັ່ງກ່າວ.”

ຄົນ​ຂັບ​ລົດ ​ໄດ້​ຂັບ​ລົດໄປຕາມຖະໜົນ​ທີ່ມີການສັນຈອນໄປມາຢ່າງໜາແໜ້ນ​ປະມານ
ບ່າຍ 1 ​ໂມງເຄິ່ງ ຕາມ​ເວລາ​ທ້ອງ​ຖິ່ນ​ ຂອງນະຄອນໂຕຣອນໂຕ ຊຶ່ງເປັນ​ເມືອງ​ໃຫຍ່​ສຸດ​
ຂອງ​ກາ​ນາ​ດາ ​ເວລາລາວຂັບ​ລົດ​ຕູ້ຂຶ້ນໄປເທິງທາງ​ຍ່າງ. ບັນດາ​ຜູ້​ເຫັນ​ເຫດການ​ອະທິ
ບາຍເຖິງ​ວ່າ​ ລົດ​ຕູ້​ໄດ້ແລ່ນ​ຕຳຜູ້​ຄົນຢູ່ຕາມທາງຍ່າງ ​ໂດຍ​ທີ່​ຄົນ​ຂັບ​ລົດ​ບໍ່​ພະຍາຍາມ​ທີ່
​ຈະ​ຢຸດ​ລົດເລີຍ.

ທ້າວມີິນາສຊຽນ ​ໄດ້​ຖືກ​ຈັບ​ໃນ​ເວລາ​ບໍ່ດົນ​ຕໍ່​ມາ “​ໂດຍປາດ​ສະ​ຈາກການຂັດຂືນ​ໃດໆ”
ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຕຳຫຼວດ.

ຕຳຫຼວດຈາລະຈອນຄົນຂ້າມທາງ ກຳລັງຕອບໂຕ້ຕໍ່ອຸປະຕິເຫດ ລົດຕູ້ແລ່ນຕຳຄົນຍ່າງ ວັນທີ 23 ເມສາ 2018.
ຕຳຫຼວດຈາລະຈອນຄົນຂ້າມທາງ ກຳລັງຕອບໂຕ້ຕໍ່ອຸປະຕິເຫດ ລົດຕູ້ແລ່ນຕຳຄົນຍ່າງ ວັນທີ 23 ເມສາ 2018.

ນາຍົກລັດຖະມົນຕີ ​ຈັ​ສຕິນ ທຣູ​ໂດ ຮ້ອງອຸປະຕິ​ເຫດນີ້​ວ່າ “ເປັນການໂຈມຕີທີ່ໜ້າເສົ້າ
ໃຈ ​ແລະໄຮ້ຄວາມຮູ້ສຶກ” ​ແລະ​ໄດ້​ສົ່ງ​ຄວາມ​ເສົ້າ​ສະຫລົດ​ໃຈ​ໄປ​ຍັງ​ບັນ ດາ​ຜູ້​ເຄາະ​ຮ້າຍ
​ແລະ​ຄອບຄົວຂອງ​ເຂົາ​ເຈົ້າ.

ທ່ານ​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ພວກ​ເຮົາ​ທັງ​ໝົດ​ຄວນ​ມີ​ຄວາມ​ຮູ້ສຶກ​ປອດ​ໄພ​ໃນ
ຂະນະທີ່ຍ່າງ​ຢູ່​ໃນ​ບັນດາເມືອງ ​ແລະ​ປະຊາ​ຄົມ​ຂອງ​ພວກ​ເຮົາ.”

ຖະ​ແຫລ​ງການ​ຂອງທຳນຽບຂາວ​ກ່າວ​ວ່າ ສະຫະລັດ “ແມ່ນຢືນ​ຢູ່​ກັບ​ປະຊາຊົນ​ກາ​ນາ​
ດາ” ​ແລະ​ປະກາດ​ທີ່​ຈະ​ໃຫ້ການ​ສະໜັບສະໜູນ​ທີ່​ກາ​ນາ​ດາ​ຕ້ອງການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Toronto Padesrians
please wait
Embed

No media source currently available

0:00 0:01:11 0:00

XS
SM
MD
LG