ສະຫະລັດ ປາກົດວ່າພ້ອມແລ້ວ ທີ່ຈະໃຫ້ການອະນຸມັດ ເພື່ອສົ່ງລົດຖັງຕໍ່ສູ້ທີ່ມີຄວາມທັນສະໄໝສູງໄປໃຫ້ ຢູເຄຣນ ໃນການສູ້ລົບຂອງເຂົາເຈົ້າກັບການບຸກລຸກຂອງ ຣັດເຊຍ ທີ່ໃກ້ຈະຮອດນຶ່ງປີແລ້ວ.
ສື່ມວນຊົນ ສະຫະລັດ ເວົ້າວ່າ ລັດຖະບານປະທານາທິບໍດີ ໂຈ ໄບເດັນ ອາດ ປະກາດການຕັດສິນໃຈຂອງເຂົາເຈົ້າໄວສຸດໃນວັນພຸດມື້ນີ້. ການຕັດສິນໃຈທີ່ຈະ ສົ່ງລົດຖັງເອັມ 1 ເອແບຣັມສ໌ (M1 Abrams) ໄປໃຫ້ຢູເຄຣນ, ອັນເປັນສ່ວນນຶ່ງຂອງຄວາມເຂົ້າໃຈ ທາງການທູດກັບ ເຢຍຣະມັນ ກ່ຽວກັບ ການຈັດຫາລົດຖັງຈຳນວນນຶ່ງຂອງເຂົາເຈົ້ານັ້ນ, ແມ່ນຖືກລາຍງານທຳອິດໂດຍໜັງສືພິມ ວອລ ສຕຣີດ ເຈີໂນ (Wall Street Journal.)
ຄຳເວົ້າຂອງບັນດາເຈົ້າໜ້າທີ່ ສະຫະລັດ ທີ່ຖືກກ່າວຢໍ້າໃນລາຍງານໄດ້ກ່າວວ່າ ສະຫະລັດ ແມ່ນກຳລັງພິຈາລະນາສົ່ງລົດຖັງທີ່ມີປະສິດທິພາບສູງຫຼາຍກວ່າ 30 ຄັນໄປສະໜາມລົບໃນ ຢູເຄຣນ.
ເຈົ້າໜ້າທີ່ຄົນດັ່ງກ່າວ, ຜູ້ທີ່ໄດ້ກ່າວໂດຍບໍ່ປະສົງອອກຊື່ຍ້ອນລັກສະນະຄວາມ ລະອຽດອ່ອນຂອງແຜນການນັ້ນ, ໄດ້ກ່າວວ່າລົດຖັງຕ່າງໆແມ່ນມີຄວາມເປັນໄປ ໄດ້ທີ່ຈະຖືກສະໜອງໃຫ້ຜ່ານໂຄງການການຊ່ວຍເຫຼືອດ້ານຄວາມປອດໄພ ຢູເຄຣນ ຂອງທຳນຽບຂາວ ຫຼື (USAI). ກອງທຶນດັ່ງກ່າວຈະອະນຸຍາດໃຫ້ກະ ຊວງປ້ອງກັນປະເທດຊື້ອາວຸດ ແລະ ລະບົບຕ່າງໆບໍ່ວ່າຈະເປັນຈາກຜູ້ຜະລິດ ອຸປະກອນປ້ອງກັນປະເທດ ຫຼື ຈາກແຫຼ່ງຊັບພະຍາກອນອື່ນໆ, ແທນທີ່ຈະເປັນ ສົ່ງມັນໃຫ້ໂດຍກົງຈາກຄັງອາວຸດ ສະຫະລັດ.
ໃນກໍລະນີນີ້, ເຈົ້າໜ້າທີ່ຄົນດັ່ງກ່າວເວົ້າວ່າ ສະຫະລັດ ອາດພະຍາຍາມຊື້ລົດ ຖັງ M1 Abrams ຈາກປະເທດອື່ນໆ ແລະ ນຳມາຕົບແຕ່ງມັນໃໝ່, ກ່ອນສົ່ງໄປໃຫ້ຢູເຄຣນ.
ຂ່າວກ່ຽວກັບຄວາມຕັ້ງໃຈຂອງ ສະຫະລັດ ແມ່ນຖືກຕອບໂຕ້ຢ່າງໂມໂຫໂດຍ ຣັດເຊຍ. ອົງການຂ່າວ ຣອຍເຕີ ໄດ້ລາຍງານວ່າທ່ານ ອານາໂຕລີ ແອນໂຕນອຟ, ທູດພິເສດຂອງ ຣັດເຊຍ ປະຈຳ ສະຫະລັດ, ໄດ້ກ່າວໃນຂໍ້ຄວາມອັນນຶ່ງໃນແອັບພລີເຄຊັ້ນ Telegram ຂອງສະຖານທູດວ່າ ຄວາມເປັນໄປໄດ້ໃນການສົ່ງລົດຖັງໂດຍ ສະຫະລັດ ໃຫ້ ຢູເຄຣນ ຈະເປັນ “ການທ້າທາຍເກາະຜິດທີ່ຊັດເຈນຕໍ່ ຣັດເຊຍ.”
ທ່ານ ແອນໂຕນອຟ ມີລາຍງານ ໄດ້ເວົ້າວ່າ “ມັນເຫັນໄດ້ຊັດທີ່ ວໍຊິງຕັນ ແມ່ນກຳລັງພະຍາຍາມ ດ້ວຍຄວາມຕັ້ງ ທີ່ຈະສ້າງຄວາມຜ່າຍແພ້ທາງຍຸດທະສາດຕໍ່ພວກເຮົາ.”