ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະມາຊິກ ສະພາສູງ ຈອນ ແມັກເຄນ ກວດພົບວ່າ ເປັນມະເຮັງ ໃນສະໝອງ


ທ່ານ ຈອນ ແມັກເຄນ ເປັນປະທານ ຄະນະກຳມະການ ກອງທັບຂອງ ຂອງສະພາສູງ ກ່າວຢູ່ທີ່ ລັດຖະສະພາ ຫຼື Capitol Hill ໃນວໍຊິຕັນ, ວັນທີ 23 ພຶດສະພາ 2017.
ທ່ານ ຈອນ ແມັກເຄນ ເປັນປະທານ ຄະນະກຳມະການ ກອງທັບຂອງ ຂອງສະພາສູງ ກ່າວຢູ່ທີ່ ລັດຖະສະພາ ຫຼື Capitol Hill ໃນວໍຊິຕັນ, ວັນທີ 23 ພຶດສະພາ 2017.

ສະມາຊິກສະພາສູງ ສະຫະລັດ ທ່ານ John McCain ຖືກວິນິດໄສວ່າ ເປັນມະເຮັງ
ໃນສະໝອງ ນັ້ນຄື​ຄຳ​ຖະ​ແຫຼງ ຂອງ​ໂຮງໝໍ Mayo Clinic ຢູ່ນະຄອນ Phoenix
ໃນວັນພຸດວານນີ້.

ເນື້ອງອກມະເຮັງຮ້າຍແຮງ ໄດ້ຖືກພົບເຫັນ ຫຼັງຈາກສະມາຊິສະພາສູງ ສັງກັດພັກ
ຣີພັບບລີກັນ ຈາກລັດ Arizona ທີ່ມີອາຍຸ 80 ປີ ໄດ້ເຂົ້າຮັບການຜ່າຕັດ ເມື່ອສັບ
ປະດາແລ້ວນີ້ ເພື່ອນຳເອົາກ້ອນເລືອດ ຂະໜາດ 5 ຊັງຕີແມັດ ທີ່ຢູ່ດ້ານຫຼັງ ຂອງ
ເບົ້າຕາເບື້ອງຊ້າຍ ອອກ.

ທາງໂຮງໝໍດັ່ງກ່າວ ​ເວົ້າວ່າ “ການສຶກສາຄົ້ນຄວ້າເບິ່ງເນື້ອເຍື່ອ ທີ່​ຕິດຕາມ​ມາ
ໄດ້ເຜີຍໃຫ້ຮູ້ວ່າ ເນື້ອງອກມະເຮັງໃນສະໝອງຂັ້ນຕົ້ນ ທີ່ຮູ້ຈັກກັນ​ໃນ​ ຊື່
glioblastoma ແມ່ນມີສ່ວນພົວພັນກັບກ້ອນເລືອດນັ້ນ.”

ຖະແຫລງການສະບັບນຶ່ງ ຈາກຫ້ອງການທ່ານ McCain ໄດ້ກ່າວວ່າ “ບັນດາທ່ານ
ໝໍຂອງສະມາຊິກສະພາສູງ ກ່າວວ່າ ທ່ານ ກຳລັງຟື້ນ​ໂຕຈາກການຜ່າຕັດຂອງ
ທ່ານ ຢ່າງມະຫັດສະຈັນ ແລະສຸຂະພາບອື່ນໆຂອງທ່ານນັ້ນ ແມ່ນດີຫຼາຍ.
ການປຶກສາຫາລືຕື່ມອີກ ກັບທີມຮັກສາປິ່ນປົວ ຂອງໂຮງໝໍ Mayo Clinic ຈະ
ລະບຸໃຫ້ຮູ້ວ່າ ໃນເວລາໃດ ທ່ານຈຶ່ງຈະສາມາດກັບຄືນໄປ ​ເຮັດ​ວຽກ​ຢູ່ສະພາສູງ
ສະຫະລັດໄດ້.”

ທ່ານ McCain ເປັນວິລະບຸລຸດ ສົງຄາມຫວຽດນາມ ທີ່ຢູ່ໃນສະພາສູງ ມາໄດ້ ຫຼາຍ
ກວ່າ 30 ປີ ແລະ ຄອບຄົວຂອງທ່ານ ໄດ້ກ່າວວ່າ ຈະພິຈາລະນາເບິ່ງທາງເລືອກອື່ນໆ
ສຳລັບການຮັກສາປິ່ນປົວ ຊຶ່ງສ່ວນຫຼາຍແລ້ວ ຈະປະກອບດ້ວຍ ການປິ່ນປົວປະສົມ
ປະສານກັນດ້ວຍ ເຄມີບຳບັດ ແລະ ການສ່ອງລັງສີ.

“ມັນບໍ່ເປັນທີ່ແປກໃຈເລີຍ ທີ່ເຈົ້າຈະຮຽນຮູ້ ໃນທຸກສິ່ງທຸກຢ່າງນີ້ ຄົນຜູ້ນຶ່ງ ພາຍໃນ
ພວກເຮົາ ທີ່ມີຄວາມໝັ້ນໃຈ ແລະ ໃຈເຢັນທີ່ສຸດ ກໍແມ່ນພໍ່ຂອງຂ້າພະເຈົ້າ”
ນັ້ນ
ແມ່ນຄຳເວົ້າຂອງລູກສາວທ່ານ McCain ນາງ Meghan.

ທ່ານ McCain ລອດຊີວິດມາໄດ້ ຈາກວິກິດການດ້ານສຸຂະພາບ ຫຼາຍຄັ້ງຜ່ານມາ
ແລ້ວ ໂດຍລວມທັງມະເຮັງໃນຜິວໜັງ ຫຼື melanoma ທີ່​ເປັນອັນຕະລາຍທີ່ສຸດ ແລະ
ບັນຫາຫຼາຍຊະນິດ ທີ່ເກີດມາຈາກການຖືກຄຸມຂັງ ຢູ່ໃນຄ້າຍຊະເລີຍເສິກຂອງ
ຫວຽດນາມ ໃນລະຫວ່າງປີ 1967 ຫາ 1973.

ຢູ່ທີ່ທຳນຽບຂາວ ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ “ສະມາຊິກສະພາສູງ
ຈອນ ແມັກເຄນ ເປັນນັກຕໍ່ສູ້ສະເໝີໄປ. ທ່ານນາງ Melania ແລະ ຂ້າ ພະເຈົ້າ
ໄດ້ສົ່ງຄວາມຄິດຮອດຄິດເຖິງ ແລະ ຄຳອະທິຖານ ຂອງພວກເຮົາ ໄປໃຫ້ສະມາ
ຊິກສະພາສູງ ທ່ານ ແມັກເຄນ ພັນລະຍາຂອງທ່ານ ທ່ານນາງ ຊິນດີ ແລະ
ບັນດາຄອບຄົວຂອງພວກເພິ່ນທັງໝົດ. ໃຫ້ຫາຍປ່ວຍໄວໆ.”

ຜູ້ນຳສຽງສ່ວນຫຼາຍ ພັກຣີພັບບລີກັນ​ໃນສະພາສູງ ທ່ານ Mitch McConnell ໄດ້
ໃຫ້ຄວາມຄິດຮອດຄິດເຖິງ ຕື່ມໃນຖະແຫລງການ ຕ່າງຫາກສະບັບນຶ່ງວ່າ “ທ່ານ
ຈອນ ແມັກເຄນ ເປັນວິລະບຸລຸດ ຂອງພັກຣີພັບບລີກັນ ແລະ ເປັນວິລະບຸລຸດ
ຂອງປະເທດຊາດ ພວກເຮົາ. ທ່ານບໍ່ເຄີຍທີ່ຈະຖອຍຈາກການຕໍ່ສູ້ເລີຍ ແລະ
ຂ້າພະເຈົ້າຮູ້ວ່າ ທ່ານຈະປະເຊີນກັບຄວາມທ້າທາຍອັນນີ້ ດ້ວຍຄວາມກ້າຫານ
ທີ່ມະຫັດສະຈັນ ແບບດຽວກັນ ທີ່ໄດ້ເປັນຄຸນລັກສະນະ ຂອງຊີວິດທ່ານ.
ຄຳອະທິຖານ ຂອງຄອບຄົວວົງສາຄະນາຍາດ ທັງໝົດຂອງສະພາສູງ ແມ່ນ
ໃຫ້ກັບທ່ານຈອນ ທ່ານນາງຊິນດີ ແລະ ຄອບຄົວຂອງເພິ່ນ ພະນັກງານຂອງ
ເພິ່ນ ແລະ ປະຊາຊົນລັດ Arizona ທີ່ທ່ານເປັນຜູ້ຕາງໜ້າ ໃຫ້ເປັນຢ່າງດີແທ້.”

ອະດີດ ປະທານາທິບໍດີ ບາຣັກ ໂອບາມາ ຜູ້ທີ່ໄດ້​ເຂົ້າຕຳແໜ່ງປະທານາທິບໍດີ
ດ້ວຍການເອົາຊະນະ ທ່ານແມັກເຄນ ໃນການເລືອກຕັ້ງ ປີ 2008 ໄດ້ໃຫ້ການ
ສະໜັບສະໜູນຂອງທ່ານ ໃນຂໍຄວາມທີ່ຂຽນລົງ Twitter ວ່າ “ທ່ານຈອນ
ແມັກເຄນ ເປັນວິລະບຸລຸດ ຂອງອາເມຣິກາ ແລະ ເປັນນັກສູ້ຜູ້ນຶ່ງທີ່ກ້າຫານທີ່ສຸດ
ທີ່ຂ້າພະເຈົ້າໄດ້ຮູ້ຈັກ. ໂຣກມະເຮັງ ບໍ່ຮູ້ຈັກວ່າ ມັນກຳລັງສູ້ກັບໃຜ. ຈົ່ງສົ່ງມັນໄປ
ນະຮົກ, ຈອນ.”

US McCain Health
please wait
Embed

No media source currently available

0:00 0:01:21 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG