ບັນດາເຈົ້າໜ້າທີ່ສະຫະລັດກ່າວວ່າ ລັດຖະບານຂອງທ່ານ
ໂອບາມາ ກຳລັງຢູ່ໃນທ່າອຽງໄປສູ່ການຕັດການຊ່ອຍເຫຼືອ
ທາງທະຫານໃນຈຳນວນຫຼາຍສົມຄວນແກ່ອີຈິບ ຫຼັງຈາກ
ທົບທວນເບິ່ງໂຄງການຊ່ອຍເຫຼືອມາເປັນເວລາຫຼາຍເດືອນ
ລຸນຫຼັງທີ່ມີການປົດປະທານາທິບໍດີ Mohamed Morsi
ອອກຈາກຕຳແໜ່ງແລະການປາບປາມພວກສະໜັບສະ
ໜຸນທ່ານນັ້ນ.
ບັນດາເຈົ້າໜ້າທີ່ ກ່າວຕໍ່ສື່ມວນຊົນຝ່າຍຕາເວັນຕົກໂດຍບໍ່ຂໍອອກຊື່ວ່າ ການຕັດສິນໃຈດັ່ງ ກ່າວຈະບໍ່ກະທົບກະເທືອນຕໍ່ເງິນຊ່ອຍເຫຼືອສຳລັບການຕໍ່ຕ້ານພວກກໍ່ການຮ້າຍ ຫຼື ຄວາມປອດໄພໃນແຫຼມ Sinai ຊຶ່ງເປັນເຂດວຸ້ນວາຍນັ້ນ.
ທ່ານນາງ Caitlin Hayden ໂຄສົກປະຈຳສະພາຄວາມໝັ້ນຄົງແຫ່ງຊາດ ປະຕິເສດຕໍ່ ລາຍງານຂ່າວໃນວັນອັງຄານວານນີ້ທີ່ວ່າ ສະຫະລັດຈະຕັດການຊ່ອຍເຫຼືອທາງທະຫານ ປະຈຳປີທັງໝົດຈຳນວນ 1300 ລ້ານດອນລາ ໂດຍກ່າວວ່າ ຄຳປະກາດກ່ຽວກັບການຊ່ອຍເຫຼືອແກ່ອີຈິບນັ້ນ ຈະມີຂຶ້ນໃນເວລາບໍ່ເທົ່າໃດມື້ຂ້າງໜ້ານີ້.
ປະທານາທິບໍດີບາຣັກ ໂອບາມາ ກ່າວໃນຄຳປາໄສຂອງທ່ານຕໍ່ກອງປະຊຸມສະມັດຊາໃຫຍ່
ສະຫະປະຊາຊາດໃນເດືອນແລ້ວນີ້ວ່າ ລັດຖະບານຊົ່ວຄາວຂອງອີຈິບ ໄດ້ທຳການຕັດສິນ
ໃຈທີ່ບໍ່ຂັດກັນກັບລະບອບປະຊາທິປະໄຕແບບເປີດກວ້າງ ແລະວ່າຄວາມສະໜັບສະໜຸນ
ຂອງສະຫະລັດ ແມ່ນຂຶ້ນຢູ່ກັບຫົນທາງໄປສູ່ປະຊາທິປະໄຕຫຼາຍຂຶ້ນ.
ວີດີໂອກ່ຽວກັບອີຈິບ: