ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ວ່າ ພວກບາລລູນສອດແນມຂອງຈີນ ໄດ້ລະເມີດອະທິປະໄຕ ຂອງປະເທດຕ່າງໆ ໃນ 5 ທະວີບ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂຕນີ ບລິງເກັນ, ຂວາ, ແລະເລຂາທິການໃຫຍ່ ອົງການເນໂຕ້ ທ່ານເຈັນສ໌ ສະໂຕລເທັນເບີກ ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ຫຼັງຈາກກອງປະຊຸມ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ກຸມພາ 2023.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂຕນີ ບລິງເກັນ, ຂວາ, ແລະເລຂາທິການໃຫຍ່ ອົງການເນໂຕ້ ທ່ານເຈັນສ໌ ສະໂຕລເທັນເບີກ ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ຫຼັງຈາກກອງປະຊຸມ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ກຸມພາ 2023.

ສະຫະລັດ ໄດ້ກ່າວວ່າ ບາ​ລລູນສອດແນມຂອງຈີນຫຼາຍໜ່ວຍ ໄດ້ຖືກພົບເຫັນຢູ່ທົ່ວ ຢ່າງໜ້ອຍຫ້າທະວີບ ຕະຫຼອດໄລຍະຫຼາຍປີທີ່ຜ່ານມາ ແລະວໍຊິງຕັນກໍໄດ້ຕິດຕໍ່ຫາບັນດາພັນທະມິດຂອງຕົນ ເພື່ອແບ່ງປັນຂໍ້ມູນກ່ຽວກັບປະຕິບັດການດັ່ງກ່າວ.

“ພວກເຮົາໄດ້ແບ່ງປັນຂໍ້ມູນ ກັບຫຼາຍສິບປະເທດ ໃນທົ່ວໂລກ ທັງຈາກວໍຊິງຕັນແລະສະຖານທູດທັງຫຼາຍຂອງພວກເຮົາ. ແລະພວກເຮົາເຮັດເຊັ່ນນັ້ນ ເພາະວ່າ ສະຫະລັດບໍ່ພຽງແຕ່ໂຄງການນີ້ເທົ່ານັ້ນ ຊຶ່ງໄດ້ລະເມີດອະທິປະໄຕຂອງປະເທດ ຕ່າງໆທົ່ວຫ້າທະວີບ” ນັ້ນແມ່ນຄຳເວົ້າຂອງລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂຕນີ ບລິງເກັນ ທີ່ໄດ້ກ່າວໃນວັນພຸດວານນີ້ ໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມກັບເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນສ໌ ສະໂຕລເທັນເບີກ ຢູ່ທີ່ກະຊວງການຕ່າງປະເທດ.

“ຜູ້ໃດເປັນຜູ້ຮັບຜິດຊອບສຳລັບອັນນັ້ນ, ແມ່ຈີນ. ແລະມັນບໍ່ສຳຄັນໃນລະດັບນຶ່ງ ຊຶ່ງບຸກຄົນໃດໆອາດຈະເປັນ ຫຼື ອາດບໍ່ມີຄວາມຮັບຜິດຊອບ” ທ່ານບລິງເກັນໄດ້ກ່າວ ເມື່ອຖືກຖາມວ່າ ຖ້າທ່ານຄິດວ່າ ປະທານປະເທດຈີນ ສີ ຈິ້ນຜິງ ຮູ້ຈັກກ່ຽວກັບປະຕິບັດການສອດແນວຂອງບາລລູນທັງຫຼາຍ ຫຼືບໍ່.

ນັກການທູດຂັ້ນສູງຂອງສະຫະລັດ ໄດ້ກ່າວວ່າ ວໍຊິງຕັນ ຮຽນຮູ້ຕື່ມ “ໃນແຕ່ລະຊົ່ວໂມງ” ຈາກການພະຍາຍາມເກັບກູ້ບາ​ລລູນ ແລະທ່ານຈະມີຂໍມູນຫຼາຍຂຶ້ນທີ່ຈະກ່າວກ່ຽວກັບມັນ ໃນຫຼາຍມື້ຂ້າງໜ້າ.

ໃນວັນຈັນຜ່ານມານີ້ ອົງການຂ່າວຣອຍເຕີສ໌ ໄດ້ລາຍງານວ່າ ຮອງລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງເວນດີ ເຊີແມນ ໄດ້ແຈ້ງໃຫ້ນັກການທູດຕ່າງ ປະເທດເກືອບ 150 ຄົນ ໃນທົ່ວ 40 ສະຖານທູດ ຊາບ ໃນຂະນະດຽວກັນ ສະຖານທູດສະຫະລັດ ໃນນະຄອນຫຼວງປັກກິ່ງ ໄດ້ເຕົ້າໂຮມບັນດານັກການທູດຕ່າງປະເທດ ໃນຕົ້ນອາທິດນີ້ ເພື່ອນຳສະເໜີການພົບເຫັນຂອງສະຫະລັດ ກ່ຽວກັບປະຕິບັດການສອດແນມ ດ້ວຍບາລລູນທັງຫຼາຍນັ້ນ.

ພາບນີ້ສະແດງໃຫ້ເຫັນພວກທະຫານເຮືອ ປະຈຳໜ່ວຍເກັບກູ້ແລະທຳລາຍລະເບີດ ກຸ່ມ 2 ຫຼື Explosive Ordnance Disposal Group 2 ກຳລັງເກັບກູ້ບາລູນສອດແນມລະດັບສູງ ຢູ່ນອກແຄມຝັ່ງຂອງເມີໂຕລ ບີຈ (Myrtle Beach), ລັດໂຄໂຣໄລນາໃຕ້, ວັນທີ 5 ກຸມພາ 2023. (U.S. Navy via AP)
ພາບນີ້ສະແດງໃຫ້ເຫັນພວກທະຫານເຮືອ ປະຈຳໜ່ວຍເກັບກູ້ແລະທຳລາຍລະເບີດ ກຸ່ມ 2 ຫຼື Explosive Ordnance Disposal Group 2 ກຳລັງເກັບກູ້ບາລູນສອດແນມລະດັບສູງ ຢູ່ນອກແຄມຝັ່ງຂອງເມີໂຕລ ບີຈ (Myrtle Beach), ລັດໂຄໂຣໄລນາໃຕ້, ວັນທີ 5 ກຸມພາ 2023. (U.S. Navy via AP)

ທ່ານສະໂຕລເທັນເບີກໄ​ດ້ກ່າວຕໍ່ບັນດານັກຂ່າວວ່າ ປະຕິບັດການບາ​ລລູນຂອງຈີນ ເທິງນ່ານຟ້າສະຫະລັດ ຢັ້ງຢືນຮູບແບບຂອງພຶດຕິກຳໂດຍສາທາລະນະລັດປະຊາຊົນຈີນ.

ທ່ານສະໂຕລເທັນເບີກ ໄດ້ເວົ້າວ່າ “ຈີນກຳລັງເສີມສ້າງກອງກຳລັງທະຫານຂອງຕົນ ຢ່າງຫຼວງຫຼາຍ ລວມທັງອາວຸດນິວເຄລຍ ໂດຍປາດສະຈາກຄວາມໂປ່ງໃສໃດໆ. ຈີນພະຍາຍາມຢືນຢັດການຄວບຄຸມທະເລຈີນໃຕ້ ແລະຂົ່ມຂູ່ໄຕ້ຫວັນ ແລ້ວພະຍາຍາມຄວບຄຸມພື້ນຖານໂຄງລ່າງທີ່ສຳຄັນໆ, ລວມທັງໃນປະເທດທີ່ເປັນສະມາຊິກເນໂຕ້, ກົດຂີ່ພົນລະເມືອງຂອງຕົນ ແລະຢຽບຢ້ຳຕໍ່ສິດທິມະນຸດ ແລະຮັດແໜ້ນສາຍສຳພັນຄູ່ພາຄີຍຸດທະສາດຢ່າງເລິກເຊິ່ງກັບມົສກູ.”

ປະຊາຄົມສືບລັບສະຫະລັດ ໄດ້ສະຫລຸບວ່າ ບາ​ລລູນຂອງຈີນ ທີ່ເດີນທາງຂ້າມທະວີບຂອງສະຫະລັດເມື່ອມໍ່ໆມານີ້ ເປັນສ່ວນນຶ່ງຂອງໂຄງການສອດແນມຢ່າງກວ້າງຂວາງ ທີ່ປະຕິບັດການໂດຍກອງທັບຈີນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG