ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລາຍງານ: ຜູ້ນຳສະພາຕໍ່າສະຫະລັດ ຈະພົບກັບ ປະທານາທິບໍດີຂອງໄຕ້ຫວັນ ໃນລະຫວ່າງການຢ້ຽມຢາມສະຫະລັດ ໄວໆນີ້


ແຟ້ມພາບ - ປະທານາທິບໍດີຂອງໄຕ້ຫວັນ ທ່ານນາງ ໄຊ ອິງເຫວິນ ຢູ່ໜ້າສຳນັກງານປະທານາທິບໍດີ ໃນນະຄອນຫຼວງ ໄທເປ, ຂອງໄຕ້ຫວັນ, ວັນທີ 10 ເດືອນຕຸລາ 2022.
ແຟ້ມພາບ - ປະທານາທິບໍດີຂອງໄຕ້ຫວັນ ທ່ານນາງ ໄຊ ອິງເຫວິນ ຢູ່ໜ້າສຳນັກງານປະທານາທິບໍດີ ໃນນະຄອນຫຼວງ ໄທເປ, ຂອງໄຕ້ຫວັນ, ວັນທີ 10 ເດືອນຕຸລາ 2022.

ສື່​ມວນ​ຊົນ​ລາຍ​ງານ​ວ່າ, ປະທານ​ສະພາ​ຕ່ຳ​ສະຫະລັດ ທ່ານ ເຄວິນ ແມັກຄາຣ໌ທີ (Kevin McCarthy) ຈະ​ພົບ​ປະ​ກັບ​ປະທານາທິບໍດີ ໄຊ ອິງເຫວິນ (Tsai Ing-wen) ຂອງ​ໄຕ້​ຫວັນ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ສະຫະລັດ ທີ່​ໄດ້ກຳ​ນົດໃສ່ ​ໃນອີກບໍ່ພໍເທົ່າໃດ​ອາທິດທີ່ຈະມາເຖິງ.

ປະທານາທິບໍດີ ໄຊ (Tsai) ຈະໄປຮອດລັດຄາລີຟໍເນຍໃນເດືອນເມສາ ແລະຈະກ່າວຄຳປາໄສ ຢູ່ທີ່ສູນປະທານາທິບໍດີ ໂຣນັລດ໌ ເຣແກນ (Ronald Reagan) ໃກ້ກັບ ນະຄອນ ລອສແອນເຈີລິສ (Los Angeles) ກ່ອນການເດີນທາງໄປອາເມຣິກາກາງ. ລາຍ​ງານ​ບໍ່​ໄດ້​ລະບຸວ່າ ທ່ານ ແມັກຄາຣ໌ທີ (McCarthy) ເຊິ່ງເປັນຕົວແທນເຂດ​ນຶ່ງ​ໃນ​ລັດຄາລີຟໍເນຍ ຈະ​ພົບ​ປະ​ກັບທ່ານນາງ ໄຊ ຢູ່​ຫໍສະໝຸດ ເຣແກນ (Reagan) ຫລື​ບໍ່.

ທ່ານ ແມັກຄາຣ໌ທີ (McCarthy) ​ເຄີຍ​ສະ​ແດງ​ຄວາມ​ສົນ​ໃຈ​ທີ່​ຈະ​ໄປ​ຢ້ຽມຢາມ​ໄຕ້​ຫວັນ ຖ້າ​ຫາກ​ ພັກຣີພັບ​ບລິ​ກັນ​ເຂົ້າ​ຄວບ​ຄຸມ​ສະພາ​ແຫ່ງ​ຊາດ ​ແລະ​ທ່ານ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ປະທານສະພາ, ຊຶ່ງ​ໄດ້​ເກີດ​ຂຶ້ນ​ໃນ​ເດືອນ​ມັງກອນ ​ໃນ​ການ​ເລືອກ​ຕັ້ງ​ສະພາ​ຕ່ຳ​ ໃນ​ເດືອນ​ພະຈິກ​ທີ່​ຜ່ານ​ມາ. ​ແຕ່​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນໄດ້​ສະ​ແດງ​ຄວາມ​ກັງວົນ​ວ່າ ການ​ຢ້ຽມຢາມ​ທີ່​ອາດ​ຈະເກີດຂຶ້ນຍິ່ງຈະເພີ້ມຄວາມ​ເຄັ່ງ​ຕຶງ​ກັບ​ຈີນ, ເຊິ່ງ​ຖື​ວ່າ​ເກາະ​ທີ່​ປົກຄອງ​ຕົນ​ເອງ​ແຫ່ງນີ້ເປັນ​ແຂວງ​ທີ່​ແຍກ​ອອກ​ຈາກ​ຈີນ ​ແລະ​ເຊື່ອ​ວ່າ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຈາກ​ບຸກຄົນສຳຄັນຈາກ​ຕ່າງປະ​ເທດ​ແມ່ນ​ເປັນ​ການ​ເຄື່ອນ​ໄຫວ​ຂອງ​ໄທ​ເປ ​ເພື່ອ​ຮຽກຮ້ອງເອກະລາດ.

ປັກກິ່ງໄດ້ຕອບໂຕ້ການໄປຢ້ຽມຢາມໄຕ້ຫວັນໃນເດືອນສິງຫາທີ່ຜ່ານມາຂອງທ່ານນາງ ແນນຊີ ເປໂລຊີ (Nancy Pelosi), ປະທານສະພາຕ່ຳໃນເວລາ ​ນັ້ນ ໂດຍຈັດການຊ້ອມລົບຄັ້ງໃຫຍ່ຫຼາຍມື້ ໃນ​ບໍ​ລິ​ເວນຊ່ອງແຄບໄຕ້ຫວັນ, ລວມທັງການຍິງລູກສອນໄຟຂີປະນາວຸດໃນເຂດ​ນ່ານ​ນ້ຳທີ່ແຍກເກາະ​ດັ່ງ​ກ່າວອອກຈາກຈີນແຜ່ນດິນໃຫຍ່.

ອ່ານຂ່າວເປັນພາສາອັງກິດຕື່ມທີ່ນີ້

China Slams US Plans to Sell Missiles to Taiwan
please wait

No media source currently available

0:00 0:02:45 0:00

ບາງຂໍ້ມູນໃນລາຍງານນີ້ແມ່ນມາຈາກ ອົງການຂ່າວ ຣອຍເຕີສ.

XS
SM
MD
LG