ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ອ້າງວ່າ ການໂຈມຕີ ທາງອາກາດ ໄດ້ສັງຫານ ຮອງ ຜູ້ບັນຊາການ ລັດອິສລາມ


ຮູບລົດຖັງ ຂອງກຸ່ມລັດອິສລາມ ທີ່ເມືອງ al-Qaryatain ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງເມືອງ Palmyra ໃນເຂດພາກກາງຊີເຣຍ.
ຮູບລົດຖັງ ຂອງກຸ່ມລັດອິສລາມ ທີ່ເມືອງ al-Qaryatain ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງເມືອງ Palmyra ໃນເຂດພາກກາງຊີເຣຍ.

ການໂຈມຕີທາງອາກາດຂອງສະຫະລັດໃນອີຣັກແລະຊີເຣຍປາ
ກົດວ່າໄດ້ສັງຫານຜູ້ນຳທີ່ສຳຄັນອີກຄົນນຶ່ງຂອງກຸ່ມລັດອິສລາມ.

ເຈົ້າໜ້າທີ່ກ່າວໃນວັນສຸກວານນີ້ວ່າ ຜູ້ຊາຍທີ່ຄິດວ່າ ເປັນຮອງຜູ້
ບັນຊາການຂອງກຸ່ມລັດອິສລາມ ທ້າວ Fadhil Ahmad al-Ha-
yali ໄດ້ຖືກສັງຫານເມື່ອວັນທີ 18 ສິງຫາຜ່ານມາ ໃນຂະນະທີ່ຜູ້ ກ່ຽວພວມເດີນທາງໃກ້ໆເມືອງ Mosul ຂອງອີຣັກ. ນອກນັ້ນແລ້ວ
ເຈົ້າໜ້າທີ່ສື່ມວນຊົນ ຂອງກຸ່ມລັດອິສລາມທີ່ຮູ້ຈັກກັນ ໃນຊື່ Abu
Abdullah ກໍຖືກຂ້າຕາຍເຊັ່ນດຽວກັນ.

ທ່ານ Ned Price ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ຂອງ
ສະຫະລັດ ກ່າວຢູ່ໃນຖະແຫລງການວ່າ “ການຕາຍຂອງທ້າວ al-Hayali ຈະມີຜົນກະທົບ
ຢ່າງຮ້າຍແຮງຕໍ່ການປະຕິບັດງານຂອງກຸ່ມລັດອິສລາມ ຫຼື ISIL ເມື່ອເວົ້າເຖິງອິດທິພົນທີ່ ຜູ້ກ່ຽວມີຕໍ່ດ້ານການເງິນ ສື່ມວນຊົນ ການປະຕິບັດງານ ແລະດ້ານພະລາທິການຂອງກຸ່ມ
ISIL.”

ເຈົ້າໜ້າທີ່ສືບລັບຂອງກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ ທ້າວ al-Hayali ຜູ້ທີ່ ມີອີກຊື່ນຶ່ງວ່າ Haji Mutazz ນັ້ນແມ່ນຜູ້ຮອງອະວຸໂສຂອງທ້າວ Abu Bakr al-Baghda- di ທີ່ໄດ້ປະກາດຕົນເອງວ່າເປັນປະມຸກຫຼືກາລິບຂອງກຸ່ມລັດອິສລາມນັ້ນ.

ເຂົາເຈົ້າກ່າວວ່າ ຜູ້ກ່ຽວຍັງເປັນຜູ້ຮັບຜິດຊອບ ໃນການຍົກຍ້າຍ ອາວຸດເປັນຈຳນວນຫຼວງ ຫຼາຍ ດິນລະເບີດ ລົດ ແລະ ພວກນັກລົບ ລະຫວ່າງອີຣັກແລະຊີເຣຍ ແລະ ຜູ້ກ່ຽວກໍມີບົດ ບາດສຳຄັນ ໃນການວາງແຜນບຸກໂຈມຕີ ຂອງກຸ່ມລັດອິສລາມ ເພື່ອເຂົ້າຍຶດເອົາ ເມືອງ Mosul ໃນປີ 2014. ນອກນັ້ນ ຜູ້ກ່ຽວຍັງເປັນທີ່ຮູ້ຈັກ ກັນໃນອີກຊື່ນຶ່ງວ່າ Abu Muslim
al-Turmani ນຳດ້ວຍ.

ກ່ອນທີ່ມີການໂຄ່ນລົ້ມ ຈອມຜະເດັດການ Saddam Hussein ທີ່ປົກຄອງອີຣັກມາເປັນ ເວລາດົນນານນັ້ນ ທ້າວ al-Hayali ເປັນພັນໂທໃນກອງທັບບົກອີຣັກແລະນາຍທະຫານ ກຳລັງພິເສດ ອີງຕາມລາຍງານຂອງສູນກາງ Booking Doha. ລາຍງານນີ້ເວົ້າວ່າ ລາວ ເປັນຄົນມາຈາກເມືອງ Tal Afar ໃນແຂວງ Nineva.

ແນວໃດກໍຕາມ ນີ້ບໍ່ແມ່ນເທື່ອທຳອິດ ທີ່ມີລາຍງານກ່ຽວກັບການເສຍຊີວິດຂອງທ້າວ al-
Hayali. ໃນທ້າຍປີກາຍເຈົ້າໜ້າທີ່ອະວຸໂສຄົນນຶ່ງຂອງກະຊວງປ້ອງກັນປະເທດກ່າວວ່າ
ທ້າວ al-Hayali ປາກົດວ່າແມ່ນນຶ່ງໃນເຈົ້າໜ້າທີ່ອະວຸໂສສາມຄົນ ຂອງກຸ່ມລັດອິສລາມ ທີ່ໄດ້ຖືກສັງຫານ ໃນການໂຈມຕີໂດຍເຮືອບິນບໍ່ມີຄົນຂັບ ເມື່ອເດືອນພະຈິກແລະທັນວາ ໃນປີກາຍນີ້.

ເບິ່ງວີດີໂອກ່ຽວຂ້ອງ:

Islamic State Chemical
please wait

No media source currently available

0:00 0:00:36 0:00

XS
SM
MD
LG