ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳລັງຂອງຢູເຄຣນ ບຸກໂຈມຕີ ບໍລິເວນອ້ອມເມືອງ Luhansk (ວີດີໂອ)


ທະຫານຢູເຄຣນຄົນນຶ່ງ ກຳລັງເບິ່ງຊາວບ້ານໜີອອກຈາກບ້ານ Metalist ໃກ້ກັບເມືອງ Luhansk ໃນພາກຕາເວັນອອກຂອງ
ຢູເຄຣນ ວັນທີ 11 ກໍລະກົດ 2014.
ທະຫານຢູເຄຣນຄົນນຶ່ງ ກຳລັງເບິ່ງຊາວບ້ານໜີອອກຈາກບ້ານ Metalist ໃກ້ກັບເມືອງ Luhansk ໃນພາກຕາເວັນອອກຂອງ ຢູເຄຣນ ວັນທີ 11 ກໍລະກົດ 2014.

ລາຍ​ງານ​ຂ່າວ​ຂອງຣັດ​ເຊຍ ​ແລະ​ຂອງ​ຢູ​ເຄຣນ ກ່າວ​ວ່າ ກຳລັງ​
ຂອງ​ຢູ​ເຄຣນ​ໄດ້​ທຳ​ການ​ໂຈມ​ຕີ ​ບໍລິ​ເວນ​ອ້ອມ​ເມືອງ Luhansk
ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ກະບົດ​ນັ້ນໃນ​ວັນ​ອາທິດ​
ວານ​ນີ້ ດ້ວຍ​ຂະ​ບວນລົດ​ຫຸ້ມ​ເກາະ ​ໂດຍ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເຂດ
​ຊານ​ເມືອງ​ດັ່ງກ່າວ ​ແຕ່​ບໍ່​ສາມາດ​ຍຶດຄືນ​ໄດ້.

ມີລາຍ​ລະອຽດ​ນ້ອຍຫລາຍ​ຢູ່ໃນລາຍ​ງານ​ແຈ້ງ​ ​ແຕ່ມີ​ການ​ອ້າງ​
ຄຳ​ເວົ້າ​ຂອງ​ພວກ​ກະບົດ​ແລະ​ປະຊາຊົນຢູ່​ໃກ້​ຊາຍ​ແດນຣັດ​ເຊຍ
ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ເກີດ​ຂຶ້ນ ​ຢູ່​ໃນ​ເຂດກ້ຳ​ໃຕ້​ແລະ​ກ້ຳ​ຕາ​
ເວັນ​ຕົກ​ເທົ່າ​ນັ້ນ.

ຜູ້​ສື່​ຂ່າວ​ໂທລະພາບຊ່ອງ Rossiya 24 ຂອງຣັດ​ເຊຍ ກ່າວ​ວ່າມີລົດ​ຖັງ ​ແລະ​ລົດ​ຫຸ້ມ​ເກາະ
ຂອງ​ຢູ​ເຄຣນ ປະມານ 90 ຄັນ​ໄດ້​ເປັນ​ກອງ​ໜ້າ​ໃນ​ການ​ບຸກ​ໂຈມ​ຕີ​ ​ແລະ​ພວກ​ກະບົດ​ໄດ້​
ທຳ​ການ​ຕອບ​ໂຕ້​ດ້ວຍ​ລົດ​ຖັງ​ແລະ​ອາວຸດ​ອື່ນໆ ​ທີ່​ພວກ​ເຂົາ​ຍຶດ​ໄດ້​ຈາກ​ການ​ສູ້​ລົບ​ກັນ​ມາ​ກ່ອນ​ນັ້ນ.

ukraine14july14
please wait
Embed

No media source currently available

0:00 0:01:18 0:00


ພວກ​ຊາວ​ເມືອງ​ແລະ​ພວກ​ຫົວ​ແບ່ງ​ແຍກ​ນິຍົມຣັດ​ເຊຍ ກ່າວ​ວ່າ ​ມາ​ຮອດ​ແລງ​ວັນ​ອາທິດ​
ວານ​ນີ້ ເມືອງ Luhansk ຊຶ່ງ​ມີ​ພົນລະ​ເມືອງ 425 ພັນ​ຄົນ ຍັງ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​
ຂອງ​ພວກ​ກະບົດ​ຢູ່​.

ການ ​ບຸກ​ໂຈມ​ຕີ​ຄັ້ງ​ຫຼ້າ​ສຸດ​ຂອງ​ຢູ​ເຄຣນ ​ເພື່ອ​ຍຶດ​ເອົາຄືນ​ເມືອງ Luhansk ​ຢູ່​ໃນ​ພາກ​ຕາເວັນ​ອອກ​ທີ່ປະຊາຊົນ​ປາກ​ພາສາຣັດ​ເຊຍ ມີ​ຂຶ້ນ​ໃນ​ຂະນະ​ທີ່​ມົສກູ ຖິ້ມ​ໂທດ​ໃສ່​ຢູ​ເຄຣນວ່າ ຍິງ​ປືນ​ໃຫຍ່​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ເຂດ​ຂອງ​ຕົນ ທີ່​ໄດ້​ເຮັດ​ໃຫ້​ພົນລະ​ເຮືອນ
ຣັດ​ເຊຍ​ຄົນ​ນຶ່ງ ​ເສຍ​ຊີວິດ​ໄປ​ນັ້ນ.

Meanwhile, Russian and Ukrainian news reports say Ukraine forces attacked the perimeter of the rebel-controlled city of Luhansk Sunday with armored columns, pushing into the outskirts of the city but failing to recapture it.

Few details were reported. But rebels and residents near the Russian border were quoted as saying the attacks occurred just south and west of the city.

A correspondent for Russia's Rossiya 24 state television said 90 Ukraine tanks and armored personnel carriers spearheaded the attacks, and that rebels countered with tanks and other military hardware seized in previous fighting.

Residents and pro-Russian separatists said the city of of 425,000 remained under rebel control late Sunday.

XS
SM
MD
LG